ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 1, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ປະຊາຊົນເມືອງເຊໂປນ ຕ້ອງການຄວາມຊ່ວຍເຫຼືອຢ່າງຮີບດ່ວນ

ກຂຄ ລາວ by ກຂຄ ລາວ
ເດືອນຕຸລາ 19, 2020
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຕາມຂ່າວວຽງຈັນທາຍໃຫ້ຮູ້ວ່າ ປະຊາຊົນເມືອງເຊໂປນ ແຂວງສະຫວັນນະເຂດ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມຕ້ອງການຄວາມຊ່ວຍ ເຫຼືອ ຈາກສັງຄົມຢ່າງຮີບດ່ວນກ່ຽວກັບເຂົ້າສານ ອາຫານແຫ້ງ, ນໍ້າດື່ມ ແລະ ເຄື່ອງນຸ່ງຫົ່ມ ເພື່ອປະຄອງຊີວິດໃນການດໍາລົງຊີວິດໃນໄລຍະຢູ່ສູນພັກພິງຊົ່ວຄາວໃນໄລຍະທີ່ຖືກນໍ້າຖ້ວມ.

ເຈົ້າເມືອງເຊໂປນ ທ່ານວົງສະຫວັນ ວຽງມະນີ ໄດ້ກ່າວຕໍ່ທີມງານວຽງຈັນທາຍກ່ຽວກັບ ສະພາບນໍ້າຖ້ວມຢູ່ເມືອງເຊໂປນມື້ເຊົ້ານີ້ວັນທີ 19 ຕຸລາ 2020 ວ່າ: ນັບແຕ່ວັນທີ 6 ຕຸລາ ມາຮອດປັດຈຸບັນນໍ້າໄດ້ຖ້ວມບ້ານຕ່າງໆພາຍໃນເມືອງເປັນຮອບທີ 4 ແລ້ວ ຍ້ອນມີຝົນຕົກຕິດຕໍ່ກັນຫຼາຍວັນ ແລະ ເລີ່ມຖ້ວມໜັກແມ່ນນັບແຕ່ວັນທີ 16 ຕຸລາ ເປັນຕົ້ນມາ ຊຶ່ງປະຊາຊົນຈໍານວນ 80 ບ້ານພາຍໃນເມືອງບໍ່ມີໄຟຟ້າໃຊ້, ເສັ້ນທາງຄົມມະນາຄົມຖືກຕັດຂາດບໍ່ສາມາດທຽວໄດ້.

ນໍ້າຖ້ວມຢູ່ເມືອງເຊໂປນນີ້ບໍ່ສະເພາະແຕ່ບັນດາບ້ານທີ່ຢູ່ແຄມຫ້ວຍນໍ້າລໍາເຊເທົ່ານັ້ນ ແຕ່ນໍ້າໄດ້ຖ້ວມຢູ່ທຸກໆບ້ານ, ບາງບ່ອນນໍ້າໄດ້ຖ້ວມສູງຈົນ ເຮັດໃຫ້ເຮືອນ 2 ຊັ້ນບໍ່ເຫັນຮອດຫຼັງຄາກໍ່ມີ. ຄວາມຕ້ອງການຮີບດ່ວນໃນການຊ່ວຍເຫຼືອຈາກສັງຄົມກໍ່ຄືເຄື່ອງອຸປະໂພກ, ບໍລິໂພກ ແລະ ເຮືອໃຫ່ຍເພາະເຮືອນ້ອຍຍັງບໍ່ສາມາດເຂົ້າເຖິງບ້ານປະຊາຊົນໄດ້ເພາະນໍ້າຍັງໄຫຼແຮງ.

ທ່ານວົງສະຫວັນໄດ້ກ່າວຕື່ມວ່າ: ເມືອງເຊໂປນຖືວ່າໄດ້ຮັບຜົນກະທົບໜັກກວ່າເມືອງອື່ນໆພາຍໃນແຂວງສະຫວັນນະເຂດຊຶ່ງມີ 7-8 ເມືອງທີ່ຖືກນໍ້າຖ້ວມ ແລະ ຖືວ່າໜັກໜ່ວງໃນຮອບ 42 ປີ.

ຈາກການເກັບກໍາຂໍ້ມູນເບື້ອງຕົ້ນກ່ຽວກັບຜົນເສຍຫາຍພົບວ່າ ມີເຮືອນຖືກນໍ້າຊຸພັງ, ເປ່ເພເປັນຈໍານວນຫຼາຍ, ເນື້ອທີ່ນາທີ່ກໍາລັງ ຈະເກັບກ່ຽວຜົນຜະລິດຫຼາຍກວ່າ 3.000 ເຮັກຕາຈາກ 4.200 ເຮັກຕາກໍຖືກນໍ້າຖ້ວມ. ນອກນັ້ນຍັງມີ ເສັ້ນທາງ, ໜອງປາ, ຊົນລະປະທານ ເສົາໄຟຟ້າຫັກໂຄ່ນຈໍານວນໜຶ່ງ ແລະ ອື່ນໆ ແຕ່ບໍ່ມີຜູ້ເສຍຊີວິດ.

ມາຮອດຕອນເຊົ້າມື້ນີ້, ລະດັບນໍ້າໄດ້ຫຼຸດລົງແລ້ວປະມານ 2 ແມັດແຕ່ກໍຍັງຢູ່ໃນເຂດອັນຕະລາຍຢູ່. ສະເພາະປະຊາຊົນທີ່ເຮືອນຖືກນໍ້າຖ້ວມທາງເມືອງໄດ້ຍົກຍ້າຍໄປຢູ່ສູນພັກພິງຊົ່ວຄາວທີ່ເປັນບ່ອນສູງ ຢູ່ຕາມໂຮງຮຽນ ແລະ ຕາມພູ.

ShareTweetShare
Next Post
ແຊຣ໌ໄວ້ອ່ານເລີຍ..ຄຸນປະໂຫຍດໝາກນາວຊ່ວຍແກ້ພິດງູກັດໄດ້

ແຊຣ໌ໄວ້ອ່ານເລີຍ..ຄຸນປະໂຫຍດໝາກນາວຊ່ວຍແກ້ພິດງູກັດໄດ້

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ບໍ່ຫລາບບໍ່ຈື່! ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນຕາ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ຊົມເຊີຍເຈົ້າເຈົ້າໜ້າທີ່ ມ້າງກຸ່ມແກ້ງລັກລົດຈັກລາຍໃຫຍ່ ກູ້ໄດ້ 12 ຄັນ
  • ຄວນເຮັດແນວໃດ? ໃຫ້ຄົນລາວ ໃຊ້ສິນຄ້າທີ່ລາວຜະລິດ
  • ເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາ, ສຳຫຼວດການກໍ່ສ້າງທາງລົດໄຟວຽງຈັນ-ທ່າແຂກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...