ເມື່ອບໍ່ດົນມານີ້ໂລກອອນລາຍປະເທດຫວຽດນາມໄດ້ແຊວີດີໂອໃນງານແຕ່ງງານທີ່ຈັດຂື້ນໃນວັນທີ 17 ເມສາ 2022 ທີ່ແຂວງ ບັ້ກຊາງ ທາງພາກເໜືອຂອງປະເທດຫວຽດນາມ

ໃນວີດີໂອປາກົດເຫັນຊາຍຄົນໜື່ງກຳລັງຖືກຍາດຕິພີ່ນ້ອງຂອງເຈົ້າບ່າວເຈົ້າສາວ ຈັບໂຕໄວ້ ເພາະເປັນຜູ້ຕ້ອງສົງໃສແອບລັກເອົາຊອງບັດເຊີນແຕ່ງງານໄປ ແຕ່ຊາຍຄົນນີ້ປະຕິເສດຂໍ້ກ່າວຫາ

ແຕ່ບັນດາຍາດພີ່ນ້ອງຂອງເຈົ້າບ່າວເຈົ້າສາວບໍ່ຍອມ ຈື່ງພາກັນຊ່ວຍຄົ້ນຕົວ ຈົນໃນທີ່ສຸດກໍ່ພົບກັບຊອງບັດເຊີນ ເປັນຈຳນວນ 42 ຊອງ ລວມເປັນເງີນ 24,3 ລ້ານດົງ ຄິດເປັນເງີນກີບ 14,000,000 ກີບ ຫຼັງຈາກນັ້ນທາງຄອບຄົວຈື່ງໂທແຈ້ງເຈົ້າໜ້າທີ່ຕຳຫຼວດມາຈັບຊາຍຄົນນີ້ທີ່ມີອາຍຸ 34 ປີໃນຂໍ້ຫາ ລັກຊັບ

Discussion about this post