ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 22, ເດືອນພຶດສະພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເປັນຫຍັງຫາເງິນເທົ່າໃດ ກໍ່ບໍ່ເຄີຍພໍໃຊ້ຈັກເທື່ອ

ກຂຄ ລາວ by ກຂຄ ລາວ
ເດືອນຕຸລາ 22, 2020
in ບົດຄວາມ
0
Home ບົດຄວາມ

ເວົ້າກັນຕິດປາກຕັ້ງແຕ່ໄວທຳງານຈົນເຖິງໄວກະສຽນ ວ່າຫາເງິນມາຈ່າຍອອກຫມົດ ຫາເງິນໄດ້ເທົ່າໃດກໍ່ບໍ່ພໍຈ່າຍ ຫາເງິນມາ ບໍທັນໄດ້ໃຊ້

ຫາເງິນມາໄດ້ກໍ່ບໍ່ເຄີຍມີເງິນເກັບ ຄົນເຮັດວຽກທຸກຄົນຕ່າງຕ້ອງການເງິນເດືອນສູງໆ ລາຍໄດ້ຫລາຍໆ ກັນທັ້ງນັ້ນ

ຢ່າງນ້ອຍທີ່ສຸດກໍ່ຂໍໃຫ້ໄດ້ເງິນເດືອນ ທີ່ພໍໃຊ້ຈ່າຍຈະຫລອດເດືອນ ເຫລືອເກັບແດ່ເລັກນ້ອຍກໍ່ຍັງດີ ແຕ່ສະພາບສັງຄົມປັດຈຸບັນ ຊີວິດຂອງຄົນທຳງານມີສິ່ງທີ່ເຮັດໃຫ້ຕ້ອງເສຍເງິນ

ເສຍຄ່າໃຊ້ຈ່າຍຫລາຍຂຶ້ນ ຊຶ້ງແມ້ຈະເປັນລາຍຈ່າຍທີ່ສຳຄັນ ແຕ່ກໍ່ບໍ່ໄດ້ຫມາຍຄວາມວ່າຈະປ່ຽນແປງຫລືລົດລາຍຈ່າຍໄດ້

ເຊັ່ນ ຄ່າຜ່ອນຊຳລະບັດເຄຣດິດ ຊັ້ນຕ່ຳໃນແຕ່ລະເດືອນ ຄ່າຜ່ອນສິນຄ້າ ຄ່າບໍລິການໂທລະສັບ ມືຖື ຄ່າອິນເຕີເນັດ ຄ່າເສີມສວຍ-ຊື້ເຄື່ອງສຳອາງ ຄ່າໃຊ້ບໍລິການຟິດເນສ ຄ່ານ້ຳມັນລົດ

ລາຍຈ່າຍເຫລົ່ານີ້ ເປັນການຈ່າຍເພື່ອສິ່ງທີ່ “ອາດບໍ່ຈຳເປັນຕ້ອງມີ ຕ້ອງເຮັດ ຫລື ຕ້ອງເປັນ” ແຕ່ກໍ່ຍັງດີກວ່າລາຍຈ່າຍໃນສິ່ງທີ່ໄຮ້ປະໂຫຍດ

ເຊັ່ນ: ຄ່າເຫລົ້າເບຍ ຄ່າຢາສູບ ຄ່າຫວຍ ຫລື ຄ່າໃຊ້ຈ່າຍສຳຫລັບອະບາຍຍາມຸກຕ່າງໆ ເງິນເດືອນ ເທົ່າໃດ ຈຶ່ງຈະພໍກັບຄວາມຕ້ອງການຈຶ່ງເປັນປັນຫາໂລກແຕກສຳຫລັບຄົນໃນໄວທຳງານ

ຫລາຍຄົນມີລາຍໄດ້ຫລາຍກວ່າຕອນເລີ່ມເຮັດວຽກ ແຕ່ກໍ່ຍັງບໍ່ພໍໃຊ້ຈ່າຍ ບໍ່ພໍໃຊ້ຫນີ້ ລອງເບິ່ງຍ້ອນກັບໄປໃນອະດິດ

