ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 30, ເດືອນມັງກອນ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຕໍາຫຼວດໄທຈັບຄົນລາວ ລັກເຂົ້າ ປະເທດ

ກຂຄ ລາວ by ກຂຄ ລາວ
ເດືອນພະຈິກ 12, 2020
in ຂ່າວຕ່າງປະເທດ, ຂ່າວພາຍໃນ
0
Home ຂ່າວຕ່າງປະເທດ

ເຈົ້າໜ້າທີ່ຕໍາຣວດ ເມືອງທ່າລີ້ ແຂວງເລີຍ ຂອງໄທຍ ຈັບຊາວລາວ ໄດ້ 8 ຄົນ ຢູ່ແຄມທ່າ ແມ່ນໍ້າເຫືອງ ທີ່ຂີ່ເຮືອຂ້າມນໍ້າເຫືອງ ໄປບ້ານ ປາກຄານ ຕາແສງຜື, ເມືອງທ່າລີ້ ແຂວງເລີຍ ຂອງໄທຍ ໃນມື້ວັນທີ 4 ພຶສຈິກາ 2020 ນີ້ ເພື່ອໄປຫາເຮັດວຽກ.

ຫຼັງຈາກແລ້ວ ເຈົ້າໜ້າທີ່ໄທຍ ກໍໄດ້ສອບສວນ ແລະ ສົ່ງໝົດທັງ 8 ຄົນ ໃຫ້ທາງການລາວ, ດັ່ງເຈົ້າໜ້າທີ່ໄທຍ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ພຶສຈິກາ ນີ້ວ່າ:
“ບໍ່ແຈ້ງຄວາມໃສ່ ທາງ ຕ.ມ ລາວ ເຂົາຮັບໄປແລ້ວ ທີ່ຖາມເນາະ ມີຄົນໄທຍ ນີ້ແຫຼະ ໂທມາຫາຄົນລາວ ໃຫ້ຄົນລາວ ຫາຄົນມາ ຄົນໃດ ຢາກເຮັດວຽກກໍມາ ຜັກດັນກັບເລີຍ ເຂົາກໍກວດຫາໄຂ້້ ບໍ່ໄຂ້ ບໍ່ມີອິຫຍັງ ລັກລອບເຂົ້າມາ ມັນກໍສ່ວນໜ້ອຍ ເຂົາຂ້າມມາເຮົາກໍຈັບນັ້ນແຫຼະ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ຢູ່ແຂວງໄຊຍະບູຣີ ກ່າວວ່າ ສໍາລັບ ກໍຣະນີ ນີ້ຊາວລາວທັງ 8 ຄົນ ທີ່ລັກລອບເຂົ້າໄປໄທຍນັ້ນໄດ້ ຖືກສົ່ງໂຕກັບມາລາວແລ້ວ ແລະກໍຈະມີ ແຕ່ກັກໂຕ 14 ມື້ ຕາມມາຕການປ້ອງກັນ ເຊື້ອພຍາດ ໂຄວິດ-19 ແລ້ວກໍຈະປ່ອຍໂຕ, ດັ່ງທ່ານ ກ່າວວ່າ:
“ເຂົາເຈົ້າມາ ກະມີແຕ່ປະຕິບັດ ຕາມວຽກຂອງຄະນະ ສະເພາະກິຈ ກັກໂຕ 14 ວັນ ກັກບໍ່ແມ່ເພື່ອວ່າ ຈະມີພຍາດໂຄວິດບໍ ຖ້າບໍ່ມີບັນຫາ ອື່ນແຊກຊ້ອນ ກໍບໍ່ມີບັນຫາຫຍັງດອກ.”


ສໍາລັບ ກໍຣະນີ ທີ່ ຄົນງານລາວ ຕ້ອງການໄປເຮັດວຽກ ຢູ່ປະເທດໄທຍ ນັ້ນເຈົ້າໜ້າທີ່ ກະຊວງແຮງງານ ແລະສວັດດີການສັງຄົມທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງກ່າວວ່າ ຄົນງານລາວ ຕ້ອງໄດ້ຜ່ານ ບໍຣິສັດຈັດຫາງານເທົ່ານັ້ນ, ຊຶ່ງປັດຈຸບັນ ທາງການ ຍັງບໍ່ອະນຸຍາດໃຫ້ ຄົນງານ ຂ້າມໄປເຮັດວຽກຢູ່ໄທຍ ໄດ້ເທື່ອ ຍ້ອນວ່າດ່ານຍັງບໍ່ເປີດ

ແຮງງານ ທີ່ຈະໄປເຮັດວຽກຢູ່ໄທຍ ມັນຕ້ອງຜ່ານ ບໍຣິສັດຈັດຫາງານ ແລ້ວຕ້ອງມີການສັນຍາເຮັດວຽກເນາະ ຖ້າບໍ່ມີ ແຮງງານລາວໄປ ກໍໄປແບບບໍ່ຖືກ ປົກກະຕິ ມັນຈະມີແຈ້ງການອອກ ຖ້າວ່າ ມີການເປີດ ຂົວ ມິຕພາບ ລາວ-ໄທຍ ເພິ່ນກໍຈະສົ່ງແຮງງານໄດ້ ແຕ່ຕອນນີ້ ຂົວມິຕພາບບໍ່ເປີດ ກໍບໍ່ສາມາດຈັດສົ່ງໄດ້ເນາະ ເນື່ອງຈາກມັນມີພຍາດໂຄວິດ ເດ້.”


ອີງຕາມການຣາຍງານຂອງສື່ທ້ອງຖິ່ນ ປະເທດໄທຍ ໃຫ້ຮູ້ວ່າ ເມື່ອວັນທີ່ 4 ພືສຈິກາ 2020 ນີ້ ເຈົ້າໜ້າທີ່ ປົກຄອງເມືອງທ່າລີ້ ຮ່ວມກັບ ຕໍາຣວດ ເມືອງທ່າລີ້ ແຂວງເລີຍ ຮ່ວມກັນຈັບຊາວລາວ ຈໍານວນ 8 ຄົນ ເປັນແມ່ຍິງ 6 ຄົນ ແລະ ເປັນຜູ້ຊາຍ 2 ຄົນ ທັງໝົດເປັນ ຊາວເມືອງໄຊຍະບູຣີ ແລະຫຼວງພຣະບາງ ທີ່ລັກລອບຂ້າມແມ່ນໍ້າເຫືອງ ໄປບ້ານປາກຄານ ຕາແສງຜື ເມືອງທ່າລີ້ ແຂວງເລີຍ ຂອງໄທຍ.

ShareTweetShare
Next Post
5 ວິທີປະສົບຜົນສຳເລັດ ໃນຊີວິດກ່ອນອາຍຸ 30

5 ວິທີປະສົບຜົນສຳເລັດ ໃນຊີວິດກ່ອນອາຍຸ 30

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ຊົມເຊີຍ!!! ກະຊວງ ປກສ ລົງວິໄນ ເຈົ້າໜ້າທີ່ 11 ຄົນ ທີ່ເຮັດຜິດລະບຽບ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ດ່ວນ!!! ພົບສົບແລ້ວ ແຕ່ໄຮ້ປະຕິຫານ ອິນແຕ່ງ ແກ້ວບົວລາ

    0 shares
    Share 0 Tweet 0
  • ຂ່າວດ່ວນ! ແຕ່ງຕັ້ງ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ເປັນຮອງນາຍົກລັດຖະມົນຕີ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...