ຖ້ຳເກົາເລົາ ເປັນແຫຼ່ງທ່ອງທ່ຽວທີ່ສວຍງາມຂອງລາວ ອີກສະຖານທີ່ໜຶ່ງ ຕັ້ງຢູ່ບ້ານ ນ້ຳແອ່ງ, ເມືອງ ວຽງພູຄາ, ແຂວງ ຫຼວງນ້ຳທາ ໄປຕາມເສັ້ນທາງ R3A ຫ່າງຈາກເສັ້ນທາງທິດຕາເວັນອອກ 200 ແມັດ, ໄກຈາກເທດສະບານເມືອງ ວຽງພູຄາ ໄປທາງທິດເໜືອ 12 ກິໂລແມັດ ແລະ ໄກຈາກເທດສະບານແຂວງ ໄປທາງທິດຕາເວັນຕົກສ່ຽງໃຕ້ 48 ກິໂລແມັດ.
![](https://kkklao.com/wp-content/uploads/2022/07/Screenshot_20220709-133643-1024x686.jpg)
ຕາມຕຳນານກ່າວຂານກັນວ່າ ເປັນເວລາເຫິງນານມາແລ້ວມີ 2 ອ້າຍນ້ອງ ຜູ້ອ້າຍຊື່ວ່າທ້າວເກົາ ຜູ້ນ້ອງຊື່ວ່າທ້າວ ເລົາ ໄດ້ພາກັນໄປລ່າສັດເລີຍໄປພົບເຫັນປາກຖ້ຳ ແລ້ວພາກັນເຂົ້າໄປໃນຖ້ຳ ບໍ່ເຫັນທາງອອກ ຄ້າງຢູ່ໃນຖ້ຳເປັນເວລາ 4 ມື້ 4 ຄືນ
![](https://kkklao.com/wp-content/uploads/2022/07/Screenshot_20220709-133636-1024x703.jpg)
ຄິດວ່າເຮັດຜິດເຈົ້າດິນເຈົ້າດອນ (ຜີຖ້ຳ) ຕາມຄວາມເຊື່ອ, ຈົນໝົດປັນຍາຫາທາງອອກ ເລີຍນັ່ງຈີ້ມແຂ້ວ ພໍດີ ເຂົ້າຕິດໄມ້ຈີ້ມແຂ້ວອອກມາ 4 ເມັດ ຈຶ່ງເອົາໄປຂໍຂະມາເຈົ້າຖ້ຳ ຈາກນັ້ນຕາຈຶ່ງແຈ້ງສະຫວ່າງ ເຫັນທາງອອກຈາກຖ້ຳ…
![](https://kkklao.com/wp-content/uploads/2022/07/Screenshot_20220709-133630-1024x774.jpg)
…
![](https://kkklao.com/wp-content/uploads/2022/07/Screenshot_20220709-133623-1024x776.jpg)
…
![](https://kkklao.com/wp-content/uploads/2022/07/Screenshot_20220709-133614-1024x772.jpg)
Cr: insidelaos
Discussion about this post