ຕາມຂ່າວຈາກ ຣອຍເຕີ,ວັນທີ10 ກໍລະກົດນີ້, ປາກິດ ສະຖານ ພວມຜະເຊີນກັບ ນ້ຳຖ້ວມ ຄັ້ງໃຫຍ່ ໃນຫລາຍ ພື້ນທີ່ ຂອງປະເທດ ເຮັດໃຫ້ມີ ຜູ້ເສຍຊີວິດ 57 ຄົນ ຫລັງຈາກ ໄດ້ຮັບ ອິດທິພົນ ຂອງພາຍຸ ມໍລະສຸມ ທີ່ຮຸນແຮງ ເກີດຂຶ້ນ ຕະຫລອດ ໄລຍະ ອາທິດ ທີ່ຜ່ານມາ ເຮັດໃຫ້ເກີດ ນ້ຳຖ້ວມ ຢ່າງໜັກ ໃນເມືອງ
![](https://kkklao.com/wp-content/uploads/2022/07/3-8-1024x597.jpg)
(Karachi) ຊຶ່ງເປັນເມືອງໃຫຍ່ ສຸດຂອງປະເທດ ໂດຍສະເພາະ ໃນແຄວນ Baluchistan ຢູ່ທາງຕາເວັນຕົກ ສ່ຽງໃຕ້ ຂອງປາກິດ ສະຖານ. ປັດຈຸບັນ ເຈົ້າໜ້າທີ່ ກູ້ໄພ ປາກິດ ສະຖານ ພວມໃຫ້ການຊ່ວຍເຫລືອ ຜູ້ໄດ້ຮັບ ຜົນກະທົບ ຈາກໄພນ້ຳຖ້ວມ ໃນຄັ້ງນີ້ ຢ່າງຮີບດ່ວນ/. (ພາກຂ່າວ: ຕ່າງປະເທດ)
![](https://kkklao.com/wp-content/uploads/2022/07/2.png)
…..
![](https://kkklao.com/wp-content/uploads/2022/07/4-6.jpg)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
Discussion about this post