ໃນວັນທີ 22 ແລະ 29 ພຶດສະພາ 2022, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຢຶດຢາ ເ ສ ບ ຕິ ດ ໄດ້ຈຳນວນຫຼາຍ ພາຍຫຼັງພົນລະເມືອງດີອອກເກັບເຫັດແລ້ວພົບເຫັນວັດຖຸສົງໄສຄ້າຍຄື ຢ າ ບ້ າແລ້ວແຈ້ງຕໍາເຈົ້າໜ້າທີ່ກວດສອບ ແລະ ປກສ ກຸ່ມທ່າງ່ອນ ລົງແກ້ໄຂເປົ້າໝາຍ ຢ າເ ສບ ຕິ ດ ກັກຕົວໄດ້ 4 ຄົນ.
![](https://kkklao.com/wp-content/uploads/2022/05/1-76.jpg)
ເມື່ອບໍ່ດົນມານີ້ເຈົ້າໜ້າທີ່ ປກສ ເມືອງໄຊທານີ້ໃຫ້ຮູ້ວ່າ: ໃນວັນທີ 22 ພຶດສະພາ 2022 ໄດ້ຮັບແຈ້ງຈາກ ປກສ ກຸ່ມດົງໂດກ ວ່າ: ມີພົນລະເມືອງດີໄປເກັບເຫັດຢູ່ປ່າເຂດບ້ານຫ້ວຍເຕີຍຫາດ່ານຊ້າງ ແລ້ວໄປພົບເຫັນວັດຖຸຄ້າຍຄືຢ າ ບ້ າ ຖືກຖິ້ມໄວ້ໃນປ່າຂ້າງເສັ້ນທາງໃຫຍ່ລະຫວ່າງບ້ານຫ້ວຍເຕີຍຫາບ້ານໂນນສະອາດ.
![](https://kkklao.com/wp-content/uploads/2022/05/2-61-768x1024.jpg)
ເຈົ້າຫນ້າທີ່ໜ່ວຍງານ 303 ຈຶ່ງໄດ້ລົງສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາສະຖານທີ່ເກີດເຫດຕົວຈິງ ຈຶ່ງງພົບເຫັນ: ຢ າ ບ້ າຈຳນວນ 07 ແພັກ ແລະ 20 ຖົງນ້ອຍ ຖືກຖິ້ມໄວ້ຢູ່ປ່າຂ້າງເສັ້ນທາງໃຫຍ່ລະຫວ່າງບ້ານດ່ານຊ້າງຫາບ້ານໂນນສະອາດ ຕາມທີ່ພົນລະເມືອງດີແຈ້ງ; ຈຶ່ງໄດ້ເຮັດບົດບັນທຶກແລ້ວເກັບກູ້ຂື້ນມາຮັກສາໄວ້ຢູ່ທີ່ ປກສ ເມືອງໄຊທານີ ແລະ ເລັ່ງສືບສວນຫາເຈົ້າຂອງຢ າເ ສ ບ ຕິ ດຈຳນວນດັ່ງກ່າວມາຮັບໂທດ.
![](https://kkklao.com/wp-content/uploads/2022/05/3-52-1024x576.jpg)
ນອກນັ້ນ, ໃນວັນອາທິດ ທີ່ 29 ພຶດສະພາ 2022 ເຈົ້າໜ້າທີ່ ປກສ ກຸ່ມທ່າງ່ອນ ລົງແກ້ໄຂເປົ້າໝາຍ ຄ້າຂາຍ ຢ າເ ສບ ຕິ ດ ນໍາພາໂດຍ ພັທ ບຸນແຍງ ຫົວໜ້າ ປກສ ກຸ່ມ ສົມທົບກັບອົງການປົກຄອງບ້ານ ເຂົ້າກັກຕົວ ນາງ ລຸນ ອາຍຸ 30 ປີ ຢູ່ບ້ານອຸດົມຜົນ ກວດພົບຂອງກາງ ຢ າ ບ້ າ 10 ເມັດ ແລະ ທ້າວ ໂຍ ອາຍຸ 29 ປີ ຢູ່ບ້ານ ໂນນແຕ້ ແລ້ວໄດ້ສອບສວນຂະຫຍາຍຜົນນຳໄປສູ່ການກັກຕົວ ທ້າວ ໂອໄດ ອາຍຸ 36 ປີ ຢູ່ບ້ານອຸດົມຜົນ ແລະໄດ້ຊັດທອດຫາ ທ້າວ ຄອນ ອາຍຸ 22 ປີ.
![](https://kkklao.com/wp-content/uploads/2022/05/4-34-769x1024.jpg)
ດັ່ງນັ້ນ ທາງ ປກສ ກຸ່ມ ຈື່ງໄດ້ລົງສົມທົບກັບບ້ານກັກຕົວຜູ້ກ່ງວພ້ອມຂອງກາງ ຢ າ ບ້ າຈໍານວນ 38 ຖົງກັບ 140 ເມັດ.
ການແກ້ໄຂເປົ້າໝາຍຢ າເ ສ ບ ຕິດຄັ້ງນີ້ຂອງ ປກສ ກຸ່ມທ່າງ່ອນ ສາມາດກັກຕົວ ໄດ້ 4 ຄົນ ຍີງ 1 ຄົນ ແລະ ຂອງກາງ ຢ າ ບ້ າທັງຫມົດ 7.750 ເມັດ, ເງິນ 800.000 ກີບ.
![](https://kkklao.com/wp-content/uploads/2022/05/5-21-1024x576.jpg)
ຂ່າວ: ໜັງສືພິມຄວາມສະຫງົບ
Discussion about this post