ສຳນັກຂ່າວ ຣອຍເຕີ,ວັນທີ9 ພຶດສະພານີ້ ທຳນຽບ ລັດຖະບານ ສີລັງກາ ອອກຖະແຫລງ ການວ່າ:ທ່ານ ມາຫິນທາ ຣາຈາປັດຊາ(Mahinda Rajapaksa),ລາອອກຈາກ ຕຳແໜ່ງ ນາຍົກ ລັດຖະມົນຕີ ສີລັງກາ ເນື່ອງຈາກ ເປັນທາງອອກ ທີ່ດີສຸດ ໃນການຫລຸດຜ່ອນ ຄວາມຮຸນແຮງ ຂອງວິກິດການ ທີ່ເກີດຂຶ້ນ ແລະ ເພື່ອການຈັດຕັ້ງ ລັດຖະບານ ຊຸດໃໝ່ ພາຍຫລັງ ປະກາດ ສະຖານະການ ສຸກເສີນ ຕັ້ງແຕ່ທ້າຍອາທິດ ຜ່ານມາ

ເນື່ອງຈາກ ມີການປະທ້ວງ ຮຸນແຮງ ຂະຫຍາຍອອກ ເປັນວົງກວ້າງ ເຮັດໃຫ້ເກີດການປະທະກັນ ລະຫວ່າງ ກຸ່ມຄົນປະທ້ວງ ແລະ ເຈົ້າໜ້າທີ່ ຮັກສາ ຄວາມສະເຫງົາ ມີຜູ້ບາດເຈັບກວ່າ 20ຄົນ.

ປັດຈຸບັນ ສີລັງກາ ພວມຜະເຊີນກັບ ວິກິດ ທາງເສດຖະກິດ ຮຸນແຮງທີ່ສຸດ ນັບແຕ່ ໄດ້ຮັບ ເອກະລາດ ຈາກອັງກິດ ເມື່ອປີ 1948,ບັນຫາ ການຂາດແຄນ ອາຫານ ແລະ ພະລັງງານ ສົ່ງຜົນໃຫ້ມີ ການຕັດໄຟຟ້າ ວັນລະ 13ຊົ່ວໂມງ ແລະ ບັນຫາ ອື່ນໆອີກ.

(ພາບຂ່າວ:ຕ່າງປະເທດ) ຮຽບຮຽງຂ່າວໂດຍ:ສະໄຫວ ລາດປາກດີ
Discussion about this post