ໃຜກະຮູ້ເນາະຕອນນີ້ ລາຄາຄຳຂຶ້ນເອົາໆ ລ່າສຸດ 18,309,000 ກີບຕໍ່ບາດແລ້ວ ຫຼາຍຄົນກຳລັງຄິດກັນຢູ່ ຊື້ ຫຼືຂາຍດີ? ຂໍບອກເລີຍວ່າ ທີ່ລາຄາຄຳຂຶ້ນຕອນນີ້ ບໍ່ແມ່ນປັດໄຈຂອງທອງຄຳເລີຍ ແຕ່ປັດໄຈສ່ວນໃຫຍ່ແມ່ນ ຄ່າເງິນກີບທີ່ອ່ອນຄ່າ ລາຄາຄຳໃນຕະຫຼາດໂລກ (ເບິ່ງຮູບໃນຄອມເມັ້ນ) ບໍ່ໄດ້ຂຶ້ນສູງແບບນີ້ເລີຍ
![](https://kkklao.com/wp-content/uploads/2022/06/2-20-1024x683.jpg)
ສັງເກດເບິ່ງລາຄາຄຳໃນຕະຫຼາດໂລກຕອນນີ້ ຍັງບໍ່ສູງກວ່າຈຸດສູງສຸດທີ່ຜ່ານມາຊໍ້າ ລາຄາຍັງຢູ່ໃນລະດັບປີ 2011 ກັນຢູ່ເລີຍ ແຕ່ເປັນຫຍັງລາຄາຕອນນີ້ ກັບປີ 2011 ຈຶ່ງຕ່າງກັນແທ້? ນັ້ນກໍເພາະຄ່າຂອງເງິນກີບອ່ອນຄ່າເທົ່ານັ້ນ ບໍ່ໄດ້ກ່ຽວກັບຄຳເລີຍ ຍິ່ງທຽບໃສ່ກັບຕອນໂຄວິດໂຫດໆ ລາຄາຕອນນັ້ນ ຮອດ $2,073 ຕໍ່ອອນ
![](https://kkklao.com/wp-content/uploads/2022/06/3-19-1024x576.jpg)
ໝາຍເຫດ (ອັນນີ້ສຳຄັນ ບາງຄົນຢາກຮູ້ ແລ້ວ 1 ອອນ ເທົ່າກັບຈັກບາດບ້ານເຮົາ? ຕອບ: 1 ບາດຄຳ = 0,49 ອອນ ງ່າຍໆເລີຍ: 1 ອອນ ເທົ່າກັບ 2 ບາດບ້ານເຮົາ)
ຕອນນັ້ນ ລາຄາບ້ານເຮົາ ຍັງບໍ່ຮອດ 10 ລ້ານເລີຍ ແຕ່ຕອນນີ້ ລາຄາຄຳໃນຕະຫຼາດໂລກ ພຽງແຕ່ $1,862 ຕໍ່ອອນ ແຕ່ລາຄາບ້ານເຮົາໄປ 18,309,000 ກີບຕໍ່ບາດແລ້ວ
![](https://kkklao.com/wp-content/uploads/2022/06/1-9-1024x576.png)
ເປັນຫຍັງຕ້ອງບອກວ່າ “ລະວັງຕິດດອຍ” ຖ້າເງິນເຟີ້ໃນລາວເຮົາຍັງສູງຂຶ້ນແບບນີ້ໄປຕະຫຼອດ ກໍຈະເຮັດໃຫ້ລາຄາຄຳສູງຂຶ້ນໄປອີກແນ່ນອນ
ແຕ່ຖ້າລັດຖະບານຈັດການໄດ້ (ຄືຊິຍາກເຕີບເນາະ ຮາຮາ) ອອກພັນທະບັດ ທີ່ມີດອກ 20% ແລ້ວ ໄດ້ຜົນ ເຮັດໃຫ້ເງິນເຟີ້ຫຼຸດລົງ ຕອນນັ້ນ ລາຄາຄຳອາດຫຼຸດລົງຢ່າງໄວໄດ້ ເພາະມັນຂຶ້ນຕອນນີ້ບໍ່ແມ່ນມູນຄ່າຂອງຄຳທີ່ຂຶ້ນ ແຕ່ຍ້ອນຄ່າຂອງເງິນກີບທີ່ອ່ອນຄ່າເທົ່ານັ້ນ
ທີ່ມາ: Genius Adverts
Discussion about this post