ລັດຖະບານ ຕາງໜ້າໂດຍກະຊວງແຜນການ ແລະ ການລົງທຶນ ໄດ້ອະນຸຍາດໃຫ້ ບໍລິສັດ ປີໂຕລ້ຽມ ເທຣດດິ້ງລາວ ມະຫາຊົນ ສຶກສາ, ສຳຫຼວດ, ແລະ ອອກແບບຄວາມເປັນໄປໄດ້ ໂຄງການ ກໍ່ສ້າງເສັ້ນທາງລົດໄຟ ແຕ່ ນະຄອນຫຼວງ ວຽງຈັນ ຫາ ເມືອງ ທ່າແຂກ, ແຂວງ ຄຳມ່ວນ, ສປປ ລາວ, ໂດຍພິທີເຊັນ ບົດບັນທຶກຄວາມເຂົ້າໃຈ (MOU) ແມ່ນຈັດຂຶ້ນທີ່ກະຊວງແຜນການ ແລະ ການລົງທຶນ.
![](https://kkklao.com/wp-content/uploads/2022/06/1-50-1024x683.jpg)
ໂຄງການພັດທະນາເສັ້ນທາງລົດໄຟ ລາວ-ຫວຽດນາມ (LVRP) ເປັນໂຄງການກໍ່ສ້າງທາງລົດໄຟຫົວຈັກໄຟຟ້າຄວາມໄວທີ່ມີມູນຄ່າປະມານ 5 ຕື້ ໂດລາສະຫະລັດ, ມີໄລຍະທາງທັງໝົດປະມານ 452 ກິໂລແມັດ ແລະ ໄດ້ແບ່ງອອກເປັນ 2 ເສັ້ນທາງລົດໄຟ ກໍຄື ໂຄງການພັດທະນາເສັ້ນທາງລົດໄຟຈາກ ທ່າແຂກ, ແຂວງຄຳມ່ວນ ຫາ ທ່າເຮືອຫວຸ້ງອາງ ຄວາມຍາວ 139,19 ກິໂລແມັດ ແລະ ໂຄງການກໍ່ສ້າງເສັ້ນທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງທ່າແຂກ ແຂວງຄຳມ່ວນ ມີຄວາມຍາວ 312,81 ກິໂລແມັດ.
![](https://kkklao.com/wp-content/uploads/2022/06/2-44-1024x683.jpg)
ການມີທ່າເຮືອນໍ້າເລິກອອກສູ່ທະເລນັ້ນ ຈະເປັນຈຸດປ່ຽນຄັ້ງຍິ່ງໃຫຍ່ຂອງເສດຖະກິດລາວ ໂດຍການຫັນປ່ຽນ ສປປ ລາວ ຈາກ ການເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ (landlocked) ກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດທາງບົກ (land-linked) ແນໃສ່ການສ້າງຜົນປະໂຫຍດສູງສຸດທາງດ້ານເສດຖະກິດ-ສັງຄົມ ເຊິ່ງຄາດວ່າຈະໃຫ້ສຳເລັດ ແລະ ໄດ້ຮັບການຮັບຮອງພາຍໃນ 24 ເດືອນ.
![](https://kkklao.com/wp-content/uploads/2022/06/3-41-1024x596.jpg)
…..
![](https://kkklao.com/wp-content/uploads/2022/06/6-10-1024x683.jpg)
ທີ່ມາ: ເສດຖະກິດ-ການຄ້າ
Discussion about this post