ປັດຈຸບັນ, ວິສາຫະກິດຫວຽດນາມ ທີ່ມາລົງທຶນຢູ່ ສປປ ລາວ ມີທັງໝົດ 417 ໂຄງການ, ມູນຄ່າການລົງທຶນທັງໝົດ 4,3 ຕື້ໂດລາສະຫະລັດ, ຈັດຢູ່ໃນອັນດັບ 3 ໃນຈໍານວນ 54 ປະເທດ ແລະ ເຂດແຄ້ວນທີ່ມີການລົງທຶນ ຢູ່ລາວ.

ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານໃຫ້ຮູ້ໃນວັນທີ 13 ພຶດສະພາ 2022 ນີ້ວ່າ: ໃນປີ 2021 ຜ່ານມາ, ລັດຖະ ບານລາວ ໄດ້ອະນຸຍາດການລົງທຶນ ໃຫ້ແກ່ວິສາຫະກິດຫວຽດນາມ 3 ໂຄງການ, ໃນນີ້ ມີຂະແໜງບໍ່ແຮ່ 2 ໂຄງການ ແລະ ທະນາຄານ 1 ໂຄງການ. ພ້ອມນັ້ນ, ຍັງໄດ້ສືບຕໍ່ຮ່ວມກັນແກ້ໄຂຂໍ້ຫຍຸ້ງຍາກໃນການພັດທະນາໂຄງການຂະໜາດໃຫຍ່ຈຳນວນໜຶ່ງ ຂອງນັກລົງທຶນ ສອງຝ່າຍ ໃນຂົງເຂດພະລັງງານ, ແຮ່ທາດຕ່າງໆ, ໂຄງການສ້າງໂຄງລ່າງພື້ນຖານຕ່າງໆ, ການຜະລິດກະສິກຳ-ປ່າໄມ້ ເພື່ອສາມາດດຳເນີນຖືກຕ້ອງຕາມສັນຍາ ທີ່ໄດ້ເຊັນຮ່ວມກັນ. ສ່ວນດ້ານການຄ້າ, ໃນປີ 2021 ຜ່ານມາ ມູນຄ່າການຄ້າຂອງສອງປະເທດ ບັນລຸໄດ້ 1,37 ຕື້ໂດລາ, ເພີ່ມຂຶ້ນ 33,3% ເມື່ອທຽບໃສ່ປີ 2020 ແລະ ໃນປີ 2022 ສອງຝ່າຍ ຈະສູ້ຊົນຊຸກຍູ້ມູນຄ່າການຄ້າໃຫ້ເພີ່ມຂຶ້ນ 10-15% ຕາມທີ່ສອງຝ່າຍໄດ້ຕົກລົງກັນໃນໄລຍະ 2021-2025
ສ້າງເງື່ອນໄຂຄວາມສະດວກໃຫ້ນັກທຸລະກິດ ແລະ ປະຊາຊົນ ຢູ່ເຂດຊາຍແດນຂອງສອງປະເທດ ໃຫ້ມີການແລກປ່ຽນການຄ້າ ໃຫ້ຫລາຍຂຶ້ນກວ່າເກົ່າ; ດ້ານຄົມມະນາຄົມ-ຂົນສົ່ງ ສອງຝ່າຍ ໄດ້ປະສານສົມທົບ, ສຶກສາຄົ້ນຄວ້າ ແລະ ຊຸກຍູ້ ຊອກຫາແຫລງທຶນເພື່ອຜັນຂະຫຍາຍ ບັນດາໂຄງການທີ່ສຳຄັນ ເຊັ່ນ: ໂຄງການກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ ສອງຝ່າຍເຫັນດີ ເປັນເອກະພາບ ຈະນໍາໃຊ້ທຶນຊ່ວຍເຫລືອຂອງຍີປຸ່ນ 200 ລ້ານໂດລາສະຫະ ລັດ ເພື່ອຍົກລະດັບເສັ້ນທາງເລກ 8 ເບື້ອງລາວ, ຝ່າຍຫວຽດນາມ ເຫັນດີດ້ານຫລັກ ການ ພິຈາລະນາຕັດເສັ້ນທາງໄປຫາທ່າເຮືອຫວຸງອາງ ເປັນຈຸດສຸດທ້າຍ.
