ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 4, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ການດຶງດູດນັກລົງທຶນເຂົ້າປະເທດ ໄດ້ໜ້ອຍ ຍ້ອນກົນໄກອະນຸຍາດມີຫລາຍຂັ້ນຕອນ

ກຂຄ ລາວ by ກຂຄ ລາວ
ເດືອນມີນາ 24, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຊີ້ແຈງຕື່ມຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນພາກບ່າຍວັນທີ 23 ມິຖຸນາ 2022 ໂດຍລະບຸວ່າໃນໄລຍະຜ່ານມາ, ການດຶງດູດການລົງທຶນຈາກນັກລົງ ທຶນຕ່າງປະເທດເຂົ້າມາໃນ ສປປ ລາວ ແມ່ນເຮັດໄດ້ໜ້ອຍ ຍ້ອນກົນໄກການອະນຸມັດການລົງທຶນມີຫລາຍຂັ້ນຕອນຕິດພັນກັບຫລາຍຂະແໜງການ. ຫາຫລັກ ແມ່ນຍ້ອນຖານຂໍ້ມູນທີ່ຮອງຮັບການລົງທຶນ ໃນຂົງເຂດຕ່າງໆບໍ່ລະອຽດຊັດເຈນ ໂດຍສະເພາະ ຂົງເຂດທີ່ພົວພັນເຖິງທີ່ດິນ, ແຮ່ທາດ, ພະລັງງານ, ລວມທັງກົດໝາຍຂອງຫລາຍຂະແໜງການເຫັນວ່າມີລັກສະນະທັບຊ້ອນກັນ.

ທ່ານ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ວຽກງານການດຶງດູດ ແລະ ສົ່ງເສີມການລົງທຶນຢູ່ປະເທດພວກເຮົາ ນອກຈາກເຮັດບໍ່ທັນເຮັດໄດ້ດີແລ້ວ ຫລື ເຮັດໄດ້ໜ້ອຍນັ້ນ ຍ້ອນກົນໄກການຂໍອະນຸຍາດລົງທຶນມີຫລາຍຂັ້ນຕອນນັ້ນ, ຜ່ານມາ ເມື່ອມີນັກລົງທຶນສົນໃຈຢາກເຂົ້າມາລົງທຶນ ພວກເຮົາຍັງນໍາໃຊ້ຮູບແບບການແຕ່ງຕັ້ງຄະນະສະເພາະກິດ ລົງໄປສຶກສາ-ສໍາຫລວດພື້ນ ທີ່ຕົວຈິງ ແລະ ມີລັກສະນະທຽວຂຶ້ນໆ-ລົງໆຫລາຍຄັ້ງ ເຮັດໃຫ້ແກ່ຍາວເວລາໃນການໄດ້ຮັບຂໍ້ມູນ, ການສະຫລຸບພິຈາລະນາ ແລະ ອະນຸມັດການລົງທຶນ, ຈົນເຮັດໃຫ້ນັກລົງທຶນພົບບັນຫາຫຍຸ້ງຍາກ ແລະ ໄດ້ຍົກເລີກຄວາມສົນໃຈລົງທຶນໄປຫລາຍ. ປັດຈຸບັນ, ສະພາບການລົງທຶນໃນປະເທດເຮົານີ້ ສ່ວນຫລາຍ ແມ່ນຍັງອາໄສນັກລົງທຶນຈາກປະເທດໃກ້ຄຽງເທົ່ານັ້ນ ແລະ ສ່ວນໃຫຍ່ແມ່ນໃນຂົງເຂດການຜະລິດກະສິ ກໍາ-ປ່າໄມ້, ການຂຸດຄົ້ນປຸ່ງແຕ່ງແຮ່ທາດ, ໄຟຟ້າ ແລະ ຂົງເຂດເຊົ່າສໍາປະທານອື່ນໆ.

