ຈາກປະເຕັ້ນປ້ຳນ້ຳມັນ ປຕທ (Pttsatation) ສາຂາທາດຫລວງ ນະຄອນຫລວງວຽງຈັນ ເປີດໃຫ້ບໍລິການດ້ວຍຄວາມໂປງໃສ, ວ່ອງໄວ ແລະ ຍຸຕິທຳ ໂດຍສະເພາະໃນໄລຍະທີ່ນ້ຳມັນເຊື້ອໄຟຂາດຕະຫລາດໃນ ສປປ ລາວ, ບາງປ້ຳກໍໄດ້ປິດໃຫ້ບໍລິການຊົ່ວ ຄາວ, ແຕ່ປ້ຳນ້ຳມັນ ປຕທ ສາຂາທາດຫລວງ ກໍໄດ້ເປີດໃຫ້ບໍລິການແກ່ສັງຄົມ ເປັນປົກກະຕິ, ປະຊາຊົນໄດ້ຫລັ່ງໄຫລເຂົ້າມາໃຊ້ບໍລິການ ເປັນຈຳນວນຫລາຍ ເຮັດໃຫ້ເກີດມີຂ່າວບິດເບືອນ, ຂ່າວບໍ່ມີມູນຄວາມຈິງ ຢູ່ສື່ສັງຄົມອອນລາຍ
![](https://kkklao.com/wp-content/uploads/2022/05/Screenshot_20220513-080726-1024x475.jpg)
ຕໍ່ກັບຂັ້ນຕ້ອນການໃຫ້ບໍລິການຂອງທາງປ້ຳນ້ຳມັນ.
ທ່ານນາງ ສິຣິ ບຸດດາຄຳ ເຈົ້າຂອງປ້ຳນ້ຳມັນ ປຕທ ສາຂາທາດຫລວງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 12 ພຶດສະພາ 2022 ນີ້ວ່າ: ໃນກໍລະນີຂ່າວທີ່ອອກໃນສື່ສັງຄົມອອນລາຍ (ເຟສບຸກ) ໃນວັນທີ 12 ພຶດສະພາ 2022
![](http://kkklao.com/wp-content/uploads/2022/05/FB_IMG_1652362096019-1024x682.jpg)
ກ່ຽວກັບບັນຫາທີ່ວ່າລູກຄ້າທີ່ເຂົ້າມາໃຊ້ບໍລິການຢູ່ປ້ຳນ້ຳມັນ ປຕທ ສາຂາທາດຫລວງ ນະຄອນຫລວງວຽງຈັນຕ້ອງໄດ້ຊື້ສິນຄ້າ ພາຍໃນຮ້ານອາເມຊອນ ຈຶ່ງຈະສາມາດໃສ່ນໍ້າມັນໄດ້ (ລົດໃຫຍ່ ຕ້ອງຊື້ຄົບ 100.000 ກີບ, ລົດຈັກ ຕ້ອງຊື້ຄົບ 50 000 ກີບ ຈຶ່ງໃສ່ນ້ຳມັນໃຫ້) ຕໍ່ກັບບັນຫາດັ່ງກ່າວ ແມ່ນບໍ່ມີມູນຄວາມເປັນຈິງ (ເປັນຂ່າວບິດເບືອນ ທີ່ເກີດຂຶ້ນຍ້ອນຄວາມເຂົ້າໃຈຜິດ) ເນື່ອງຈາກໄລຍະທີ່ ສປປ ລາວ ພົບກັບວິກິດນ້ຳມັນເຊື້ອໄຟຂາດຕະຫລາດໃນຂອບເຂດທົ່ວປະເທດ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ
![](http://kkklao.com/wp-content/uploads/2022/05/FB_IMG_1652333345873-768x1024.jpg)
ເຮັດໃຫ້ປະຊາຊົນຫລັ່ງໄຫລກັນເຂົາມາຊື້ນ້ຳມັນເປັນຈຳນວນຫລາຍ ເຊິ່ງປ້ຳນ້ຳມັນ ປຕທ ສາຂາທາດ ຫລວງ ກໍເປັນປ້ຳໜຶ່ງທີ່ມີມວນຊົນຫລັ່ງໄຫລເຂົ້າມາໃຊ້ບໍລິການ ເຊິ່ງທາງປ້ຳ ກໍໄດ້ໃຊ້ມາດຕະການ ຍາຍບັດຄິວຢູ່ໃນຮ້ານອາເມຊອນ ເພື່ອຈັດສັນຄວາມເປັນລະບຽບຮຽບຮ້ອຍ ໃຫ້ແກ່ລູກຄ້າແຕ່ລະຄົນທີ່ເຂົ້າມາໃຊ້ບໍລິການໃສ່ນ້ຳມັນ ໂດຍທີ່ບໍ່ຈຳເປັນຕ້ອງຊື້ສິນຄ້າໃດໆ ກໍສາມາດໃສ່ນ້ຳມັນໄດ້.
![](https://kkklao.com/wp-content/uploads/2022/05/Screenshot_20220513-080746-710x1024.jpg)
ພ້ອມດຽວກັນນັ້ນ, ປ້ຳນ້ຳມັນ ປຕທ ສາຂາທາດຫລວງ ກໍໄດ້ຈັດຄວາມເປັນລະບຽບຮຽບຮ້ອຍ ໂດຍໄດ້ຈັດສັນການເຂົ້າ-ອອກ ລະຫວ່າງລົດໃຫຍ່, ລົດຈັກ ເພື່ອໃຫ້ໄດ້ໃສ່ນ້ຳມັນທີ່ເທົ່າທຽມກັນ, ທາງປ້ຳ ຈະບໍ່ໃສ່ໃຫ້ຜູ້ທີ່ນຳເອົາຕຸກມາໃສ່ນ້ຳມັນ ຈະໃສ່ໃຫ້ສະເພາະແຕ່ລົດ ເທົ່ານັ້ນ.
![](https://kkklao.com/wp-content/uploads/2022/05/Screenshot_20220513-080753-730x1024.jpg)
ໂອກາດນີ້, ທ່ານນາງ ສິຣິ ບຸດດາຄຳ ຍັງໄດ້ຮຽກຮ້ອງໃຫ້ສັງຄົມ ກໍຄື ຜູ້ມາໃຊ້ບໍລິການ ໃຫ້ເຊື່ອໜັ້ນຕໍ່ການໃຫ້ບໍລິການຂອງປ້ຳນ້ຳມັນ ປຕທ ສາຂາທາດຫລວງ, ພ້ອມທັງຢືນຢັນວ່າ ຈະໃຫ້ບໍລິການແກ່ສັງຄົມດ້ວຍຄວາມຈິງໃຈ, ວ່ອງໄວ ແລະ ເປັນທຳ, ຮັບປະກັນ ໃຫ້ຜູ້ທີ່ເຂົ້າມາໃຊ້ບໍລິການ ໄດ້ໃຊ້ນ້ຳມັນ ທີ່ມີຄຸນນະພາບ.
ຊົມຄລີບລູກຄ້າຢືນຢັນມີຄວາມຈິງ100%
Discussion about this post