ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 1, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຢາກໃຫ້ອ່ານເປັນກຳລັງໃຈ ເລື່ອງຂອງ Zhou ຈາກສາວໂຮງງານກາຍເປັນເສດຖີລະດັບໂລກ.

ກຂຄ ລາວ by ກຂຄ ລາວ
ເດືອນຕຸລາ 25, 2020
in ທົ່ວໄປ, ບົດຄວາມ
0
Home ທົ່ວໄປ

ຄົນເຮົາເລືອກເກີດບໍ່ໄດ້ ແຕ່ເລືອກທີ່ຈະເປັນໄດ້ ຄໍາໆນີ້ເປັນຄໍາເວົ້າທີ່ຫຼາຍຄົນອາດຈະເຄີຍໄດ້ຍິນແລະ ຮູ້ຈັກກັນດີ ເຊິ່ງມື້ນີ້ແອັດຈະຂໍຍົກເອົາເລື່ອງ ລາວຂອງແມ່ນຍິງຄົນໜື່ງທີ່ມີຊີວິດດັ່ງຄໍາທີ່ວ່າ ຄົນເຮົາເລືອກເກີດບໍ່ໄດ້ ແຕ່ເລືອກທີ່ຈະເປັນໄດ້ ມາໃຫ້ທຸກຄົນໄດ້ຮູ້ຈັກນໍາກັນ!! ເລື່ອງລາວຂອງລາວຈະໜ້າສົນໃຈແນວໃດ ມາຕິດຕາມພ້ອມກັນເລີຍ… ແມ່ຍິງຄົນນີ້ຊື່ວ່າ Zhou Qunfei ເປັນ CEO ຂອງ Lens Technology ເປັນບໍລິສັດຜະລິດແວ່ນຕາ ໃຫ້ກັບແບຣນດັງລະດັບໂລກ ບໍ່ວ່າຈະເປັນ Tesla, Microsoft, Apple, Samsung ແລະ LG…

ປັດຈຸບັນ ນາງ Zhou ອາຍຸ 50 ປີ. ໂດຍໃນປີ 2017 ໄດ້ຮັບການຈັດອັນດັບຈາກ Forbes ວ່າເປັນແມ່ຍິງທີ່ຮັ່ງມີດ້ວຍຕົນເອງ ທີ່ຮັ່ງມີທີ່ສຸດໃນໂລກ ໂດຍມີຊັບສິນທັງໝົດປະມານ 250,000 ລ້ານບາດ ແນວໃດກໍຕາມ ກ່ອນທີ່ແມ່ຍິງຄົນນີ້ຈະມາຮອດຈຸດນີ້ ເສັ້ນທາງຊີວິດຂອງລາວບໍ່ໄດ້ໂຮຍດ້ວຍກີບດອກກຸລາບຢ່າງງົດງາມຄືດັ່ງທີ່ຫຼາຍຄົນຄິດໄວ້… ອຸປະສັກໃນຊີວິດຂອງ Zhou Qunfei ເລີ່ມຂຶ້ນຕັ້ງແຕ່ກ່ອນທີ່ຈະມືນຕາມາເບິ່ງໂລກ ຍ້ອນຕອນທີ່ແມ່ຖືພານາງຢູ່ ພໍ່ຂອງນາງທີ່ເຄີຍເປັນພະນັກງານຢູ່ໃນໂຮງງານ ກໍເກີດອຸບັດຕິເຫດ ເຮັດໃຫ້ພິການທາງສາຍຕາ ແລະ ເສຍນິ້ວມືໄປ. ຕໍ່ມາເມື່ອອາຍຸໄດ້ 5 ປີ ກໍສູນເສຍແມ່ໄປ ສະນັ້ນ, ຈຶ່ງເຮັດໃຫ້ຄອບຄົວລໍາບາກຫຼາຍ ສິ່ງທີ່ເກີດຂຶ້ນຢູ່ໃນຫົວຂອງ Zhou Qunfei ຕະຫຼອດເວລາໃນຕອນນັ້ນກໍຄື ຈະເຮັດແນວໃດຈື່ງຈະຢູ່ຫຼອດໃນມື້ຕໍ່ໄປ

ຕອນທີ່ Zhou ອາຍຸ 16 ປີ ລາວໄດ້ລາອອກຈາກໂຮງຮຽນ ແລະ ອອກມາເຮັດວຽກພິເສດ ເປັນພະນັກງານປະກອບເລນໂມງ ພ້ອມທັງເລືອກທີ່ຈະຮຽນບັນຊີເສີມພາກຄໍ່າ ດ້ວຍຄວາມຝັນທີ່ມີ ວ່າມື້ໜື່ງຢາກຈະເປັນເຈົ້າຂອງທຸລະກິດສ່ວນຕົວ… ແມ່ຍິງຄົນນີ້ໃຊ້ເວລາເກັບເງິນເປັນເວລາຫຼາຍປີ ຈົນມາຮອດປີ 1993 ກໍສາມາດເກັບເງິນໄດ້ກ້ອນໜື່ງ ປະມານ 20 ກວ່າລ້ານກີບ ຈຶ່ງມາລົງທຶນເປີດໂຮງງານທໍາອິດເປັນຂອງຕົນເອງ ຜະລິດສິ່ງທີ່ລາວມີປະສົບການຢູ່ແລ້ວນັ້ນກໍຄື ເລນໂມງ

