ຕາມການຄາດຄະເນສະພາບອາກາດ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມໃຫ້ຮູ້ວ່າ: ໃນໄລຍະວັນທີ 23-25 ພຶດສະພາ 2022 ຮ່ອງຄວາມກົດດັນອາກາດຕໍ່າ ຫລື ຮ່ອງຝົນ ຈະພາດຜ່ານຢູ່ ແຂວງພາກເໜືອ ແລະ ພາກກາງ ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນ ສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ-ຟ້າເຫລື້ອມ ໃນລະດັບຄ່ອຍ ເປັນບໍລິເວນກວ້າງ ຢູ່ໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ຈາກນັ້ນ ໃນວັນທີ 26-29 ພຶດສະພາ 2022 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຍັງສືບຕໍ່ພັດປົກຄຸມຢູ່ທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ-ຟ້າເຫລື້ອມ ໃນລະດັບຄ່ອຍຫາຕົກປານກາງ ແລະ ໜັກ ເປັນບາງໂອກາດໃນແຕ່ລະພາກ ຕື່ມອີກ.
![](https://kkklao.com/wp-content/uploads/2022/05/1-58.jpg)
ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 23-29 ພຶດສະພາ 2022 ມີເຝື້ອປົກຄຸມເປັນສ່ວນຫລາຍ, ຈະມີຝົນຕົກ, ຟ້າຮ້ອງ-ຟ້າເຫລື້ອມໃນລະດັບຄ່ອຍ ເປັນບໍລິເວນກວ້າງ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອຸນຫະພູມຕໍ່າສຸດ 18-20 ອົງສາ ແລະ ສູງສຸດ 28-30 ອົງສາ. ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 23-29 ພຶດສະພາ 2022 ມີເຝື້ອປົກຄຸມເປັນສ່ວນຫລາຍ ແລະ ຈະມີຝົນຕົກ ຟ້າຮ້ອງ-ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 23-25 ອົງສາ ແລະ ສູງສຸດ 32-34 ອົງສາ.
ພາກກາງ: ໄລຍະວັນທີ 23-29 ພຶດສະພາ 2022 ຈະມີຝົນຕົກຟ້າຮ້ອງ-ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງວຽງຈັນ, ບໍລິຄໍາໄຊ ແລະ ແຂວງຄໍາມ່ວນ ອຸນຫະພູມຕໍ່າສຸດ 23-25 ອົງສາ ແລະ ສູງສຸດ 32-34 ອົງສາ. ສໍາລັບ ແຂວງໄຊສົມບູນ: ອາກາດເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ-ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 17-19 ອົງສາ ແລະ ສູງສຸດ 27-29 ອົງສາ.
![](https://kkklao.com/wp-content/uploads/2022/05/2-45.jpg)
ພາກໃຕ້: ໃນໄລຍະວັນທີ 23-29 ພຶດສະພາ 2022 ມີເຝື້ອປົກຄຸມເປັນສ່ວນຫລາຍ ແລະ ຈະມີຝົນຕົກ, ຟ້າຮ້ອງ-ຟ້າເຫລື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 23-25 ອົງສາ ແລະ ສູງສຸດ 32-34 ອົງສາ. ສໍາລັບເຂດພູພຽງບໍລະເວນ ອາກາດເຢັນໃນຕອນກາງຄືນ ຫາຕອນເຊົ້າ ແລະ ຈະມີຝົນຕົກ, ຟ້າຮ້ອງ-ຟ້າເຫລື້ອມ ໃນລະດັບຄ່ອຍ ຫາປານກາງ ແລະ ຕົກໜັກ ພ້ອມມີລົມພັດ ແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 17-19 ອົງສາ ແລະ ສູງສຸດ 25-27 ອົງສາ.
ນະຄອນຫລວງວຽງຈັນ: ໃນໄລຍະວັນທີ 23-29 ພຶດສະພາ 2022 ມີເຝື້ອປົກຄຸມເປັນສ່ວນຫລາຍ ພ້ອມມີໝອກແຫ້ງປົກຄຸມໃນຕອນກາງເວັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ, ອຸນຫະພູມຕໍ່າສຸດ 23-25 ອົງສາ ແລະ ສູງສຸດ 32-34 ອົງສາ.
Discussion about this post