ໃນຄັ້ງວັນທີ 4 ພຶດສະພາ 2022 ທາງເຈົ້າໜ້າທີ່ໜ່ວຍງານສະກັດກັ້ນແລະຕ້ານຢາເສບຕິດ ປກສ ເມືອງສອງຄອນ ແຂວງສະຫວັນນະເຂດໄດ້ຈັບກຸມເປົ້າໝາຍພົວພັນຄ້າຂາຍເສບຕິດຢູ່ຂອບເຂດບ້ານນາອຸດົມ ແລະ ບ້ານໜອງຂອນທີ່ຂື້ນກັບເມືອງສອງຄອນ ແຂວງສະຫວັນນະເຂດເຊີ່ງມີລາຍລະອຽດດັ່ງນີ້:
![](https://kkklao.com/wp-content/uploads/2022/05/2.-3-768x1024.jpg)
ໄດ້ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດໄດ້ 2 ຄົນ
1 ທ້າວ ພັນ ອາຍຸ 75 ປີ ອາຊີບ ເຮັດນາ ຢູ່ບ້ານນາອຸດົມ ເມືອງສອງຄອນ ແຂວງ ສະຫວັນນະເຂດ ເຊີ່ງຂອງກາງຢາບ້າ 2ຖົງ ເທົ່າກັບ 403 ເມັດ,ໂທລະສັບ 01 ໜ່ວຍ ແລະ ລົດຈັກ 01 ຄັນ
![](https://kkklao.com/wp-content/uploads/2022/05/3-37-1024x768.jpg)
2 ທ້າວ ເລີ້ມ ອາຍຸ 66 ປີ ອາຊີບ ເຮັດນາ ຢູ່ບ້ານໜອງຂອນ ເມືອງ ສອງຄອນ ແຂວງ ສະຫວັນນະເຂດ ເຊິ່ງຄະດີດັ່ງກ່າວແມ່ນທາງເຈົ້າໜ້າທີ່ກຳລັງດຳເນີນການສອບສວນ-ສືບສວນ ແລະ ດຳເນີນຄະດີຕາມກົດໝາຍທີ່ວາງອອກ
![](https://kkklao.com/wp-content/uploads/2022/05/1-51-1024x768.jpg)
ປກສ ເມືອງສອງຄອນ
Discussion about this post