ຖືເປັນ ເປັນປະຫວັດສາດ ຂອງປະເທດລາວເຮົາ ທີ່ໄດ້ສົ່ງນັກກິລາປະເພດ ຍິມນາສຕິກລີລາ ເຂົ້າຮ່ວມການແຂ່ງຂັນລາຍການ ມະຫາກຳ ຊີເກມ ຄັ້ງທີ່ 31 ຮານ່ອຍເກມ ທີ່ ຫວຽດນາມ ໂດຍໄດ້ ສາວນ້ອຍ ນ່າຮັກ ເຕັມໄປດ້ວຍຄວາມສາມາດ ຄົນນີ້ ເຂົ້າຮ່ວມ

ນາງ ແພຣວາ ມິຊາໂຕະ ພິລາພັນເດຊ ຊື່ຫຼິ້ນແມ່ນ ແພຣ ອາຍຸ 17 ປີ ລູກເຄິ່ງ ລາວ ຍີ່ປຸ່ນ ໄທ ເປັນນັກກິລາ ຍິມນາສະຕິກລີລາ. ເລີ່ມຕົ້ນຝຶກຝົນຕັ້ງແຕ່ອາຍຸ 8 ປີ ແລະ ພັດທະນາຈົນສາມາດ ລົງແຂ່ງຂັນໃນລະດັບນາໆຊາດໃນຫຼາຍລາຍການ.
ປັດຈຸບັນ ແພຣວາ ສຶກສາຢູ່ທີ່ປະເທດໄທ ໂຮງຮຽນນາໆຊາດ ສິງກະໂປ ກຸງເທບ (SISB) ລະດັບຊັ້ນ Grade 11

“ຮູ້ສຶກພູມໃຈ ແລະ ເປັນກຽດທີ່ໄດ້ເປັນນັກກິລາໂຕແທນປະເທດລາວ ຈະເຮັດໜ້າທີ່ອັນຊົງກຽດນີ້ດ້ວຍຄວາມຕັ້ງໃຈ ແລະ ຂ້ອຍຈະ ທຸ້ມເທສຸດຄວາມສາມາດ ເພື່ອໃຫ້ໄດ້ຜົນສຳເລັດກັບມາ….”

ແພຣວາ ມິຊາໂຕະ ພິລາພັນເດຊ ນັກກິລາຍິມນາສະຕິກທີມຊາດລາວ
ຕິດຕາມຜົນງານໄດ້ທີ່ : FB: Praewa Misato Philaphandeth
Discussion about this post