ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 5, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ປ້ຳນ້ຳມັນຫລາຍແຫ່ງ ໃນນະຄອນຫຼວງວຽງຈັນ ເລີ່ມເປີດໃຫ້ບໍລິການປົກກະຕິ

ກຂຄ ລາວ by ກຂຄ ລາວ
ເດືອນມີນາ 20, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ອີງຕາມຂໍ້ມູນຈາກ ລັດວິສາຫະກິດນ້ຳມັນເຊື້ອໄຟລາວ (ລນລ) ໃຫ້ຮູ້ວ່າ: ລນລ ສະເພາະຈຸດນະຄອນຫລວງວຽງຈັນ ຕາມການສັ່ງຈ່າຍນ້ຳມັນຕົວຈິງ ສູ່ປ້ຳຕົວແທນໃນຂົງເຂດເມືອງຕ່າງໆ ໃນຕອນເຊົ້າ ຂອງວັນທີ 20 ມິຖຸນາ 2022 ນີ້, ມີທັງໝົດ 35 ປ້ຳ ປາກົດວ່າປ້ຳສ່ວນຫລາຍແມ່ນໄດ້ຈຳໜ່າຍໝົດກ່ອນເວລາ ເຊິ່ງທາງ ລນລ ຈະໄດ້ເລັ່ງຂົນສົ່ງໃຫ້ຄົບຕາມຈຳນວນທີ່ແຈ້ງໄປໂດຍເລັ່ງດ່ວນ ແລະ ສະເພາະ 3 ປ້ຳຕົວແບບ ຂອງ ລນລ ມີ ປ້ຳ ສີວິໄລ ຫລັກ 7, ປ້ຳໂພນສະອາດ ແລະ ປ້ຳແສງສະຫວ່າງ ດົງຈອງ ເຊິ່ງໄດ້ເປີດໃຫ້ບໍລິການເປັນປົກກະຕິ ຕັ້ງແຕ່ເວລາ 06:30-18:30 (ອາດຈະຂຶ້ນກັບປະລິມານນ້ຳມັນ ແລະ ຈຳນວນລູກຄ້າໃນແຕ່ລະວັນ) ຫລື ສາມາດກວດເບິ່ງຕົວຈິງຕາມລິ້ງ https://gas.mts.la

ລັດວິສາຫະກິດນ້ຳມັນເຊື້ອໄຟລາວ ໃຫ້ຮູ້ວ່າ: ໃນວັນທີ 19 ມິຖຸນາ 2022 ເວລາ 08:30 ໂມງ ຜ່ານມາ ສາງນໍ້າມັນດົງຈອງຈຸດນະຄອນຫລວງ ຂອງ ລນລ ຮັບນໍ້າມັນຜ່ານແດນ ແອັດຊັງ 348.800 ລິດ, ກະຊວນ 255.000 ລິດ ເພື່ອກະກຽມກະຈາຍສູ່ສັງຄົມ ແລະ ຕໍ່ມາການຂົນສົ່ງກໍໄດ້ກະຈາຍນ້ຳມັນສູ່ປ້ຳຕົວແທນເປັນສ່ວນໃຫຍ່ແລ້ວ ລວມທັ້ງປ້ຳຕົວແທນທີ່ຢູ່ຕ່າງແຂວງ ເພື່ອກຽມຄວາມພ້ອມຈຳໜ່າຍໃນວັນທີ 20 ມິຖຸນາ ນີ້ໃຫ້ທັນກຳໜົດຕາມແຈ້ງການ ເຊິ່ງກໍໄດ້ມີປ້ຳນ້ຳມັນຫລາຍແຫ່ງໃນນະຄອນຫລວງວຽງຈັນ ເລີ່ມເປີດໃຫ້ບໍລິການປົກກະຕິ ທ່າມກາງເຈົ້າຂອງພາຫະນະ ຫລັ່ງໄຫລໄປໃຊ້ບໍລິການ. ຂະນະທີ່ ບາງປ້ຳແຈ້ງຕໍ່ລູກຄ້າ ເປີດໃຫ້ບໍລິການບໍ່ທ່ວງທັນໃນມື້ນີ້ ຕາມທີ່ຄະນະລັດຖະບານ ໄດ້ແຈ້ງ ແລະ ຄາດວ່າຈະເປີດໃຫ້ບໍລິການເປັນປົກກະຕິ ພາຍໃນອາທິດນີ້ແນ່ນອນ.

ອີງຕາມແຈ້ງການຂອງ ລັດຖະມົນຕີກະຊວງການເງິນ ເລກທີ 1768/ກງ, ນະຄອນ ຫລວງວຽງຈັນ ລົງວັນທີ 17 ມິຖຸນາ 2022 ແລະ ອີງຕາມນະໂຍບາຍຂອງລັດຖະບານໃນການແກ້ໄຂ ສະພາບການຂາດແຄນຂອງນ້ຳມັນເຊື້ອໄຟ ແລະ ເພື່ອຈັດຕັ້ງປະຕິບັດການນຳເຂົ້າ ແລະ ການສະໜອງນ້ຳມັນເຊື້ອໄຟ ໃຫ້ທົ່ວເຖິງໃນຂອບເຂດທົ່ວປະເທດຕາມນະໂຍ ບາຍຂອງລັດຖະບານ ໃຫ້ມີຄວາມສະດວກ ແລະ ວ່ອງໄວ, ທັນສະພາບການ, ຮັບປະກັນການຕອບສະໜອງຕາມແຜນການນຳເຂົ້າ ຂອງບັນດາບໍລິສັດນ້ຳມັນເຊື້ອໄຟ ທີ່ໄດ້ຮັບອະນຸຍາດຈາກລັດທະບານ.

