ນັກບິນຊາວຝຶກຫັດອັງກິດ ເສັຍຊີວິດຫຼັງຖືກ ຢຸງກັດ…ວັນທີ 7 ກໍລະກົດ 2022. ສຳນັກງານຂ່າວ ບີບີຊີ ລາຍງານ ການພິຈາລະນາຄະດີການເສຍຊີວິດຂອງ ນາງ.ສາວ.ໂອເຣຍນາ ເປບເປອຣ໌ ໄວ 21 ປີ ນັກບິນຊາວຝຶກຫັດອັງກິດ
ຈາກເມືອງເບີຣີ ເຊນຕ໌ ເອັດມັນດົ໌ດ ເທດມົນຖົນຊັຟຟໍລົ໌ກ ສາຍການບິນພານິຊຢ໌ອີຊີເຈັດ ຂະນະຢູ່ໃນເມືອງອັນທ໌ເວິຣົ໌ບຂອງ ເບນຢຽມ ເມື່ອເດືອນຜ່ານມາວ່າ ສາເຫດມາຈາກການຖືກຢຸງກັດຈົນນັກບິນຊາວຝຶກຫັດມີອາການຕິດເຊື້ອທີ່ລຸກລາມໄປເຖິງສະຫມອງແລະເສຍຊີວິດ 5 ມື້
![](https://kkklao.com/wp-content/uploads/2022/07/33-3-1024x576.jpg)
ຫຼັງຈາກນັ້ນ ໄນເຈນ ພາຣົ໌ດລີຢ໌ ເຈົ້າຫນ້າທີ່ຊັນສູດສະພະດັບສູງແຫ່ງເທດມົນຖົນຊັຟຟໍລົ໌ກ ລະບຸໃນການສະຫລຸບການບັນລະຍາຍວ່າ ເປັນໂຊກຣ້າຍສຳລັບນາງ ສາວຜູ້ມີອາຊີບການງານຢອດຢ້ຽມ
ສານຊັນສູດສົບເທດມົນຖລົນຊັຟຟໍລົ໌ກ ໃນເມືອງອິປົດວິດ ວ່າ ນາງ.ສາວ.ເປບເປອຣ໌ ຜ່ານການສອບພາກທິດສະດີໂຄງການຂອງອີຊີເຈັດໃນເມືອງອອກຊ໌ຟໍຣົ໌ດ ແລະ ເດິນທາງໄປເບນຢຽມເມື່ອເດືອນຜ່ານມາ ເພື່ອຮຽນຮູ້ຫຼັກສູດການບິນດ້ວຍເຄື່ອງວັດແທກປະກອບການບິນ
![](https://kkklao.com/wp-content/uploads/2022/07/669-1024x642.png)
ນາງ.ສາວ .ໂອເຣຍນາ ເປບເປອຣ ເຂົ້າຮັກສາຕົວໃນໂຣງພະຢາບານ ຫຼັງຖືກຢຸງກັດທີ່ຕາຂ້າງຂວາ ແລະເບິ່ງຈະບວມແລະຕິດເຊື້ອ ຈາກນັ້ນ ນາງ.ສາວ.ໂອເຣຍນາ ໄດ້ຮັບຢາກິນ ແລະ ນາງກໍກັບໄປເຮືອນ. ແຕ່ 2 ມື້ຕໍ່ມາ ນາງສາວ..ໂອເຣຍນາ ຖືກສົ່ງກັບມາໂຣງພະຢາບານເມື່ອແຟນໜຸ່ມຂອງລາວເຫັນນາງລົ້ມລົງໄປ
![](https://kkklao.com/wp-content/uploads/2022/07/22-683x1024.webp)
ນາງ.ສາວ.ເປບເປອຣ໌ ໄດ້ເສຍຊີວິດໃນໂຮງພະຢາບານ ໃນ 3 ມື້ຕໍ່ມາ..ສາເຫດທາງການແພດຂອງການເສຍຊີວິດຂອງນາງ ນັກບິນຊາວຝຶກຫັດໄດ້ຮັບການບັນທຶກເປັນການອຸດຕັນຂອງເສັ້ນເລືອດໃນສະຫມອງໂດຍການຕິດເຊື້ອແບກທີເຣຍທີ່ມີຊື່ staphylococcus aureus ແລະ ການຖືກແມງກັດທີ່ໜ້າຜາກຍັງມີສ່ວນເຊັ່ນກັນ
![](https://kkklao.com/wp-content/uploads/2022/07/11-1-1024x538.jpeg)
ທີ່ມາຂອງຂ່າວ: ຂ່າວສົດ
Discussion about this post