ສ່ວນໂຄງ ການເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ ແມ່ນສືບຕໍ່ສະຫງວນໄວ້ ເພື່ອຊອກຫາແຫລ່ງທຶນອື່ນມາຈັດຕັ້ງປະຕິບັດ; ດ້ານອຸດສະຫະກຳ, ພະລັງງານ-ບໍ່ແຮ່ ສອງຝ່າຍລາວ-ຫວຽດ ນາມ ສືບຕໍ່ຈັດຕັ້ງປະຕິບັດສັນຍາ ວ່າດ້ວຍການຮ່ວມມືພັດທະນາ ໂຄງການພະລັງງານໄຟຟ້າ ແລະ ບໍ່ແຮ່ ທີ່ໄດ້ລົງນາມວັນທີ 24 ກຸມພາ 2019 ຜ່ານມາ ຢ່າງມີປະສິດທິຜົນ, ມາຮອດປັດຈຸບັນ ຝ່າຍລາວ ໄດ້ເຊັນສັນຍາຊື້-ຂາຍໄຟຟ້າ (PPA) ກັບ ລັດວິສາຫະກິດໄຟຟ້າຫວຽດນາມ (EVN) ທັງໝົດມີ 18 ສັນຍາ (25 ໂຄງການ) ລວມກໍາລັງຕິດຕັ້ງ 2.180 MW, ໃນນັ້ນ, ໂຄງການທີ່ໄດ້ຂາຍໄຟໄປຍັງຫວຽດນາມ ມີກໍາລັງຕິດຕັ້ງ 572 MW ຄື: ເຊຂະໝານ 1, ເຊຂະໝານຊານໄຊ, ປັດຈຸບັນ ພວມສ້ອມ ແປງ ໂຄງການເຊຂະໝານ 3 ຄາດວ່າຈະສໍາເລັດ ແລະ ສາມາດດໍາເນີນການຜະລິດກະແສໄຟຟ້າ ໃນໄຕມາດທີ II ປີນີ້.
ທ່ານ ຄຳເຈນ ວົງໂພສີ ຍັງໃຫ້ຮູ້ອີກວ່າ: ໃນປີ 2022 ນີ້, ສອງຝ່າຍ ຈະສືບ ຕໍ່ຊຸກຍູ້ໃຫ້ວິສາຫະກິດ ຂອງສອງປະເທດ ລາວ-ຫວຽດນາມ ຮ່ວມກັນພັດທະນາບັນດາໂຄງການໄຟຟ້າ ຢູ່ລາວ, ເພີ່ມທະວີການເຊື່ອມໂຍງລະບົບໄຟຟ້າ ແລະ ການຊື້ຂາຍໄຟ ຟ້າສອງຝ່າຍ. ສໍາລັບໂຄງການບໍ່ເກືອກາລີ ທີ່ແກ່ຍາວມາໄດ້ຫລາຍປີນັ້ນ, ໃນປີນີ້ ລັດຖະບານຫວຽດນາມ ເຫັນດີໃຫ້ມີການຮ່ວມຮຸ້ນຂອງບັນດາບໍລິສັດຕ່າງໆ ທີ່ມີຄວາມສົນໃຈ ແລະ ຝ່າຍຫວຽດນາມ ກໍໄດ້ມີຈົດໝາຍສະເໜີມາ ເພື່ອມາກວດກາ ແລະ ປຶກ ສາຫາລື ກ່ຽວກັບການຮ່ວມຮຸ້ນ ໃນເດືອນມີນານີ້;
ຫວຽດນາມ ໄດ້ສະເໜີຝ່າຍລາວ ຊ່ວຍມີມາດຕະການແກ້ໄຂຂໍ້ຫຍຸ້ງຍາກ ໃຫ້ແກ່ບັນດາວິສາຫະກິດຫວຽດນາມ ທີ່ມາລົງ ທຶນໃນຂົງເຂດບໍ່ແຮ່ ຢ່າງສົມເຫດສົມຜົນບົນພື້ນຖານລະບຽບກົດໝາຍ. ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ເປັນເອກະພາບກັນໃນການຕີລາຄາ ແລະ ວິໄຈ ກາລະໂອກາດການລົງທຶນຢູ່ລາວ ໃຫ້ແກ່ບັນດາວິສາຫະກິດຫວຽດນາມ ຮອດປີ 2025, ກໍານົດທິດທາງຮອດປີ 2030, ເພີ່ມທະວີຊຸກຍູ້ໃຫ້ບຸລິມະສິດການລົງທຶນ ຂອງວິສາຫະກິດຫວຽດນາມ ທີ່ມີຄວາມສາມາດດ້ານການເງິນ, ດ້ານວິຊາການ, ເຂົ້າໃນຂົງເຂດກະສິກຳສະອາດ, ອຸດ ສາຫະກຳປຸງແຕ່ງການຜະລິດ, ຂົງເຂດທີ່ມີທ່າແຮງບົ່ມຊ້ອນລຽບຕາມຊາຍແດນ ລາວ-ຫວຽດນາມ.
ຂ່າວ: ທະນູທອງ ພາບ: ເກດສະໜາ
Discussion about this post