ເມື່ອບໍ່ດົນມານີ້, ທະນາຄານແຫ່ງ ສປປ ລາວ ໄດ້ສົມທົບກັບ ກົມຕໍາຫລວດເສດຖະກິດ ລົງຕິດຕາມກວດກາຮ້ານແລກປ່ຽນເງິນຕາ ທີ່ບໍ່ໄດ້ຮັບອະນຸຍາດໃນຂອບເຂດນະຄອນຫລວງວຽງຈັນ ໂດຍສະເພາະຢູ່ເຂດຕະຫລາດຊັງຈຽງ, ສູນການຄ້າເຂດໜອງຈັນ, ເຂດໜອງດ້ວງ ແລະ ການໂຄສະນາຜ່ານສື່ຕ່າງໆ ເຊິ່ງສາມາດກວດກາໄດ້ ຈໍານວນ 33 ຮ້ານ ແລະ ມີຜູ້ທີ່ຍັງດຳເນີນທຸລະກິດແລກປ່ຽນເງິນຕາ ໂດຍບໍ່ໄດ້ຮັບອະນຸຍາດ ຈຳນວນ 16 ຮ້ານ.
ຜ່ານການລົງຕິດຕາມກວດກາ ໄດ້ພົບເຫັນມີການແລກປ່ຽນເງິນຕາ ແບບບໍ່ຖືກຕ້ອງ ເປັນຕົ້ນ ມີຮ້ານແລກປ່ຽນເງິນຕາ ທີ່ບໍ່ແມ່ນຕົວແທນທະນາຄານທຸລະກິດ, ມີການດຳເນີນທຸລະກິດແລກປ່ຽນເງິນຕາ ແບບມີໜ້າຮ້ານ ແລະ ບໍ່ມີໜ້າຮ້ານ, ມີການປະກາດໂຄສະນາອັດຕາແລກປ່ຽນ ທັງເປັນບ່ອນຕິດຕໍ່ຊື້-ຂາຍເງິນຕາ ຢ່າງເປີດແປນຜ່ານສື່ຕ່າງໆ ໂດຍບໍ່ຢ້ານກົວຕໍ່ກົດໝາຍ ເປັນຕົ້ນ Facebook, Whatsapp ແລະ ອື່ນໆ. ພ້ອມກັນນີ້, ຜູ້ໃຫ້ບໍລິການແລກປ່ຽນເງິນຕາ ທີ່ບໍ່ໄດ້ຮັບອະນຸຍາດ ໄດ້ອາໄສຊ່ອງທາງສື່ສັງຄົມອອນລາຍ ປະກາດໂຄສະນາຊື້-ຂາຍເງິນຕາ ແລະ ອັດຕາແລກປ່ຽນແບບໂຈ່ງແຈ້ງ

ໂດຍນຳໃຊ້ບັນຊີສ່ວນຕົວຂອງຕົນ ຫລື ບັນຊີທຸລະກິດອື່ນ ທີ່ບໍ່ແມ່ນທຸລະກິດແລກປ່ຽນເງິນຕາ ດຳເນີນການແລກປ່ຽນເງິນຕາ ໂດຍຮູບແບບການໂອນຜ່ານບັນຊີເງິນຝາກ ແລະ ເງິນສົດ, ຍິ່ງໄປກວ່ານັ້ນ ຍັງມີການແອບອ້າງວ່າຕົນແມ່ນຕາງໜ້າ ໃຫ້ກັບຮ້ານແລກປ່ຽນເງິນຕາ ຕົວແທນທະນາຄານທຸລະກິດ ທີ່ໄດ້ຮັບອະນຸຍາດ ເພື່ອບໍລິການແລກປ່ຽນເງິນຕາ.
ຕໍ່ປະກົດການດັ່ງກ່າວ ທາງເຈົ້າໜ້າທີ່ຕຳຫລວດ ແລະ ພະນັກງານຈາກທະນາຄານແຫ່ງ ສປປ ລາວ ໄດ້ສຶກສາອົບຮົມພວກກ່ຽວໃຫ້ຮັບຮູ້, ເຂົ້າໃຈຕໍ່ກັບລະບຽບກົດໝາຍ ແລະ ເຮັດບົດບັນທຶກກ່າວເຕືອນໃຫ້ຜູ້ລະເມີດຢຸດດຳເນີນທຸລະກິດ ແລກປ່ຽນເງິນຕາໂດຍທັນທີ, ກໍລະນີຫາກພົບເຫັນ ຍັງສືບຕໍ່ເຄື່ອນໄຫວທຸລະກິດແລກປ່ຽນເງິນຕາ ຈະຖືກດຳເນີນມາດຕະການຕ່າງໆ ທີ່ໜັກກວ່າເກົ່າຕາມທີ່ກຳນົດໄວ້ ໃນກົດໝາຍກ່ຽວຂ້ອງ ເຊິ່ງເຫດການດັ່ງກ່າວ, ໄດ້ກໍໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ການກໍານົດອັດຕາແລກປ່ຽນທີ່ບໍ່ສອດຄ່ອງ ກັບສະພາບຄວາມເປັນຈິງຂອງເສດຖະກິດ,

