ຊ່ວງເຊົ້າວັນທີ 27 ເມສາ 2022 ເວລາປະມານ 08:00 ນາທີ ເກີດເຫດລົດບັນທຸກໄຫຼທັບໂຊເຟີເສຍຊີວິດ
ຈາກການບອກເລົ່າຈາກຜູ້ເຫັນເຫດການໄດ້ບອກວ່າ ຜູ້ເສຍຊີວິດແມ່ນເປັນໂຊເຟີຂັບລົດແກ່ດິນຊາຍບໍລິເວນ ບ້ານນາໄຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

ໃນຂະນະທີ່ເກີດເຫດຜູ້ກ່ຽວແມ່ນໄດ້ມາຊື້ເຄື່ອງນຳຮ້ານແຄມທາງ ແຕ່ລົດເກີດການໄຫຼຜູ້ກ່ຽວຈຶ່ງໄດ້ພະຍາຍາມແລ່ນນຳລົດເພື່ອຂຶ້ນໄປເບກ

ແຕ່ບໍ່ທັນເຮັດໃຫ້ລົດໄດ້ໄຫຼຕົກຮ່ອງພ້ອມກັບທັບເອົາຮ່າງຜູ້ກ່ຽວເຮັດໃຫ້ເສຍຊີວິດຄາທີ

ທາງທີມງານຂໍສະແດງຄວາມເສົ້າສະຫຼົດໃຈກັບເຫດການທີ່ເກີດຂຶ້ນ

.

.

ຄລິບເຫດການ
Discussion about this post