ໃນໂອກາດຳເນີນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພຶດສະພາ 2022 ໃນວັນທີ 30 ພຶດສະພາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ດຳລັດສະບັບເລກທີ 599/ລບ ແລະ ນິຕິກຳທີ່ກ່ຽວຂ້ອງ ເຫັນວ່າ ມີຄວາມຄືບໜ້າດີສົມຄວນ ທັງນີ້ ກໍ່ເພື່ອເປັນການຜັນຂະຫຍາຍ ບຸກທະລຸປະຕິບັດນະໂຍບາຍປະຢັດ ເພື່ອມີທຶນຮອນເຂົ້າໃສ່ການພັດທະນາ ແລະ ແກ້ໄຂຄວາມທຸກຍາກ ທັງເປັນການຄຸ້ມຄອງຊັບສິນຂອງລັດເຂົ້າສູ່ລະບຽບການ, ໃນນັ້ນ ໄດ້ສຳເລັດການອອກຄຳແນະນຳ ວ່າດ້ວຍການຈັດຕັ້ງປະຕິບັດ ດຳລັດ ວ່າດ້ວຍລົດຂອງລັດ, ປັບປຸງແບບຟອມສະຖິຕິລົດແຕ່ລະປະເພດ; ສຳເລັດການເຜີຍແຜ່ ດຳລັດ 599/ລບ ແລະ ນິຕິກໍາທີ່ກ່ຽວຂ້ອງ ໃຫ້ບັນດາກະຊວງ ແລະ ອົງການຈັດຕັ້ງ ພັກ-ລັດ ຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ຈໍານວນ 5 ຄັ້ງ ໂດຍການເຜີຍແຜ່ໃຫ້ບັນດາກະຊວງ ແລະ ຂະແໜງການ ແມ່ນຈັດຢູ່ນະຄອນຫຼວງວຽງຈັນ, ສ່ວນຢູ່ທ້ອງຖິ່ນແມ່ນຈັດຢູ່ ແຂວງບໍລິຄໍາໄຊ, ແຂວງຈໍາປາສັກ, ແຂວງຫຼວງນໍ້າທາ ແລະ ແຂວງຫຼວງພະບາງ.
![](https://kkklao.com/wp-content/uploads/2022/05/1-72-1024x683.jpg)
ການຍົກສູງປະສິດທິຜົນ ຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ດ້ວຍມາດຕະການປະຢັດມັດທະຍັດ, ຕ້ານການຟູມເຟືອຍ ແລະ ຈຳກັດລາຍຈ່າຍງົບປະມານ ທີ່ບໍ່ຈຳເປັນ ໂດຍການຄຸ້ມຄອງລົດຂອງລັດ ໃຫ້ມີຄວາມເປັນເອກະພາບລວມສູນ, ສະເໝີພາບ, ນຳໃຊ້ຖືກເປົ້າໝາຍ, ມີຄວາມໂປ່ງໃສ, ມີລະບຽບວິໄນ, ສາມາດກວດສອບໄດ້ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດເຮົາ
![](https://kkklao.com/wp-content/uploads/2022/05/2-58-1024x683.jpg)
ໃນການຈັດຕັ້ງປະຕິບັດຕົວຈິງ ພາຍຫຼັງທີ່ໄດ້ສໍາເລັດກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໃນຄັ້ງວັນທີ 17 ພຶດສະພາ 2022 ແມ່ນສາມາດຈັດຕັ້ງປະຕິບັດໄດ້ບັນດາໜ້າວຽກ ເປັນຕົ້ນ ໄດ້ດຳເນີນການຖອນລົດປະຈໍາຕໍາ ແໜ່ງຈຳນວນ 10 ຄັນ ຈາກການນຳລະດັບສູງ; ພ້ອມດຽວກັນ ກໍໄດ້ຈັດສັນ, ຊັບຊ້ອນ, ດຸ່ນດ່ຽງ ລົດທີ່ໄດ້ຖອນມາແລ້ວ ແລະ ທີ່ມີຢູ່ ໃຫ້ບັນດາກະຊວງ, ແລະ ອົງການຈັດຕັ້ງ ພັກ-ລັດ ທີ່ຍັງຂາດເຂີນ ຈຳນວນ 17 ຄັນ; ກະຊວງການເງິນ ໄດ້ສຳເລັດໂດຍພື້ນຖານການອອກແບບສະຕິກເກີ ລົດຮັບໃຊ້ບໍລິຫານລວມ ແລະ ລົດຮັບໃຊ້ວຽກງານວິຊາສະເພາະ ເພື່ອຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.
