ອີງຕາມບົດລາຍງານທະນາຄານໂລກ (World Bank) ລະດັບໜີ້ສິນສາທາລະນະແລະໜີ້ສິນຄໍ້າປະກັນລັດຖະບານ ສປປ ລາວ ໄດ້ເພີ້ມສູງຂື້ນສົມຄວນ ນັບຕັ້ງແຕ່ປີ 2019 ລະດັບໜີ້ສິນເພີ່ມຂຶ້ນຈາກ 68% ຂອງ GDP (12.5 ຕື້ໂດລາສະຫະລັດ) ເປັນ 88% (14.5 ຕື້ໂດລາສະຫະລັດ) ໃນປີ 2021 ເຊິ່ງການເພິ້ມຂື້ນໜີ້ສິນດັ່ງກ່າວ ຈະສົ່ງຜົນຕໍ່ຄວາມສ່ຽງທາງດ້ານຄວາມໝັ້ນຄົງຂອງເສດຖະກິດມະຫາພາກພໍສົມຄວນ
![](https://kkklao.com/wp-content/uploads/2022/05/1-67-1024x681.jpg)
ການເພີ່ມຂຶ້ນຢ່າງຫຼວງຫຼາຍຂອງຫນີ້ສິນສາທາລະນະແລະໜີ້ຄໍ້າປະກັນໂດຍລັດຖະບານ ສ່ວນໃຫຍ່ແມ່ນຍ້ອນການຫຼຸດລົງຢ່າງຫຼວງຫຼາຍຂອງເງິນກີບ (ໃນປີ 2021 ເງິນກີບອ່ອນຄ່າ 20% ທຽບປີຜ່ານມາ) ແລະ ການອອກພັນທະບັດພາຍໃນເປັນຈໍານວນຫຼວງຫຼາຍ
![](https://kkklao.com/wp-content/uploads/2022/05/2-1.jpeg)
ໂດຍໃນປີ 2021 ລັດຖະບານໄດ້ອອກພັນທະບັດພາຍໃນປະມານ 9 ພັນຕື້ກີບ ເປັນການຈ່າຍເງິນຄ້າງຊໍາລະພາຍໃນປະເທດທີ່ກ່ຽວຂ້ອງກັບໂຄງການລົງທຶນຂອງລັດ ເຊິ່ງກວມເອົາປະມານ 5% ຂອງ GDP
![](https://kkklao.com/wp-content/uploads/2022/05/6-1024x683.webp)
ເຊິ່ງໜີ້ສິນທັງໝົດຂອງປະເທດ ສ່ວນຫຼາຍແມ່ນໜີ້ສິນຕ່າງປະເທດ, ມາຈາກຂະແໜງພະລັງງານ ໂດຍສະເພາະບໍລິສັດໄຟຟ້າລາວ (EDL) ກວມເອົາຫຼາຍກວ່າ 30% ຂອງຍອດໜີ້ສິນສະສົມທັງໝົດໃນປີ 2021
ຂໍ້ມູນ: World Bank Laos
Discussion about this post