ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 10, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເຖົ້າແລ້ວບໍ່ສົມເຖົ້າ ຊາຍໄວ 66 ປີ ຄາດຕະກໍາເມຍ ຍ້ອນຫຶງຫວງ

ກຂຄ ລາວ by ກຂຄ ລາວ
ເດືອນກໍລະກົດ 4, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ພັທ ບຸນມີ ກັນຕິຍະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ໃຫ້ຮູ້ວ່າ: ວັນທີ 27 ມິຖຸນາ 2022, ໄດ້ຮັບແຈ້ງຈາກບ້ານຜາງແຫ້ງວ່າ ໄດ້ພົບເຫັນຊາກສົບຄົນຢູ່ໜອງນໍ້າ ເຂດບ້ານຜາງແຫ້ງ ຈິ່ງໄດ້ແຕ່ງຕັ້ງກຳລັງລົງກວດກາຊັນນະສູດສະ ຖານທີ່ເກີດເຫດ ພົບເຫັນຊາກສົບເປັນເພດຍິງ ແລະ ຊາບຊື່ໃນເວລາຕໍ່ມາ ຊື່ ນາງ ຄໍາຫວານ ອາຍຸ 55 ປີ ພັກເຊົາຢູ່ບ້ານຜາງແຫ້ງ ເມືອງນາຊາຍທອງ.

ເຈົ້າໜ້າທີ່ຈິ່ງເກັບກໍາຂໍ້ມູນຫຼັກຖານເບືອງຕົ້ນຮູ້ໄດ້ວ່າ ນາງ ຄຳຫວານ ຖືກຜົວລົງມືຄາດຕະກໍາ, ຮອດເວລາ 14:00 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ຈຶງຕິດຕາມຈັບຕົວ ທ້າວ ແຫຼ້ ອາຍຸ 66 ປີ ໄດ້ຢູ່ເຂດບ້ານນາຝາຍ ເມືອງທຸລະຄົມ ແຂວງວຽງຈັນ ມາດຳເນີນຄະດີ.

ຜ່ານການສອບສວນ ທ້າວ ແຫຼ້ ສາລະພາບວ່າ: ໄດ້ລົງມືຄາດຕະກໍານາງ ຄຳຫວານ ຜູ້ເປັນເມຍ ສາເຫດເກີດມາຈາກ ການຫຶງຫວງ ຜິດຖຽງກັນ ຮຸນແຮງ, ມີການກະທົບທາງດ້ານຈິດໃຈ ຈົນບໍ່ສາມາດຢັບຢັ້ງຈິດໃຈຕົນ ເອງໄດ້, ໃນວັນທີ 11 ພຶດສະພາ 2022 ຈິ່ງລົງມືຄາດຕະກໍານາງ ຄຳຫວານ ດ້ວຍວິທີໃຊ້ມືກົດຫົວເມຍລົງໜອງນໍ້າ ປະມານ 2 ນາທີ ພາໃຫ້ຂາດອາກາດ ຫາຍໃຈ ເປັນເຫດໃຫ້ເສຍຊີວິດ; ຫຼັງຈາກນັ້ນ ກໍກັບຂຶ້ນໄປນອນ;

ຕົກມາຮອດເວລາ 6:00 ໂມງ ຂອງວັນທີ 12 ພຶດສະພາ 2022 ເຫັນຊາກສົບຟູນໍ້າຂຶ້ນມາ ຈິ່ງໄດ້ເອົາຊາກສົບໃສ່ກະສອບເປົາ ພ້ອມທັງເອົາດິນບ໋ອກສອງກ້ອນມັດໃສ່ສາຍເຫຼັກລວດເຕັງໄວ້, ແລ້ວໄປ ຍັດໃສ່ກ້ອງກະຊັງປາ ຈາກນັ້ນກໍເອົາຕົວຫຼົບໜີ ໄປຢູ່ແຂວງວຽງຈັນ; ມາຮອດວັນ 27 ມິຖຸນາ 2022 ຈິ່ງຖືກເຈົ້າໜ້າທີ່ຈັບຕົວ.

ຕໍ່ກັບຄະດີດັ່ງກ່າວ ກອງບັນຊາການ ປກສ ເມືອງນາຊາຍທອງ ໄດ້ອອກຄຳສັ່ງເປີດການສືບສວນ ສອບສວນ ສະຫຼຸບສໍານວນຄະດີສົ່ ງໄອຍະການ ປະຊາຊົນດໍາເນີນຄະດີຕາມກົດໝາຍ.

ຂ່າວ: ປກສ ນະຄອນຫຼວງ

ShareTweetShare
Next Post
ພິລຶກແທ້ ແກ້ງຢາລາຍໃຫຍ່ ກາງນະຄອນຫຼວງ ວຽງຈັນ 5ແສນກວ່າເມັດ.

ພິລຶກແທ້ ແກ້ງຢາລາຍໃຫຍ່ ກາງນະຄອນຫຼວງ ວຽງຈັນ 5ແສນກວ່າເມັດ.

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສັບພະຄຸນປົວ: ຕານເຕັ້ນ,ປາດແຜເກີດຈາກນ້ຳຮ້ອນລວກ ຫລື ຖືກສັດ ກັດຕ່ອຍ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0
  • ນາຍຕຳຫຼວດ ແລະ ໝູ່ຄູ່ ພາກັນເອົາແບ້ເປັນໂຕ ໄປເຮັດກິນໃນສູນປີ່ນປົວໂຄວິດ ມາເບີ່ງນຳກັນວ່າແມ່ນໃຜ???

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...