ບາງເທື່ອເຮົາກໍ່ຄິດເສຍດາຍບັນດາຄູອາຈານທີ່ມີຝີມື ຫຼື ມີໃຈມັກຮັກໃນການເປັນອາຊີບຄູສອນເພາະບາງຄົນມີຄວາມຫວັງຫຼັງຈາກຮຽນຈົບການເປັນຄູສອນແລ້ວກໍ່ຫວັງຢາກຖືກບັນຈຸເຂົ້າເປັນລັດຖະກອນເພາະຈະເຮັດໃຫ້ຕົນມີຄວາມໝັ້ນຄົງໃນອະນາຄົດເຊົ່ງ
ຜູ້ໃຊ້ facebook ຊື່ວ່າ: Thong vanh song ໄດ້ໂພດສແຄັບຊັ້ນບັນຍານຄວາມຊົງຈຳຕົນເອງໃນການເປັນຄູສອນພ້ອມຜົນງານທີ່ສາມາດສ້າງນັກຮຽນຕົນເປັນນັກຮຽນເກັ່ງໄດ້ພ້ອມມີຜົນງານເນື່ອງຈາກຕົນຈົບການສຶກສາຈາກ ສສ ຫວຽດນາມ ພາກວິຊາ ຄູຄະນິດສາດ – ຟີຊິກສາດ ເຊິ່ງໃນແຄັບຊັ້ນບັນຍາຍລະອຽດດັ່ງນີ້: “ຜົນງານຝາກໄວ້ລູກຫລານເບີ່ງ”
ຂ້າພະເຈົ້າຊື່ ທ. ທອງວັນ ຊົງ ເກີດເມຶ່ອວັນທີ 6.10.1991 ວິຊາທີ່ຮຽນຈົບ ຄູຄະນິດສາດ-ຟີຊິກສາດ ລະບົບຊັ້ນສູງຮຽນຈົບຈາກໂຮງຮຽນສ້າງຄູວິທະຍາໄລອ່ຽນບ້າຍ(ສສຫວຽດນາມ) ໄລຍະຮຽນ2013-2016 ໄດ້ເລີ່ມເຂົ້າສອນຢູ່ໂຮງຮຽນ ມ.ສມ່ວງດອນມູນ ເມຶອງຄອບ ແຂວງໄຊຍະບູລີໃນສົກຮຽນ2016-2017 ສາມາດຊ້ອມນັກຮຽນເກັ່ງວິຊາຟີຊິກສາດ ມ.4 ໄດ້ທີ2ຂັ້ນເມືອງ, ສົກຮຽນ2017-2018ສາມາດຊ້ອມນັກຮຽນເກັ່ງວິຊາຄະນິດສາດຂັ້ນມ4ໄດ້ທີ3ຂັ້ນເມຶອງ ແລະ ຟີຊິກສາດຂັ້ນມ4ໄດ້ທີ1ຂັ້ນເມຶອງ,ທີ1ຂັ້ນແຂວງແລະທີ7ຂັ້ນກະຊວງ.
ໃນສົກຮຽນ2018-2019ໄດ້ຍ້າຍໄປປະຈຳການຢູ່ໂຮງຮຽນ ມ.ຕນ້ຳຄ່າສາມາດເຝິກຊ້ອມນັກຮຽນເກັ່ງວິຊາຟີຊິກສາດຂັ້ນມ4ໄດ້ທີ1ຂັ້ນເມຶອງ,ທີ1ຂັ້ນແຂວງແລະທີ8ຂັ້ນກະຊວງໃນສົກຮຽນ2019-2020ສາມາດຊ້ອມນັກຮຽນເກັ່ງວິຊາຟີຊິກສາດມ4ໄດ້ທີ1ຂັ້ນເມຶອງແລະທີ2ຂັ້ນແຂວງ ໃນສົກຮຽນ2020-2021ສາມາດຊ້ອມນັກຮຽນເກັ່ງວິຊາຟີຊິກສາດມ4ໄດ້ທີ1ຂັ້ນເມຶອງແລະທີ3ຂັ້ນແຂວງ ໃນສົກຮຽນ2021-2022ສາມາດຊ້ອມນັກຮຽນເກັ່ງວິຊາຟີຊິກສາດມ4ໄດ້ທີ1ຂັ້ນເມຶອງແລະທີ2ຂັ້ນແຂວງ.
….
ໄດ້ສອບເສັງເຂົ້າລັດຖະກອນ2ເທຶ່ອແຕ່ບໍ່ເຫັນຄະແນນ ແລະ ກໍບໍ່ໄດ້ລັດຖະກອນເລີຍ.ມາປີນີ້ບໍ່ມີຮອດລາຍຊື່ໄປເສັງເຂົ້າລັດຖະກອນນຳຫມູ່ກໍເລີຍລາອອກຈາກຄູອາສາຍ້ອນມີຄວາມຫຍູ້ງຍາກຫລາຍແລະບໍ່ສາມາດລ້ຽງຄອບຄົວໄດ້.
….
…
….
….
…
Discussion about this post