ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 1, ເດືອນທັນວາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເຄື່ອນຍ້າຍອັດຖິ ທະຫານອາສາສະໝັກ ຊຽວຊານຫວຽດນາມ ກັບຄືນປະເທດ

ກຂຄ ລາວ by ກຂຄ ລາວ
ເດືອນພຶດສະພາ 17, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ບັນດາການນໍາແຂວງ ນໍາໂດຍ ທ່ານ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄໍາໄຊ ພ້ອມດ້ວຍ ຫົວໜ້າຄະນະປະຕິບັດງານພິເສດ ແຂວງບໍລິຄໍາໄຊ ສປປ ລາວ ແລະ ແຂວງ ຮ່າຕິ້ງ ສສ ຫວຽດນາມ ຕະຫລອດຮອດຫົວໜ້າພະແນກການ-ກົມກອງ ກ່ຽວຂ້ອງທັງສອງຝ່າຍ ໄດ້ພ້ອມກັນເຂົ້າຮ່ວມ ໄວ້ອາໄລ ອັດຖິ ທະຫານອາສາສະໝັກ ຊ່ຽວຊານຫວຽດນາມ

ທີເສຍສະຫລະຊີວິດໃນປາງສົງຄາມຢູ່ລາວ ທີ່ຄະນະປະຕິບັດງານພິເສດ ສອງຝ່າຍຂຸດຄົ້ນໄດ້ ຈໍານວນ 11 ອັດຖິ ໃນໄລຍະລະດູແລ້ງ ປະຈໍາປີ 2021-2022 ຢູ່ ສປປ ລາວ ເປັນຄັ້ງສຸດທ້າຍ ໃນວັນທີ 16 ພຶດສະພາ 2022 ກ່ອນທີ່ຈະເຄືອນຍ້າຍອັດຖິ ດັ່ງກ່າວ ກັບຄືນປະເທດ.

ພິທີເຄື່ອນຍ້າຍ ອັດຖິ ທະຫານອາສາສະໝັກ ຊ່ຽວຊານຫວຽດນາມ ຄັ້ງນີ້, ຕ່າງໜ້າໃຫ້ກັບການນໍາຂອງແຂວງ ຮ່ວມນໍາຂະບວນເຄຶ່ອນຍ້າຍ ໂດຍ ທ່ານ ຄໍາແຫວນ ປັນຍານຸງວົງ ຮອງຫົວໜ້າຄະນະປະຕິບັດງານພິເສດ ແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ. ພ້ອມນີ້, ຍັງມີບັນດາການນໍາພັກ-ລັດ ນັກຮຽນ, ນັກສຶກສາ ຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຊາວລາວ ແລະ ຊາວຫວຽດນາມເຂົ້າຮ່ວມ ຢືນຕ້ອນຮັບຂະບວນ ດັ່ງກ່າວ ຢູ່ຕາມເສັ້ນທາງສາຍຕ່າງໆ ທີ່ຂະບວນລົດໄດ້ແລ່ນຜ່ານ.

ທັງນີ້, ກໍເພື່ອເປັນການສະແດງຄວາມຮູ້ບຸນຄຸນ, ຄຸນງາມຄວາມດີ ຄັ້ງສຸດທ້າຍຕໍ່ ອັດຖິ ຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫລະເລືອດເນື້ອ ໃນການຕໍ່ສູ້ໃນປາງສົງຄາມຢູ່ລາວ ໃຫ້ກັບຄືນປະເທດຢ່າງສົມກຽດ

ເພື່ອໃຫ້ຄະນະປະຕິບັດງານພິເສດແຂວງ ຮ່າຕິ້ງ ສສ ຫວຽດນາມ ໄດ້ທໍາພິທີທາງສາສະໜາ ແລ້ວນໍາເອົາອັດຖິ ເຂົ້າມ້ຽນຢູ່ທີ່ສຸສານ ປະຈໍາແຂວງ ເພື່ອໃຫ້ ພໍ່ແມ່ປະຊາຊົນ ທັງສອງຊາດ ໄດ້ມີຄວາມເອກອ້າງທະນົງໃຈ ສະແດງຄວາມຮູ້ບຸນຄຸນ ຄຸນງາມຄວາມດີ

ແລະ ວິລະກໍາອັນລໍາເລີດ ຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໃຫ້ຄົນຮຸ່ນໃໝ່ໄດ້ຮັບຮູ້ ແລະ ຕໍ່ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມາແຕ່ດຶກດໍາບັນ ໃຫ້ຍືນຍົງຄົງຕົວ ຢູ່ຄູ່ກັບປະຊາຊົນສອງຊາດຕະຫລອດໄປ.

ShareTweetShare
Next Post
ປະກາດຕາມຫາ ສາວງາມຄົນນີ້ທຳຮ້າຍຮ່າງກາຍຄົນອື່ນໃຜພົບເຫັນມີລາງວັນໃຫ້

ປະກາດຕາມຫາ ສາວງາມຄົນນີ້ທຳຮ້າຍຮ່າງກາຍຄົນອື່ນໃຜພົບເຫັນມີລາງວັນໃຫ້

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ເຫັນດີນຳເດີ້…! ອີງຕາມຂໍ້ຕົກລົງ ເລກທີ 581 ສັ່ງຮື້ຖອນ ສິ່ງປຸກສ້າງອອກຈາກທາງນໍ້າຊອງ ເພື່ອຄວາມເປັນລະບຽບ

    0 shares
    Share 0 Tweet 0
  • ຈັງແມ່ນດວງເຮັ່ງແທ້ເດ ຊື້ເລກສຸມ 10 ພັນກີບ ຖືກເລກ 6ໂຕ ຮັບ400ລ້ານກີບ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...