ຫາກເຮົາບໍ່ກໍ່ໜີ້ ໂດຍສະເພາະໜີ້ບັດເຄຣດິດ  ເພື່ອຊື້ສິ່ງທີ່ຕ້ອງການຢ່າງງ່າຍໆ ປານນີ້ຄົງມີເງິນເກັບຫລາຍແລ້ວ

ຫາກຄົນທຳງານຢ່າງເຈົ້າ ຈ່າຍຄ່າເຫລົ້າເບຍ ຄ່າຢາສູບ ໃນແຕ່ລະມື ເທົ່າຄ່າໃຊ້ຈ່າຍປະຈຳວັນ ໂດຍສະເພາະຄ່າເຂົ້າ ຖ້າງົດເຫລົ້າ ງົດຢາສູບໃນແຕ່ລະເດືອນ ຈະເຫລືອເງິນຄ່າເຂົ້າເປັນສອງເທົ່າເລີຍທີດຽວ

ຫາກເຈົ້າມີລາຍໄດ້ຫລັກລ້ານ ຫລື ຫລັກ2 ລ້ານຕົ້ນໆ ແຕ່ຊື້ເສຶ້ອຜ້າ ເຄື່ອງປະດັບລາຄາແພງໃສ່ໄປເຮັດວຽກ ໃຊ້ໂທລະສັບມືຖືເຄື່ອງ ລະຫລາຍໆໝື່ນທີ່ຍັງຕ້ອງຜ່ອນ ດື່ມກາເຟແກ້ວລະ ຊາວ ຫ້າສິບ

ແມ້ຈະເປັນຄວາມສຸກຂອງຄົນໃນໄວທຳງນ ທີ່ຖືເປັນການໃຫ້ລາງວັນຕົວເອງຈາກການເຮັດວຽກງານທີ່ເມື່ອຍ ແຕ່ຄວາມທຸກທີ່ຕ້ອງຈ່າຍຫລືເປັນໜີ້ຈະຕາມມາໃນພາຍຫລັງ

ພຶດຕິກຳແລະການໃຊ້ຊີວິດແບບນີ້ ສົ່ງຜົນໃຫ້ຄົນໄວທຳງານສ່ວນໃຫ່ຍມີໜີ້ສິນ ແມ້ແຕ່ຄົນທີ່ທຳງານໄດ້ເງິນເດືອນສູງແຕ່ບໍລິຫານາຍໄດ້ຂອງຕົນເອງບໍ່ດີ

ກໍ່ບໍ່ເຫລືອເງິນເກັບເພາະສ່ວນຫລາຍ ໄດ້ເງິນຫລາຍກໍ່ໃຊ້ຫລາຍຕາມໄປນຳ

ດັ່ງນັ້ນເຖິງຈະມີເທົ່າໃດກໍ່ບໍ່ພໍໃຊ້ ເພາະຄວາມຕ້ອງການທີ່ເພີ່ມຂຶ້ນ ລອງພິຈາະນາເບິ່ງວ່າໃນຊ່ວງເລີ່ມຕົ້ນຂອງຊີວິດໃນໄວທຳງານ ເຈົ້າອາດມີລາຍໄດ້ແຕ່ຫລັກລ້ານຕົ້ນໆ ຫລື ຫລັກ 2 ລ້ານຕົ້ນໆ

ຈາກລາຍໄດ້ທີ່ພຽງພໍຕໍ່ການໃຊ້ຊີວິດໃນຫນຶ່ງເດືອນ ເມື່ອເຈົ້າມີຄວາມຕ້ອງການຫລາຍຂຶ້ນເລື້ອຍໆ ລາຍໄດ້ກໍ່ເກີດການບໍ່ພໍໃຊ້ ໝູນເງິນບໍ່ພໍໃຊ້

ຫລັງຈາກນັ້ນເຈົ້າກໍ່ຈະເລີ່ມຄິດວ່າຖ້າມີເງິນເດືອນຫລາຍໆ ກໍ່ຄົງຈະພໍຄ່າໃຊ້ຈ່າຍ ຢູ່ໄດ້ ສະບາຍໆ ແຕ່ເມື່ອເງິນເດືອນເຈົ້າຮອດໃນລະດັບທີ່ເຈົ້າພໍໃຈແລ້ວ

