ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 30, ເດືອນພະຈິກ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ລນລ ເຊັນສັນຍາ ຊື້-ຂາຍ ນ້ຳມັນ ກັບ ໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ຍອດງື່ມພາວເວີ

ກຂຄ ລາວ by ກຂຄ ລາວ
ເດືອນພຶດສະພາ 12, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ(ລນລ) ໄດ້ເຊັນສັນຍາຊື້-ຂາຍນ້ຳມັນກາຊວນ 10 ລ້ານລິດຕໍ່ເດືອນ ກັບໂຮງງານປຸງແຕ່ງນໍ້າມັນເຊື້ອໄຟຍອດງື່ມພາວເວີ ຈຳກັດ ໃນວັນທີ 11 ພຶດສະພາ 2022 ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ສີສັງຄົມ ໂຄດໂຍທາ ຜູ້ອຳນວຍການບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ແລະ ທ່ານ ສົມຫວັງ ຄຸລຸຣັດ ຜູ້ອຳນວຍການ ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມ ພາວເວີ ຈໍາກັດ ໂດຍມີ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີເຈົ້າແຂວງຊຽງຂວາງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ສົມຫວັງ ຄຸລຸຣັດ ໄດ້ກ່າວວ່າ: ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມ ສ້າງຕັ້ງຂຶ້ນໃນເດືອນພະຈິກ 2021 ດ້ວຍທຶນຈົດທະບຽນ 100 ຕື້ກີບ, ຕັ້ງຢູ່ບ້ານຍອດງື່ມ ເມືອງແປກ ແຂວງຊຽງຂວາງ, ດຳເນີນທຸລະກິດດ້ານປຸງແຕ່ງນ້ຳມັນເຊື້ອໄຟ, ມີກຳລັງການຜະລິດ-ປຸງແຕ່ງນໍ້າມັນກາຊວນ ເບື້ອງຕົ້ນ 10 ລ້ານລິດ/ເດືອນ, ຖ້າມີຄວາມຮຽກຮ້ອງຕ້ອງການຂອງສັງຄົມເພີ່ມຂຶ້ນ ທາງໂຮງງານສາມາດເພີ່ມກຳລັງການຜະລິດເປັນ 30 ລ້ານລິດ/ເດືອນ, ໃນປັດຈຸບັນ, ໂຮງງານຢູ່ໃນຂັ້ນຕອນກຽມການຜະລິດ ຄາດວ່າຈະອອກຈໍາໜ່າຍສູ່ສັງຄົມ ໃນທ້າຍເດືອນພຶດສະພາ 2022 ນີ້.

ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມ ພາວເວີ ມີຄວາມພ້ອມສະໜອງນ້ຳມັນກາຊວນໃຫ້ແກ່ສັງຄົມ ທີ່ກຳລັງເປັນກະແສຮ້ອນແຮງໃນເວລານີ້, ເນື່ອງຈາກການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟໃນຕະຫລາດໂລກ, ໄດ້ກະທົບໂດຍກົງຕໍ່ເສດຖະກິດບ້ານເຮົາໃນຖານະທີ່ເປັນປະເທດນຳເຂົ້າ. ສະນັ້ນ, ເພື່ອປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງ ກ່ຽວກັບການສະໜອງນ້ຳມັນເຊື້ອໄຟ ໃຫ້ພຽງພໍກັບຄວາມຕ້ອງການຊົມ ໃຊ້ຂອງສັງຄົມ ແລະ ມີລາຄາຖືກລົງກວ່າໃນປັດຈຸບັນ ໂດຍໄດ້ນຳໃຊ້ແທັກໂນໂລຊີ ເຄື່ອງຈັກທີ່ທັນສະໄໝຈາກ ປະເທດອິຕາລີ ແລະ ຄວບຄຸມການຜະລິດ, ຄຸນນະພາບ ຕາມມາດຕະ ຖານ ASTM D975, ໂຮງງານ ໄດ້ນໍາໃຊ້ທ່າເຮືອຫງີ້ເສິນ (Nghi Son) ແຂວງ ແທັງຮວາ ສສ ຫວຽດນາມ ເປັນບ່ອນຮັບນໍ້າມັນທີ່ເປັນວັດຖຸດິບ ແລະ ນໍ້າມັນສໍາເລັດຮູບ ທີ່ມາຈາກຕ່າງປະເທດ ແລະ ຈະນໍາເຂົ້າຜ່ານດ່ານພາສີສາກົນນໍ້າກັ່ນ ແຂວງຊຽງຂວາງ ໂດຍມີໄລຍະທາງຈາກທ່າເຮືອ ຫາ ໂຮງງານ ພຽງແຕ່ 380 ກິໂລແມັດ, ຖືວ່າມີໄລຍະທາງໃກ້ກວ່າ ການນຳເຂົ້າຈາກປະເທດໄທຫລາຍສົມຄວນ.

ທ່ານ ສົມຫວັງ ຄຸລຸຣັດ ຍັງໃຫ້ຮູ້ອີກວ່າ: ພວກເຮົາໄດ້ກໍານົດເອົາແຂວງຫລວງພະບາງ ເປັນຈຸດພັກນໍ້າມັນ ເພື່ອເຮັດໜ້າທີ່ກະຈາຍນໍ້າມັນ ຂອງລັດວິສະຫະກິດນໍ້າມັນເຊື້ອໄຟລາວ ໄປສູ່ບັນດາແຂວງພາກເໜືອໄດ້ຢ່າງທົ່ວເຖິງ. ສໍາລັບແຜນການໃນອະນາ ຄົດ ໃນເດືອນກັນຍາ 2022 ພວກເຮົາຈະຂະຫຍາຍການຜະລິດໄປສູ່ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

ShareTweetShare
Next Post
ແບບນີ້ກໍມີ! ປໍ້ານໍ້າມັນແຖວສີ່ແຍກທາດຫຼວງ ຕ້ອງຊື້ເຄື່ອງໃນອາເມຊອນຈຶ່ງໃຫ້ເຕີມນໍ້າມັນໃຫ້

ແບບນີ້ກໍມີ! ປໍ້ານໍ້າມັນແຖວສີ່ແຍກທາດຫຼວງ ຕ້ອງຊື້ເຄື່ອງໃນອາເມຊອນຈຶ່ງໃຫ້ເຕີມນໍ້າມັນໃຫ້

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ດວງເຮັງແທ້!. ແຕກອີກແລ້ວ ເດິ້ ເລກ​ 5 ກັບ​ 6 ໂຕ​

    0 shares
    Share 0 Tweet 0
  • ສູດ ຮັກສາພະຍາດ ຄໍໜຽງກິນເລືອດ ໃຫ້ເຊົາໄດ້ ພາຍໃນ 3-4 ເດືອນ ພຽງດື່ມນຳ້ຢານາງທຸກວັນ ກໍ່ຫາຍຂາດ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...