ເລີ່ມຕົ້ນຈາກໂຮງງານທີ່ມີພະນັກງານບໍ່ຮອດ 10 ຄົນ ແລະ ພະນັກງານທັງໝົດນັ້ນກໍພີ່ນ້ອງຂອງລາວ ເຊິ່ງກໍໃຊ້ເວລາຫຼາຍປີໃນການຂະຫຍາຍທຸລະກິດ ຈົນກາຍເປັນໂຮງງານທີ່ມີພະນັກງານຫຼັກພັນຄົນ ໃນປີ 2003 ໂຮງງານຂອງ Zhou ກໍສາມາດເຊັນສັນຍາກັບ Motorola ໄດ້ສໍາເລັດ.

ໃນປີ 2015 ບໍລິສັດ Lens Technology ຂອງ Zhou ກໍສາມາດຈົດທະບຽນໃນຕະຫຼາດຫຼັກຊັບ ຈົນມາຮອດປັດຈຸບັນ ບໍລິສັດນີ້ມີມູນຄ່າສູງປະມານ 340,000 ຄົນ, ມີພະນັກງານ 200,000 ຄົນ ແລະ ຍອດຂາຍປີ 2019 ຫຼາຍກວ່າ 130,000 ລ້ານຄົນ ເຊິ່ງເຕີບໃຫຍ່ຢ່າງຕໍ່ເນື່ອງໃນໄລຍະຫຼາຍປີທີ່ຜ່ານມາ

ຖ້າເຮົາເບິ່ງຮູບພາບ Zhou ໃນມື້ນີ້ ເຮົາອາດຈະເຫັນວ່າເປັນພຽງແມ່ຍິງເກັ່ງທີ່ປະສົບຜົນສໍາເລັດຄົນໜຶ່ງ ເຊິ່ງກໍມີຫຼາຍຄົນທີ່ປະສົບຄວາມສໍາເລັດໃນປັດຈຸບັນ ແຕ່ຄວາມຈິງແລ້ວ ກ່ອນນາງຈະມາຮອດຈຸດໆນີ້ໄດ້ ຊີວິດຕ້ອງໄດ້ຜ່ານບົດທົດສອບຫຼາຍຢ່າງ ແລະ ຄວາມອົດທົນພະຍາຍາມເປັນສິ່ງທີ່ເຮັດໃຫ້ Zhou ຜ່ານທຸກເລື່ອງລາວມາໄດ້. ໂດຍສະເພາະໃນຊ່ວງທີ່ຍາກລໍາບາກ ໂດຍນາງໄດ້ກ່າວເປັນໃຈຄວາມໄວ້ວ່າ ຖ້າເຮົາຍ່າງມາໄດ້ເຄິ່ງທາງແລ້ວ ເຮົາຈະບໍ່ກ້າທີ່ຈະກັບໄປເລີ່ມຕົ້ນໃໝ່ອີກຄັ້ງ ດັ່ງນັ້ນ ຖ້າພົບອຸປະສັກ ຈົ່ງອົດທົນ ແລະ ສູ້ຕໍ່ໄປ ແລະ ຄວາມອົດທົນນີ້ ກໍຈະນໍາພາເຮົາໄປສູ່ຄວາມສໍາເລັດໄດ້ໃນທີ່ສຸດ

ShareTweetShare
Next Post
ຜູ້ຊາຍຈີນພົວພັນກັບຍິງລາວເພື່ອຫຍັງ? ຝາກໄວ້ໃຫ້ເປັນຂໍ້ຄິດ

ຜູ້ຊາຍຈີນພົວພັນກັບຍິງລາວເພື່ອຫຍັງ? ຝາກໄວ້ໃຫ້ເປັນຂໍ້ຄິດ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ບໍ່ຫລາບບໍ່ຈື່! ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນຕາ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ຊົມເຊີຍເຈົ້າເຈົ້າໜ້າທີ່ ມ້າງກຸ່ມແກ້ງລັກລົດຈັກລາຍໃຫຍ່ ກູ້ໄດ້ 12 ຄັນ
  • ຄວນເຮັດແນວໃດ? ໃຫ້ຄົນລາວ ໃຊ້ສິນຄ້າທີ່ລາວຜະລິດ
  • ເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາ, ສຳຫຼວດການກໍ່ສ້າງທາງລົດໄຟວຽງຈັນ-ທ່າແຂກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...