ເດິຊັນລາຍງານວ່າ: ສານສູງຄະດີອາຍາເມືອງແບຣດຟໍ ປະເທດອັງກິດ ຕັດສິນຈຳຄຸກ 3ປີ ທ້າວ ເບກ ອາຍຸ 37ປີ ຕາມຄວາມຜິດຖານລ່ວງລະເມີດສັດ ຈາກກໍລະນີ ຂົ່ມຂືນກະທຳໄກ່ ຳນວນຫຼາຍ ແຖມຍັງໃຫ້ນາງ ຮາລີມາ ພັນລະຍາອາຍຸ 38ປີ ບັນທຶກວີດີໂອໃຫ້.

ດ້ານຜູ້ພິພາກສາກ່າວລະຫວ່າງຖະແຫຼງຕັດສິນໂທດວ່າ ທ້າວ ເບກ ເຮັດສິ່ງທີ່ຊົ່ວຊ້າ ໜ້າລັງກຽດ ຢ່າງຍິ່ງຈົນຄົນປົກກະຕິໃນສັງຄົມຕ້ອງຮູ້ສຶກຢາກວ່າອາຈຽນອອກພຸ້ນລະ.

ທ້າວ ເບກ ຖືກຈັບກຸມໃນປີ 2019 ເຈົ້າໜ້າທີ່ໄດ້ທຳການກວດສອບຄອມພິວເຕີແລະໂທລະສັບມືຖືທີ່ຍຶດມາໄດ້ ຈົນຕ້ອງຊັອກໜັກ ກັບສິ່ງທີ່ເຫັນ ເພາະຄລິບຈຳນວນຫຼາຍໃນ ໂຟລເດີທີ່ໃສ່ຊື່ວ່າ”ວີດີໂອຄອບຄົວ” ເປັນຄລິບລ່ວງລະເມີດແລະທາລຸນໄກ່ ລວມໄປເຖິງໝາ2ໂຕ ເຊິ່ງແຕ່ລະຄລິບແມ່ນເມຍຂອງທ້າວ ເບກ ເປັນຄົນບັນທຶກວີດີໂອໃຫ້ ແລະ ທ້າວ ເບກ ກໍ່ຍອມຮັບຂໍ້ກ່າວຫາແລະໃຫ້ການສາລະພາບທຸກຢ່າງ.
Discussion about this post