ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 5, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສະພາແຫ່ງຊາດ ປະກາດແຕ່ງຕັ້ງ-ຍົກຍ້າຍສະມາຊິກລັດຖະບານ

ກຂຄ ລາວ by ກຂຄ ລາວ
ເດືອນມີນາ 20, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ຜ່ານປະກອບຄຳຄິດຄຳເຫັນຂອງ ສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ລົງຄະແນນສຽງເຫັນດີເປັນສ່ວນໃຫຍ່ ເພື່ອຮັບ ຮອງ ແລະ ປະກາດແຕ່ງຕັ້ງ, ຍັກຍ້າຍສະມາຊິກລັດຖະບານຈຳນວນໜຶ່ງ.

ໃນໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດໄດ້ ຂຶ້ນຜ່ານຄຳສະເໜີຂອງ ທ່ານນາຍົກລັດຖະມົນຕີ ວ່າດວ້ຍການພິຈາລະນາຮອງຮັບເອົາການແຕ່ງຕັ້ງ ຮອງນາຍົກລັຖະມົນຕີ ແລະ ພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ.

ເຊິ່ງຜ່ານການປະກອບຄຳຄິດຄຳເຫັນຂອງບັນດາ ສສຊ, ສະພາແຫ່ງຊາດ ໄດ້ຮັບຮອງແຕ່ງຕັ້ງ ທ່ານ ສະເຫລີມໄຊ ກົມມະສິດ ຂຶ້ນເປັນ ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຂຶ້ນເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ວຽງທະວິສອນ ເທບພະຈັນ ຮອງເຈົ້າແຂວງແຂວງສະຫວັນນະເຂດ ເປັນປະທານອົງການກວດສອບແຫ່ງລັດ.

ນອກຈາກນີ້, ຍັງໄດ້ສະເໜີພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ໂດຍໄດ້ແຕ່ງຕັ້ງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະ ຊວງອຸດສາຫະກຳ ແລະ ການຄ້າ ໄປເປັນລັດຖະມົນຕີ ປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປເປັນລັດຖະມົນຕີ ປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ,

ທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ ໄປເປັນລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບຸນເຫລືອ ສິນໄຊວໍລະວົງ ຮອງລັດຖະມົນກະຊວງການເງິນ ໄປເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ.

ຂ່າວ: ກິດຕາ ພາບ: ເກດສະໜາ

ShareTweetShare
Next Post
ໂພສອ້າງວ່າເກັບເງິນເຮ່ຍ ຄວາມຈິງແລ້ວ ເປັນການສ້າງກະແສ ແມ່ນເງິນຜູ້ກ່ຽວເອງ

ໂພສອ້າງວ່າເກັບເງິນເຮ່ຍ ຄວາມຈິງແລ້ວ ເປັນການສ້າງກະແສ ແມ່ນເງິນຜູ້ກ່ຽວເອງ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ອັບເດດຂ່າວເຈ້ທິບ ໄດ້ອອກນອກປະເທດແຕ່ວັນ 29/06/2022 ແລ້ວ ພ້ອມຊຸດເຄື່ອງເພັດ

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຢ່າຖືເບົາ! ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນອີກແລ້ວ 171 ກໍລະນີ ຜູ້ເສຍຊີວິດສະສົມຈຳນວນ 8 ຄົນ
  • ພົບແລ້ວ… ມື້ທີ3 ຂອງການຄົ້ນຫາເດັກ 9ປີສູນຫາຍໃນນໍ້າ
  • ສາຍພະຈົນໄພຕ້ອງລອງ ຄົ້ນພົບຖໍ້າເລີກ 170 ແມັດ ທີ່ພູຜາມ່ານ ແຂວງຄຳມ່ວນ
  • ໃຫ້ເອົາໃຈໃສຕໍ່ສັດລ້ຽງຫຼາຍຂຶ້ນ! ເພາະອາດເກີດອັນຕະລາຍທັງສັດລ້ຽງ ແລະ ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...