![](https://kkklao.com/wp-content/uploads/2022/05/3-49-1024x691.jpg)
ສະເພາະຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ສຳເລັດການຈັດ ຕັ້ງປະຕິບັດດຳລັດ 599/ລບ ໂດຍພື້ນຖານ ເຊິ່ງໃນນີ້ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມີລົດເກັງຄັນດຽວ ສ່ວນລົດຈິບ ແມ່ນໄດ້ຖອນເຂົ້າບັນຊີລວມແລ້ວ; ຮອງລັດຖະມົນຕີ 02 ທ່ານ ໄດ້ສືບຕໍ່ນຳໃຊ້ລົດເກັງ ແຄມມະລີ 2.0, ອີກ 02 ທ່ານ ແມ່ນຍັງບໍ່ທັນມີລົດປະຈຳຕຳແໜ່ງ, ຮອງລັດຖະມົນຕີ ທັງ 04 ທ່ານ ບໍ່ມີຄົນຂັບລົດປະຈຳ ຍົກເວັ້ນກໍລະນີລົງທ້ອງຖິ່ນ ແມ່ນນຳໃຊ້ລົດຮັບໃຊ້ວຽກທາງລັດຖະການ ຈຶ່ງມີພະນັກງານຂັບລົດ;
![](https://kkklao.com/wp-content/uploads/2022/05/4-31-1024x669.jpg)
ໄດ້ຊຳລະສະສາງລົດປະຈຳຕຳແໜ່ງຂັ້ນກົມ 27 ຄັນ, ຂັ້ນກົມໄປວຽກທາງການ ຢູ່ສູນກາງ ແລະ ທ້ອງຖິ່ນ ແມ່ນນຳໃຊ້ລົດຮັບໃຊ້ທາງລັດຖະການປະເພດລົດຕູ້, ກະບະ, ລົດເກັງ ແລະ ລົດຈິບຂະໜາດນ້ອຍ. ນອກຈາກນັ້ນ ໄດ້ນຳໃຊ້ສະຕິເກີ ລົດຮັບໃຊ້ວຽກທາງການ ຕິດໃສ່ຈຳນວນ 10 ຄັນໃນນີ້ ມີລົດຕູ້ 05 ຄັນ, ລົດເກັງ 03 ຄັນ ແລະ ລົດກະບະ 02 ຄັນ ແລ້ວ.
![](https://kkklao.com/wp-content/uploads/2022/05/5-19-1024x683.jpg)
ສຳລັບວຽກຈຳນວນໜຶ່ງທີ່ຕ້ອງເຮັດສຳເລັດ ພາຍໃນເດືອນ ມິຖຸນາ 2022 ແມ່ນຈະໄດ້ສືບຕໍ່ເກັບກໍາສະຖິຕິລົດແຕ່ລະປະເພດຈາກທຸກພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ ຢ່າງລະອຽດ ໂດຍແຕ່ງຕັ້ງທີມງານວິຊາການລົງຕິດຕາມຊຸກຍູ້ ແລະ ກວດກາຂໍ້ມູນສະຖິຕິລົດຕົວຈິງ ຢູ່ນຳແຕ່ລະພາກສ່ວນ; ສືບຕໍ່ຈັດສັນປະເພດລົດບໍລິຫານ ແລະ ລົດວິຊາສະເພາະ, ຖອນ, ດຸ່ນດ່ຽງ ແລະ ຊຳລະສະສາງ ລົດແຕ່ລະປະເພດຢູ່ຂັ້ນສູນກາງ.
![](https://kkklao.com/wp-content/uploads/2022/05/6-17-1024x683.jpg)
ທັງໝົດນັ້ນ ແມ່ນເພື່ອສືບຕໍ່ຈັດຕັ້ງປະຕິບັດດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ໃຫ້ສຳເລັດຕາມຄາດໝາຍທີ່ກຳນົດໄວ້ ປະກອບສ່ວນໃນການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ ຕົວຈິງ, ປະກອບສ່ວນເຂົ້າໃນການຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ດ້ວຍມາດຕະການປະຢັດມັດທະຍັດ, ຕ້ານການຟູມເຟືອຍ ແລະ ຈຳກັດລາຍຈ່າຍງົບປະມານ ທີ່ບໍ່ຈຳເປັນ ໃນການຄຸ້ມຄອງລົດຂອງລັດ ໃຫ້ມີຄວາມເປັນເອກະພາບລວມສູນ, ສະເໝີພາບ, ນຳໃຊ້ຖືກເປົ້າໝາຍ, ມີຄວາມໂປ່ງໃສ, ມີລະບຽບວິໄນ, ສາມາດກວດສອບໄດ້ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດເຮົາ.
Discussion about this post