ແນວໃດກໍຕາມ, ທ່ານ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ສະເໜີວ່າ: ການແກ້ໄຂຄວາມຫຍຸ້ງຍາກຈາກການລົງທຶນນີ້, ຕົ້ນຕໍ ກໍແມ່ນການປັບປຸງບາງມາດຕາຂອງກົດໝາຍຈໍານວນໜຶ່ງ ທີ່ເຫັນວ່າຍັງບໍ່ທັນສອດຄ່ອງ ແລະ ບໍ່ເອື້ອອໍານວຍໃຫ້ແກ່ການລົງທຶນ ແລະ ອີກບັນຫາໜຶ່ງ ເຫັນວ່າ ນອກຈາກໂຄງການລົງທຶນດ້ານພະລັງງານໄຟຟ້າ ຫລື ບໍ່ແຮ່ ແລ້ວ, ແມ່ນຄວນມອບຂອບເຂດສິດໃຫ້ຂະແໜງການ ແລະ ທ້ອງຖິ່ນ ເປັນມີໜ້າທີ່ໃນການດໍາເນີນການສຶກສາ-ສໍາຫລວດໃນເບື້ອງຕົ້ນ ໃນການລົງທຶນໃນຂະແໜງການອື່ນ ຫລາຍຂຶ້ນ, ຈາກນັ້ນ ຈຶ່ງສະເໜີໄປຫາຂະແໜງການກ່ຽວຂ້ອງກວດກາ ແລ້ວກໍສະເຫນີໄປໃຫ້ໜ່ວຍງານປະຕູດຽວ ຄົ້ນຄວ້າອະນຸມັດການລົງທຶນ ໂດຍຕ້ອງປະຕິບັດໃຫ້ເປັນເອກະພາບນັບທັງສູນກາງ ແລະ ທ້ອງຖິ່ນ.

ນອກນີ້, ກໍຄວນລົບລ້າງຄະນະກໍາມະການສົ່ງເສີມການລົງທຶນ ແລ້ວມອບສິດໃຫ້ຂະແຫນງການຢູ່ສູນກາງ ແລະ ທ້ອງຖິ່ນ ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຕໍ່ສະພາແຫ່ງຊາດ ແລະ ລັດຖະບານ, ໃນກໍລະນີປະຕິບັດໄດ້ດີ ຫລື ບໍ່ນັ້ນ ກໍແມ່ນໃຫ້ຂະແຫນງການນັ້ນ ເປັນຜູ້ຮັບຜິດຊອບໂດຍກົງ.

ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.

ShareTweetShare
Next Post
(ຫຼ້າສຸດ) ລາຄາຮຸ້ນທະນາຄານການຄ້າຕ່າງປະເທດລາວພຸ່ງຂື້ນຢ່າງຕໍ່ເນື່ອງ

(ຫຼ້າສຸດ) ລາຄາຮຸ້ນທະນາຄານການຄ້າຕ່າງປະເທດລາວພຸ່ງຂື້ນຢ່າງຕໍ່ເນື່ອງ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ອັບເດດຂ່າວເຈ້ທິບ ໄດ້ອອກນອກປະເທດແຕ່ວັນ 29/06/2022 ແລ້ວ ພ້ອມຊຸດເຄື່ອງເພັດ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຢ່າຖືເບົາ! ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນອີກແລ້ວ 171 ກໍລະນີ ຜູ້ເສຍຊີວິດສະສົມຈຳນວນ 8 ຄົນ
  • ພົບແລ້ວ… ມື້ທີ3 ຂອງການຄົ້ນຫາເດັກ 9ປີສູນຫາຍໃນນໍ້າ
  • ສາຍພະຈົນໄພຕ້ອງລອງ ຄົ້ນພົບຖໍ້າເລີກ 170 ແມັດ ທີ່ພູຜາມ່ານ ແຂວງຄຳມ່ວນ
  • ໃຫ້ເອົາໃຈໃສຕໍ່ສັດລ້ຽງຫຼາຍຂຶ້ນ! ເພາະອາດເກີດອັນຕະລາຍທັງສັດລ້ຽງ ແລະ ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...