ມັງກອນ 2022 ເຈົ້າຫນ້າທີ່ ປກສ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໄດ້ຮັບແຈ້ງຄວາມໃນວັນທີ 21 ມັງກອນ 2022 ໄດ້ຮັບແຈ້ງວ່າ: ມີເຫດການລັກຊັບພົນລະເມືອງ (ລັກລົດຈັກ) ZOOMER X ຢູ່ຮ້ານ K33 ຟິດເນັດສະຕູດີໂອ ຕັ້ງຢູ່ບ້ານໂພນສີນວນ ພາຍຫຼັງໄດ້ຮັບແຈ້ງ ຈິ່ງສົມທົບ ປກສ ກຸ່ມເພຍວັດ, ປກສ ບ້ານໂພນສີນວນ ລົງກວດກາສະຖານທີ່ເກີດເຫດ ແລະ ສາມາດກຳນົດເປົ້າໝາຍກໍ່ການກະທຳຜິດ.
![](https://kkklao.com/wp-content/uploads/2022/06/1-52.jpg)
ຈາກນັ້ນ ຈິ່ງໄດ້ຊອກຄົ້ນຫາໃຊ້ເວລາ 3 ເດືອນ ຈິ່ງຮູ້ໄດ້ຜູ້ກໍ່ເຫດ. ຕົກມາຮອດວັນທີ 29 ເມສາ 2022 ຈິ່ງເຂົ້າຈັບຕົວ ທ້າວ ບຸນທະວີ ອາຍຸ 26 ປີ ກໍາມະກອນ ຢູ່ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນວ ພ້ອມຂອງກາງລົດຈັກ ZOOMER X ສີດຳແດງ ໝາຍເລກທະບຽນ 4687 ກໍາແພງນະຄອນ.
![](https://kkklao.com/wp-content/uploads/2022/06/3-43.jpg)
ຜ່ານການສອບສວນ ທ້າວ ບຸນທະວີ ຮັບສາລະພາບໄລຍະຜ່ານມາເຄີຍລັກລົດຈັກມາແລ້ວ 28 ຄັ້ງ ໂດຍຮ່ວມກັບໝູ່ອີກ 2 ຄົນ, ຫຼັງຈາກ ມີຂໍ້ມູນຈາກຜົນການສອບສວນ ມື້ຕໍ່ມາເຈົ້າໜ້າທີ່ ຈິ່ງໄດ້ຈັບຜູ້ຮ່ວມຂະບວນການ ຊື່ທ້າວ ລິດ ອາຍຸ 26 ປີ ກໍາມະກອນ ພັກເຊົາຢູ່ບ້ານ ຮ່ອງແກ ເມືອງໄຊເສດຖາ ນວ ມາທຳການສອບສວນ ແລະ ຮູ້ໄດ້ວ່າ ຜູ້ກ່ຽວເຄີຍລັກລົດຈັກມາແລ້ວ 11 ຄັ້ງ, ໃນນີ້ ຮ່ວມກັບທ້າວ ບຸນທະວີ 7 ຄັ້ງ ໄດ້ປະກາດຂາຍຜ່ານທາງເຟັດບຸກ ແລະ ໃຫ້ຄົນຮູ້ຈັກກັນ.
![](https://kkklao.com/wp-content/uploads/2022/06/2-46.jpg)
ຮອດວັນທີ 18 ພຶດສະພາ 2022 ເຈົ້າໜ້າທີ່ ໄດ້ສືບຕໍ່ນໍາຈັບຜູ້ຕ້ອງສົງໄສຊື້ຂາຍຊັບຜິດກົດໝາຍ ຄືທ້າວ ເຄນຍືນ ອາຍຸ 27 ປີ ກໍາມະກອນ ບ້ານສະພານທອງໃຕ້ ເມືອງສີສັດຕະນາກ ແລະ ທ້າວ ຊັນດາ ອາຍຸ 23 ປີ ຢູ່ບ້ານຫົວຂົວ ເມືອງໄຊເສດຖາ ນວ ທັງສອງຮັບສາລະພາບວ່າ: ຜ່ານມາເຄີຍຮ່ວມກັນຮັບຊື້ລົດຈັກທີ່ໄດ້ມາຈາກການລັກ 13 ຄັນ .ຫຼັງຈາກຊື້ມາແລ້ວໄດ້ສົ່ງຂາຍອອກຕ່າງແຂວງ ຕົກມາຮອດວັນທີ 18 ພຶດສະພາ 2022 ຈິ່ງຖືກເຈົ້າໜ້າຈັບຕົວມາດໍາເນີນຄະດີ.
![](https://kkklao.com/wp-content/uploads/2022/06/4-24.jpg)
Discussion about this post