ເປັນການປັ່ນປ່ວນອັດຕາແລກ ປ່ຽນ ເຮັດໃຫ້ເກີດຜົນເສຍຫາຍທາງດ້ານເສດຖະກິດ, ການສໍ້ໂກງ, ການຕົວະຍົວະຫລອກລວງໃນສັງຄົມ. ໂອກາດນີ້, ເຈົ້າໜ້າທີ່ຮັກສາຄວາມສະຫງົບ, ຮັກສາສະຖຽນລະພາບເງິນຕາແຫ່ງຊາດ ຈຶ່ງຮຽກຮ້ອງເຖິງບັນດາພໍ່ແມ່ປະຊາຊົນ ທົ່ວສັງຄົມ ກໍລະນີຫາກມີຄວາມຕ້ອງການແລກປ່ຽນເງິນຕາ ທ່ານຄວນເຂົ້າໃຊ້ບໍລິການແລກປ່ຽນເງິນຕາ ກັບທະນາຄານທຸລະກິດ ຫລື ຮ້ານແລກປ່ຽນເງິນຕາຕົວແທນທະນາຄານທຸລະກິດ ເທົ່ານັ້ນ,
ທັງນີ້ ກໍເພື່ອຄວາມປອດໄພ ບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີ ແລະ ບໍ່ເປັນການສົ່ງເສີມທຸລະກິດແລກປ່ຽນເງິນຕາ ທີ່ບໍ່ໄດ້ຮັບອະນຸຍາດ ກໍຄື ສົ່ງເສີມການຝ່າຝືນລະບຽບກົດໝາຍ. ພ້ອມດຽວກັນນີ້ ເພື່ອເປັນການສະກັດກັ້ນບໍ່ໃຫ້ເກີດປະກົດການຫຍໍ້ທໍ້ ຫາກທ່ານພົບເຫັນຂໍ້ມູນ ການໃຫ້ບໍລິການແລກປ່ຽນເງິນຕາ ໂດຍບໍ່ໄດ້ຮັບອະນຸຍາດ ທີ່ມີລັກສະນະບໍ່ມີທີ່ຕັ້ງຮ້ານທີ່ຊັດເຈນ;

ບໍ່ມີປ້າຍຮ້ານແລກປ່ຽນເງິນຕາ ຕົວແທນທະນາຄານທຸລະກິດ; ນຳໃຊ້ບັນຊີສ່ວນບຸກຄົນ ຫລື ບັນຊີທຸລະກິດອື່ນ ເຂົ້າໃນການແລກປ່ຽນເງິນຕາ ທ່ານສາມາດແຈ້ງ ຫລື ສະໜອງຂໍ້ມູນດັ່ງກ່າວໃຫ້ກັບ ເຈົ້າໜ້າທີ່ຕຳຫລວດ ເບີໂທ: 020 312401 ຫລື ທະນາຄານແຫ່ງ ສປປ ລາວ ເບີໂທ: 021 264 590.
ຂໍ້ມູນ-ພາບ: ໜັງສືພິມ ປກສ
Discussion about this post