ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 30, ເດືອນພະຈິກ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ບັນຫານໍ້າມັນຂາດປໍ້າຢູ່ສະຫວັນນະເຂດ ມາຈາກຫລາຍສາເຫດ

ກຂຄ ລາວ by ກຂຄ ລາວ
ເດືອນພຶດສະພາ 5, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ເມື່ອບໍ່ດົນມານີ້, ທ່ານ ໂພສີສ້ອຍ ກຸທິລາດ ກຳມະການພັກແຂວງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ໃຫ້ສຳພາດຕໍ່ຜູ້ສື່ຂ່າວ ວິທະ ຍຸກະຈາຍສຽງ ແຂວງສະຫວັນນະເຂດ ກ່ຽວກັບບັນຫາລາຄາສູງຂຶ້ນ ແລະ ບາງປໍ້າ ແມ່ນຂາດນໍ້າມັນ ເຊິ່ງບັນຫາດັ່ງກ່າວແມ່ນເກີດຈາກຫລາຍສາເຫດ ເນື່ອງຈາກ ບັນຫາຄວາມຂັດແຍ່ງ ຂອງປະເທດທີ່ຜະລິດນໍ້າມັນລາຍໃຫຍ່ ທີ່ສົ່ງອອກທົ່ວໂລກຜະລິດໜ້ອຍລົງ ເຮັດໃຫ້ລາຄານໍ້າມັນດິບ ໃນຕະຫລາດໂລກມີລາຄາສູງຂຶ້ນຢ່າງຕໍ່ເນື່ອງ ເຊິ່ງເຮັດໃຫ້ປະເທດທີ່ນໍາເຂົ້ານໍ້າມັນ ໄດ້ຮັບຜົນກະທົບ.

ພ້ອມນີ້, ອັດຕາຄ່າແລກປ່ຽນເງິນຕາເໜັງຕີງ ໃນແຕ່ລະວັນ ຈຶ່ງເຮັດໃຫ້ບັນຫາຄ່າຄອງຊີບ ກໍຄື ຄ່ານໍ້າມັນເຊື້ອໄຟສູງຂຶ້ນ ເຊິ່ງເປັນບັນຫາຫລັກທີ່ຈະຕ້ອງ ແກ້ໄຂຢ່າງຮີບດ່ວນ, ການນໍາເຂົ້າສິນຄ້າຈາກຕ່າງປະເທດມີຈຳນວນຫລາຍຂຶ້ນ ສົ່ງຜົນໃຫ້ມີຄວາມຕ້ອງການເງິນຕາຕ່າງປະເທດ ເປັນຈຳນວນຫລາຍ ໃນການຊໍາລະສະສາງ ເມື່ອມີຄວາມຕ້ອງການເງິນຕາສູງ ເງິນຕາຕ່າງປະເທດກໍຈະແຂງຄ່າຂຶ້ນ

ສົ່ງຜົນໃຫ້ເງິນກີບອ່ອນຄ່າລົງ, ອີກດ້ານໜຶ່ງແຫລ່ງເງິນຕາຕ່າງປະເທດ ໂດຍສະເພາະ ເງິນໂດລາ ທີ່ສະໜອງໃຫ້ແກ່ພາກທຸລະກິດ ໃນການຊື້ນໍ້າມັນເຂົ້າມາຈໍາໜ່າຍ ບໍ່ທ່ວງທັນຕາມຄວາມຕ້ອງການ ຈຶ່ງສົ່ງຜົນກະທົບ ຕໍ່ການນໍາເຂົ້ານໍ້າມັນເຊື້ອໄຟ ບໍ່ພຽງພໍກັບຄວາມຕ້ອງການຂອງສັງຄົມ ແລະ ການນໍາເຂົ້ານໍ້າມັນເຊື້ອໄຟມີຈໍານວນຫລົດລົງ ແຕ່ຄວາມຕ້ອງການຊົມໃຊ້ຍັງສູງ.

ພ້ອມກັນນີ້, ທ່ານ ປະດິດສິນ ຣາຊະມົນຕີ ຫົວໜ້າລັດວິສາຫະກິດ ນໍ້າມັນ ເຊື້ອໄຟລາວ ສາຂາແຂວງສະຫວັນນະເຂດ ຍັງແຈ້ງໃຫ້ຮູ້ອີກວ່າ: ການນໍາເຂົ້ານໍ້າມັນ ເຊື້ອໄຟໃນແຕ່ລະເດືອນ ແມ່ນຫລຸດລົງຫລາຍ ເຊິ່ງໃນເດືອນກຸມພາຫາເດືອນມີນາ ການນໍາເຂົ້າຫລຸດລົງ 18% ແລະ ມາຮອດເດືອນເມສາ ໄດ້ຫລຸດລົງ ເຖິງ 24%.ສໍາລັບ, ບັນຫາການຂາຍນໍ້າມັນ ແບບເປັນແກ້ວ ເປັນຈຸດຕາມແຄມທາງ ແລະ ມີລາຄາທີ່ສູງນັ້ນ, ໜ່ວຍວິຊາສະເພາະຂອງພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ລົງຕິດຕາມ ແລະ ແກ້ໄຂໄປຕາມຂັ້ນຕອນແລ້ວ ເພື່ອບໍ່ໃຫ້ມີການສວຍໂອກາດ ໃນສະພາບທີ່ເປັນຢູ່ໃນປັດຈຸບັນ.

ຂ່າວ-ພາບ: ວິທະຍຸກະຈ່ານສຽງ ແຂວງສະຫວັນນະເຂດ

ShareTweetShare
Next Post
ຊີ້ແຈງແລ້ວ ລຸມທະທືບຈຳໂບ້ ຍ້ອນຈຳໂບ້ເມົາຕຳທ້າຍລົດເຂົາແລ້ວໂວຍວາຍ ( ຕຫຼ ຖືກເຂົາກະທືບເຊັ່ນກັນ)

ຊີ້ແຈງແລ້ວ ລຸມທະທືບຈຳໂບ້ ຍ້ອນຈຳໂບ້ເມົາຕຳທ້າຍລົດເຂົາແລ້ວໂວຍວາຍ ( ຕຫຼ ຖືກເຂົາກະທືບເຊັ່ນກັນ)

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ດວງເຮັງແທ້!. ແຕກອີກແລ້ວ ເດິ້ ເລກ​ 5 ກັບ​ 6 ໂຕ​

    0 shares
    Share 0 Tweet 0
  • ສູດ ຮັກສາພະຍາດ ຄໍໜຽງກິນເລືອດ ໃຫ້ເຊົາໄດ້ ພາຍໃນ 3-4 ເດືອນ ພຽງດື່ມນຳ້ຢານາງທຸກວັນ ກໍ່ຫາຍຂາດ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...