ປະກາດ ເຖິງ: ບັນດາທ່ານ ທີ່ເຄົາລົບ ແລະ ນັບຖື. ເລື່ອງ: ການຍື່ນຄໍາຮ້ອງຂໍຫນັງສືຜ່ານແດນ ທີ່ ກົມກົງສູນ ກະຊວງການຕ່າງປະເທດ.
![](https://kkklao.com/wp-content/uploads/2022/07/103136608_557551768263341_6596659641693755916_n-921x1024.jpg)
ກົມກົງສູນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຊາບວ່າ: ປະຈຸບັນ ເຫັນວ່າມີປະຊາຊົນ ໄດ້ມາຍື່ນຄໍາຮ້ອງຂໍຫນັງສືຜ່ານ ແດນເປັນຈໍານວນຫຼາຍ ເຊິ່ງເກີນຂີດຄວາມສາມາດໃນການຮອງຮັບຕົວຈິງ, ເພື່ອແກ້ໄຂສະພາບຄວາມແອອັດ,
![](https://laohotnews.com/wp-content/uploads/2022/07/285653366_4958083177636115_7628360471280544857_n-1024x767.jpg)
ຄວາມບໍ່ເປັນ ລະບຽບຮຽບຮ້ອຍ, ບັນຫາຫຍໍ້ທໍ້ຕ່າງໆທີ່ຈະກໍ່ໃຫ້ເກີດຂຶ້ນ ແລະ ການກີດຂວາງການສັນຈອນຢູ່ບໍລິເວນດ້ານຫນ້າກົມກົງສຸນ, ລວມໄປເຖິງການປະຫຍັດຄ່າໃຊ້ຈ່າຍໃນການເດີນທາງ,
ຄ່າກິນຢູ່ພັກເຊົາຂອງພໍ່ແມ່ປະຊາຊົນທີ່ເດີນທາງມາຈາກຕ່າງແຂວງ ເພື່ອມາຍື່ນຄໍາຮ້ອງຂໍຫນັງສືຜ່ານແດນ ຢູ່ນະຄອນຫຼວງວຽງຈັນ (ກົມກົງສູນ).
![](https://laohotnews.com/wp-content/uploads/2022/07/285559349_4958083287636104_7091043073002746245_n-1024x767.jpg)
ສະນັ້ນ, ນັບຕັ້ງແຕ່ວັນທີ 11 ກໍລະກົດ 2022 ເປັນຕົ້ນໄປ, ກົມກົງສູນ ຈະບໍ່ຮັບເອກະສານຄໍາຮ້ອງຂໍຫນັງສືຜ່ານແດນ ຂອງທ່ານທີ່ມາຈາກບັນດາແຂວງ ທີ່ມີສູນຮັບຄໍາຮ້ອງຂໍຫນັງ ສືຜ່ານແດນເຊັ່ນ:
– ແຂວງ ອຸດົມໄຊ,
– ແຂວງ ໄຊຍະບູລີ,
– ແຂວງຊຽງຂວາງ,
– ແຂວງຄໍາມ່ວນ,
– ແຂວງ ສະຫວັນນະເຂດ
– ແຂວງ ຈໍາປາສັກ
ຍົກເວັ້ນກໍລະນີເຈັບເປັນ ແລະ ມີຄວາມຈໍາເປັນຮີບດ່ວນຕ້ອງໄດ້ໄປປິ່ນປົວຢູ່ຕ່າງປະເທດ ຈຶ່ງຮຽກຮ້ອງມາຍັງບັນດາທ່ານທີ່ມາຈາກແຂວງດັ່ງກ່າວ ຂ້າງເທີງນີ້ຈົ່ງໃຫ້ການຮ່ວມມືດ້ວຍ.
ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາທ່ານ ເພື່ອຊາບຕາມທາງຄວນດ້ວຍ.
![](https://kkklao.com/wp-content/uploads/2022/07/FB_IMG_1657201735030.jpg)
Discussion about this post