ພ້ອມກັນນີ້, ກໍໄດ້ມອບໝາຍໃຫ້ຫົວໜ້າກົມສ່ວຍສາອາກອນ ຊີ້ນຳຫົວໜ້າສ່ວຍສາອາກອນປະຈຳແຂວງ, ນະຄອນຫລວງ ເພື່ອສົມທົບກັບເຈົ້າໜ້າທີ່ ອຸດສາຫະກຳ ແລະ ການຄ້າ ດຳເນີນການຄຸ້ມຄອງ ແລະ ອຳນວຍຄວາມສະດວກໃນການເຄື່ອນຍ້າຍ ແລະ ເອົານ້ຳມັນເຊື້ອໄຟລົງປ້ຳເພື່ອຈຳໜ່າຍ, ພ້ອມທັງຕິດຕາມ, ກວດກາ ແລະ ມີມາດຕະການແກ້ໄຂການສວຍໂອກາດຂຶ້ນລາຄາ ເກີນໂຄງສ້າງລາຄາທີ່ລັດຖະບານໄດ້ກຳນົດ, ການກັກຕຸນນ້ຳມັນເຊື້ອໄຟ, ຖ້າພົບເຫັນໃຫ້ດຳເນີນຕາມຂັ້ນຕອນຂອງ ກົດໝາຍຢ່າງເດັດຂາດ.

ນອກຈາກນີ້, ມອບໃຫ້ຫົວໜ້າກົມພາສີ ຊີ້ນຳພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີ້ພາສີ ເພື່ອເຮັດໜ້າທີ່ໃນການສະກັດກັ້ນ ການລັກລອບຫລົບ ຫລີກພາສີ ຢູ່ຕາມດ່ານ ແລະ ບໍລິເວນຊາຍແດນ ເພື່ອບ່ໍໃຫ້ມີການລັກລອບນຳເຂົ້ານ້ຳມັນເຊື້ອໄຟ ທີ່ຜິດກົດ ໝາຍຢ່າງເດັດຂາດ ຖ້າພົບເຫັນໃຫ້ດຳເນີນຕາມຂັ້ນຕອນຂອງກົດໝາຍຢ່າງເຂັມງວດ.

ຂະນະດຽວກັນ, ປ້ຳນໍ້າມັນ ພລັສ ແລະ ປ້ຳເຂືອຄ່າຍພັນທະມິດ ຕາມແຈ້ງການຂອງລັດ ເປີດໃຫ້ບໍລິການ ທັງໝົດທຸກປ້ຳເຊົ້າມື້ນີ້ ເຊິ່ງທາງປ້ຳ ບໍ່ຮັບຊຳລະຜ່ານແອັບທະນາຄານໃດໆ ເພື່ອຄວາມສະດວກ ແລະ ວ່ອງໄວ ລົບກວນທ່ານຜູ້ມາໃສ່ນ້ຳມັນກຽມ ເງິນສົດ ໃຫ້ພຽງພໍກັບການຊື້ນ້ຳມັນລູກຄ້າ. ສ່ວນກໍລະນີລູກຄ້າຊໍາລະດ້ວຍບັດ PlusCard ແທນເງິນສົດແມ່ນໃຊ້ໄດ້ປົກກະຕິ.

ຂ່າວ: ມະນີທອນ

ShareTweetShare
Next Post
ຢ່າຟ້າວປ້ອຍຢ່າຟ້າວດ່າຫຼາຍເດີ! ເຫັນໃຈຜູ້ເຮັດວຽກໂຕຈີງແດ່ຊິໃຫ້ມັນໄດ້ທັນໃຈຂອງທຸກຄົນ ມັນເປັນໄປບໍ່ໄດ້ດອກ

ຢ່າຟ້າວປ້ອຍຢ່າຟ້າວດ່າຫຼາຍເດີ! ເຫັນໃຈຜູ້ເຮັດວຽກໂຕຈີງແດ່ຊິໃຫ້ມັນໄດ້ທັນໃຈຂອງທຸກຄົນ ມັນເປັນໄປບໍ່ໄດ້ດອກ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ອັບເດດຂ່າວເຈ້ທິບ ໄດ້ອອກນອກປະເທດແຕ່ວັນ 29/06/2022 ແລ້ວ ພ້ອມຊຸດເຄື່ອງເພັດ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຢ່າຖືເບົາ! ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນອີກແລ້ວ 171 ກໍລະນີ ຜູ້ເສຍຊີວິດສະສົມຈຳນວນ 8 ຄົນ
  • ພົບແລ້ວ… ມື້ທີ3 ຂອງການຄົ້ນຫາເດັກ 9ປີສູນຫາຍໃນນໍ້າ
  • ສາຍພະຈົນໄພຕ້ອງລອງ ຄົ້ນພົບຖໍ້າເລີກ 170 ແມັດ ທີ່ພູຜາມ່ານ ແຂວງຄຳມ່ວນ
  • ໃຫ້ເອົາໃຈໃສຕໍ່ສັດລ້ຽງຫຼາຍຂຶ້ນ! ເພາະອາດເກີດອັນຕະລາຍທັງສັດລ້ຽງ ແລະ ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...