5 ເດືອນຕົ້ນປີ ກວດພົບຮ້ານແລກປ່ຽນເງິນຕາຜິດກົດໝາຍ 137 ຮ້ານ
![](https://kkklao.com/wp-content/uploads/2022/06/2-5-1024x533.png)
ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ລາຍຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ່ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2022 ວ່າ: ໃນໄລຍະ 5 ເດືອນຕົ້ນປີ 2022 ໄດ້ລົງກວດກາການເຄື່ອນໄຫວຂອງຮ້ານແລກປ່ຽນເງິນຕົວແທນ ແລະ ຫົວໜ່ວຍທຸລະກິດແລກປ່ຽນເງິນຕາແບບຜິດກົດໝາຍ ໃນຂອບເຂດທົ່ວປະເທດ ຈຳນວນ 137 ຮ້ານ;
ຖອນໜັງສືອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ ຈາກບັນດາຮ້ານແລກປ່ຽນເງິນຕາທີ່ບໍ່ສາມາດເປັນຕົວແທນຂອງທະນາຄານທຸລະກິດໄດ້ທັງໝົດ 101 ຮ້ານ, ປະຕິບັດມາດຕະການລົງໂທດຕໍ່ບັນດາຮ້ານແລກປ່ຽນເງິນຕາຕົວແທນ ທີ່ເຄື່ອນໄຫວບໍ່ສອດຄ່ອງ ແລະ ຫົວໜ່ວຍທຸລະກິດແລກປ່ຽນເງິນຕາແບບຜິດກົດໝາຍດ້ວຍຮູບການຕ່າງໆ ເປັນຕົ້ນ ຖອນໜັງສືອະນຸຍາດດຳເນີນທຸລະກິດ, ລະງັບບັນຊີເງິນຝາກ, ປັບໃໝ, ເຮັດບົດບັນທຶກກ່າວເຕືອນ.
![](http://kkklao.com/wp-content/uploads/2022/06/7-1-1024x682.jpg)
ພ້ອມກັນນີ້, ໄດ້ຮ່ວມເຮັດວຽກກັບຂະແໜງສື່ມວນຊົນ ເພື່ອຊ່ວຍເປັນກະບອກສຽງໃນການໂຄສະນາ ກ່ຽວກັບໂທດຂອງການເຄື່ອນໄຫວແລກປ່ຽນແບບຜິດກົດໝາຍ ແລະ ລະດົມມວນຊົນໃນການຊ່ວຍສະກັດກັ້ນ ແລະ ຕ້ານການເຄື່ອນໄຫວທີ່ບໍ່ຖືກຕ້ອງດັ່ງກ່າວ.
Discussion about this post