ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 27, ເດືອນພະຈິກ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ໃຜທີ່ຢາກເປັນມະຫາເສດຖີ ອ່ານນີ້ເລີຍຄຳແນະນຳຕົວຈິງ ຈາກປູ່ ວໍເຣັນ ບັບເຟັດ

ກຂຄ ລາວ by ກຂຄ ລາວ
ເດືອນເມສາ 22, 2022
in ບົດຄວາມ
0
Home ບົດຄວາມ

ວໍເຣັນ ບັບເຟັດ ມະຫາເສດຖີຜູ້ຊີ້ແນະແນວທາງໃຫ້ແກ່ນັກລົງທຶນມາແລ້ວຢ່າງຫລວງຫລາຍ ແນວຄິດຂອງປູ່ໄດ້ຮັບການຖ່າຍທອດເປັນຫນັງສືຫຼາຍຫົວ ບໍ່ວ່າຈະເປັນ The Warren Buffett Way ໂດຍ Robert G. Hagstrom ຫລື Dear Mr. Buffett: What an Investor Learns 1,269 Miles from Wall Street ໂດຍ Janet Tavakoli

ລວມໄປເຖິງຫນັງສືອີກຫລວງຫລາຍທີ່ໄດ້ຮັບການແປແລ້ວເຊັ່ນ ວໍເຣັນ ບັບເຟັດ : ກວ່າຈະເປັນຕຳນານ ໂດຍ Glen Arnold ແລະເມື່ອປູ່ເວົ້າ ໂລກຕ້ອງຟັງ ຄົມວາທະ ວໍເຣັນ ບັບເຟັດ ໂດຍ David Andrews

ໃນບັນດາຄຳສອນທັງຫຼາຍ ຄຳແນະນຳຈາກ ວໍເຣັນ ບັບເຟັດ ທີ່ຊົງຄຸນຄ່າເໜືອການເວລານັ້ນມີຢູ່ 6 ປະການນຳກັນ

FILE PHOTO: Warren Buffett, CEO of Berkshire Hathaway Inc, pauses while playing bridge as part of the company annual meeting weekend in Omaha, Nebraska U.S. May 6, 2018. REUTERS/Rick Wilking

ສະຫລຸບໄດ້ດັ່ງນີ້

ຂໍ້ທີ 1: ວໍເຣັນ ບັບເຟັດ ແນະນຳໄວ້ ຄືການທຳຄວາມເຂົ້າໃຈກ່ອນວ່າ ເງິນສົດບໍ່ແມ່ນການລົງທຶນທີ່ດີປານໃດ? ເຖິງທີ່ຜ່ານມາອາດຈະເຄີຍມີຄວາມເຊື່ອວ່າ ເງິນສົດຄືຄວາມຫມັ້ນຄົງ ການຖືເງີນສົດໄວ້ກັບໂຕເອງປອດໄພທີ່ສຸດ ວໍເຣັນ ບັບເຟັດ ສະເໜີວ່າ ການຖືເງີນສົດໄວ້ບໍ່ໄດ້ເຮັດໃຫ້ເງີນນັ້ນງອກເງີຍຂຶ້ນມາໄດ້ແຕ່ຢ່າງໃດ ໃນທາງກັບກັນ ເງີນທີ່ຖືໄວ້ຢັງສາມາດປ່ຽນແປງໄດ້ຕາມຄ່າເງີນທີ່ຜັນຜວນຢູ່ຕະຫລອດເວລາ

ຂໍ້ທີ 2: ໃນການລົງທຶນ ຕ້ອງຮູ້ຈັກລໍຈັງຫວະທີ່ເໝາະສົມ ແລະເລືອກລົງທຶນໃນສິ່ງທີ່ຕົນເອງໝັ້ນໃຈແລ້ວວ່າຖືກຕ້ອງແທ້ໆເທົ່ານັ້ນ ປະເມີນໃຫ້ໄດ້ວ່າສິ່ງໃດທີ່ຕົນເອງລົງທຶນໄດ້ແດ່ ສິ່ງໃດຢູ່ນອກຂອບເຂດຂອງຄວາມສົນໃຈ ນັກລົງທຶນທີ່ເກັ່ງ ບໍ່ຈຳເປັນຕ້ອງຕັດສິນໃຈຖືກຕ້ອງໃນທຸກໆເລື່ອງ ພຽງແຕ່ຕັດສິນໃຈຖືກຕ້ອງໃນເລື່ອງສຳຄັນກໍສົ່ງຜົນໃຫ້ຊີວິດປະສົບຄວາມສຳເລັດໄດ້