ກໍ່ກັບເຈົ້າສູ່ສະພາວະເດີມ ເງິນຫລາຍຂຶ້ນແຕ່ກໍ່ຍັງບໍ່ພໍໃຊ້ຈ່າຍຢູ່ດີ ຈາກທີ່ເຄີຍຄິດວ່າ ໃຊ້ເທົ່າໃດກໍ່ຍັງບໍ່ພໍ ພະຍາຍາມປ່ຽນມາເປັນ

ຢາກເກັບອອມໃຫ້ໄດ້ຫລາຍທີ່ສຸດ ຈົນຮູ້ສຶກວ່າອອມເທົ່າໃດກໍ່ຍັງອອມບໍ່ພໍ ຫລື ສ້າງຫນີ້ໄດ້ແຕ່ຕ້ອງເປັນ ຫນີ້ເພື່ອອະນາຄົດ ອອມເງິນກັບປະກັນຊີວິດ

ແລະຝາກເງິນກັບທະນາຄານ ຈະໄດ້ສະບາຍຕອນແກ່ ຫລື ມີເງິນເກັບໄວ້ໃຊ້ຫາກເກີດເຫດການສຸກເສີນ ຫລື ເຫດການທີ່ບໍ່ຄາດຄິດຂຶ້ນ

ປະເມີນລາຍຈ່າຍແຕ່ລະເດືອນ ຈົນບໍ່ເຫລືອເກັບນັ້ນ ລາຍຈ່າຍສ່ວນໃດທີ່ບໍ່ມີຄວາມຈຳເປັນກໍ່ຄ່ອຍໆ ຕັດອອກໄປ ຮຽກງ່າຍໆວ່າ ໃຊ່ຈ່າຍຢ່າງປະຫຍັດ

ຫາກເກັບອອມ 1 ປີ ໄດ້ຈັກ 20 ລ້ານ ເກັບອອມໄດ້ 3 ປີ ກໍ່ ເປັນ 60 ລ້ານ ລະຫວ່າງນັ້ນອາດຈະໄປຝາກທະນາຄານລົງທຶນ ກໍ່ຈະມີເງິນເກັບເພີ່ມໄດ້

ແມ້ໃນອະນາຄົດເຄື່ອງໃຊ້ຈະຂຶ້ນລາຄາ ເຈົ້າກໍ່ບໍ່ເດືອດຮ້ອນຫຍັງ ຖ້າທຽບກັບຄົນທີ່ເຮັດວຽກມາ 3 ປີ ເທົ່າກັນ ແຕ່ບໍ່ມີເງິນເກັບແມ້ແຕ່ບາດດຽວ.

ທີ່ສຳຄັນເຈົ້າຈະມີເງິນສຳຮອງນອນນິ່ງໆ ໄວ້ໃຊ້ໄດ້ຍາມສຸກເສີນ ເຊັ່ນ ຍາມເຈັບໄຂ້ໄດ້ປ່ວນຂຶ້ນມາ ຫລື ເກີດອຸປະຕິເຫດທີ່ເຮັດໃຫ້ເຈົ້າບໍ່ສາມາເຮັດວຽກໄດ້ອີກຕໍ່ໄປ.

ShareTweetShare
Next Post
ຄູ່ຊີວິດນັ້ນ ບໍ່ຕ້ອງດີທີ່ສຸດ ຂໍພຽງແຕ່ເຂົ້າໃຈກັນກໍ່ພໍແລ້ວ

ຄູ່ຊີວິດນັ້ນ ບໍ່ຕ້ອງດີທີ່ສຸດ ຂໍພຽງແຕ່ເຂົ້າໃຈກັນກໍ່ພໍແລ້ວ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເຈົ້າແຂວງສາລະວັນ ນຳພາ ທ່ານ ຈ້າວເຫຼີນ ໄປເບິ່ງເຂດເໝາະສົມແກ່ການລົງທຶນ

    0 shares
    Share 0 Tweet 0
  • ຈັງແມ່ນດວງເຮັ່ງແທ້ເດ ຊື້ເລກສຸມ 10 ພັນກີບ ຖືກເລກ 6ໂຕ ຮັບ400ລ້ານກີບ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...