ຂໍ້ທີ 3: ເລືອກລົງທຶນກັບສິນຊັບທີ່ມີປະສິດທິຜົນ (productive asset) ໃນມຸມມອງຂອງ ວໍເຣັນ ບັບເຟັດ ບໍລິສັດທີ່ມີຜົນຜະລິດທີ່ມີຄຸນນະພາບຢູ່ຕະຫລອດເວລານັ້ນ ໜ້າສົນໃຈກວ່າການລົງທຶນໃນຄຳທີ່ໄດ້ແຕ່ລໍເບິ່ງລາຄາທີ່ຂຶ້ນແລະລົງຢູ່ເສີຍໆ ຖ້າປຽບທຽບກັນແລ້ວ ປູ່ພໍໃຈທີ່ຈະລົງທຶນກັບບໍລິສັດທີ່ມີຜົນຜະລິດໃຫ້ໄດ້ເຫັນຢູ່ຕະຫລອດ ເຊັ່ນ ຟາມ ເນື່ອງຈາກສິນຊັບດັ່ງກ່າວນີ້ສາມາດຄິດໄລ່ຕົ້ນທຶນແລະຜົນກຳໄລໄດ້ຊັດເຈນສະເໝີ

ຂໍ້ທີ 4: ກ່ອນການລົງທຶນໃດໆກໍຕາມ ເລືອກປະເມີນມູນຄ່າຈາກໂຕບໍລິສັດ ສິ່ງທີ່ນັກລົງທຶນຄວນໃຫ້ຄວາມສົນໃຈຄືການປະເມີນວ່າຫຸ້ນຂາຍໃນລາຄາເທົ່າໃດ ແລະມູນຄ່າທີ່ແທ້ຈິງມີລາຄາເທົ່າໃດ? ຖ້າຫຸ້ນທີ່ຂາຍມີລາຄາຕ່ຳກວ່າມູນຄ່າທີ່ບໍລິສັດສາມາດສ້າງກຳໄລໄດ້ກໍຄວນຊື້ ການຈະປະເມີນມູນຄ່າຂອງບໍລິສັດໄດ້ຢ່າງແມ່ນຢຳ ຕ້ອງອາໄສການສຶກສາຂໍ້ມູນຂອງບໍລິສັດຢ່າງຮອບດ້ານ

ຂໍ້ທີ 5: ຍອມຮັບໃນຄວາມຜິດພາດ ເຖິງວ່າຈະປະເມີນສະຖານະການມາດີພຽງໃດ ເຂົ້າໃຈທັງຂໍ້ມູນບໍລິສັດຢ່າງຖ່ອງແທ້ ແລະຕັ້ງໃຈລໍຖ້າຈັງຫວະທີ່ເໝາະສົມ ແຕ່ຄົນເຮົາລ້ວນຜິດພາດກັນໄດ້ ທີ່ສຳຄັນຄືການຜິດພາດແລ້ວຍອມຮັບໃນຄວາມຜິດພາດນັ້ນ ເພື່ອຫາຫົນທາງແກ້ໄຂສິ່ງທີ່ເກີດຂື້ນແລະບໍ່ເຮັດຜິດຊ້ຳອີກຕໍ່ໄປ

ຂໍ້ທີ 6: ການເລືອກລົງທຶນກັບໂຕເອງ ໃນບັນດາການລົງທຶນທັງຫຼາຍ ການລົງທຶນກັບໂຕເອງນັບເປັນສິ່ງທີ່ສຳຄັນທີ່ສຸດ ການລົງທຶນໃນສິ່ງອື່ນອາດມີຜົນລັບຂຶ້ນແລະລົງ ແຕ່ການລົງທຶນໃນໂຕເອງມີແຕ່ຈະສ້າງກຳໄລໃຫ້ ແລະບໍ່ມີໃຜນຳຄຸນຄ່າທີ່ເຮົາສ້າງໃຫ້ໂຕເອງອອກໄປໄດ້

ຄຳແນະນຳເຫຼົ່ານີ້, ນັບເປັນຫົນທາງທີ່ນຳຄົນໄປສູ່ຄວາມລ້ຳລວຍ ແລະຍັງຄົງປະຍຸກໃຊ້ໄດ້ສະເໝີ ບໍ່ວ່າຈະຜ່ານເວລາໄປດົນສໍ່າໃດກໍຕາມ

ຂໍຂອບໃຈທີ່ມາ: ນັກທຸລະກິດ New CEO Laos

ShareTweetShare
Next Post
ໃຜວາງງານ ໄປດ່ວນເພີ່ນຕ້ອງການພະນັກງານ ຈຳນວນຫຼາຍ

ໃຜວາງງານ ໄປດ່ວນເພີ່ນຕ້ອງການພະນັກງານ ຈຳນວນຫຼາຍ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ດວງເຮັງແທ້!. ແຕກອີກແລ້ວ ເດິ້ ເລກ​ 5 ກັບ​ 6 ໂຕ​

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເຊົ່າດິນຂອງລັດ ດໍາເນີນໂຄງການລາດຊະວົງ ພລາຊາ ໃຫ້ເອກະຊົນ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...