ທ້າວ ສອນ ອາຍຸ 29 ປີ, ກໍາມະກອນ, ຢູ່ບ້ານນາແກ່ວ ເມືອງທຸລະຄົມ ແຂວງວຽງຈັນ ໄປສະຫນັກເຮັດວຽກຢູ່ຮ້ານຂາຍເຄື່ອງກໍ່ສ້າງ ແຕ່ຖືກປະຕິເສດຍ້ນຄົນເຕັມ, ກ່ອນອອກຈາກຮ້ານ ຕັດສິນໃຈລັກລົດຮ້ານກໍ່ສ້າງ ຂີ່ຫນີ. ເຈົ້າຫນ້າທີ່ ໃຫ້ຂໍ້ມູນວ່າ:

ໃນວັນທີ 1 ມີນາ 2022 ເວລາ 13 ໂມງ ທ້າວ ສອນ ໄດ້ມາສະໜັກເປັນກຳມະກອນເຮັດວຽກນຳຮ້ານຂາຍເຄື່ອງກໍ່ສ້າງ ບ້ານໂພນແຮ່ ເມືອງທຸລະຄົມ ຜູ້ກ່ຽວເວົ້າວ່າ ມາສະໝັກວຽກ ແຕ່ຖືກປະຕິເສດຄົນເຕັມແລ້ວບໍ່ຮັບ ຈາກນັ້ນ ໄດ້ຍ່າງອອກຈາກຮ້ານໄປໄດ້ປະມານ 10 ແມັດ ເຫັນລົດຮຸນໄດ , ສີປອນເງີນ ປ້າຍທະບຽນ ກຈ 0751 ກຳແພງນະຄອນ ແມ່ນລົດສົ່ງເຄື່ອງກໍ່ສ້າງຂອງຮ້ານດັ່ງກ່າວ ຈອດຢູ່ໜ້າຮ້ານ

ສັງເກດເຫັນປະຕູລົດທັງສອງເບື້ອງບໍ່ໄດ້ອັດແວ່ນ ເຫັນກະແຈລົດຊູບຄາຢູ່ ຈຶ່ງມີແນວຄິດຢາກໄດ້ລົດຄັນດັ່ງກ່າວ. ຈາກນັ້ນ ກໍໄດ້ໄຂປະຕູ ຕິດຈັກລົດແລ້ວຂັບລົດໜີໄປຈອດປະໄວ່ແຄມທາງ ບ້ານນາກາງ ເມືອງທຸລະຄົມ ແຂວງວຽງຈັນ ຂີ່ໄປຮອດໄລຍະຫນຶ່ງຈຶດລົດປົດປ້າຍລົດອອກ ແລ້ວຊື້ໃບຊື້ຂາຍລົດມາຂຽນພ້ອມທັງໃສ່ພະຍານເພື່ອປອມແປງເອກະສານ ແລ້ວໄປນອນຢູ່ເຮືອນບ້ານນາແກ່ວ,

ຕົກມາຮອດວັນທີ 2 ມີນາ 2022 ຈຶ່ງຂັບລົດຄັນດັ່ງກ່າວເພື່ອຈະກັບໄປບ້ານເກີດ ຢູ່ບ້ານໃຫຍ່ ເມືອງທົ່ງມີໄຊ ແຂວງໄຊຍະບູລີ. ເມື່ອເດີນທາງມາຮອດດ່ານບ້ານດົງ ( ສາມທາງເຂົ້ານານົກຂຸ້ມ ) ເມືອງທຸລະຄົມ ເຈົ້າໜ້າທີ່ຕຳຫຼວດຈາລະຈອນ ປກສ ແຂວງວຽງຈັນ ລັດກວດກາເບີ່ງເອກະສານລົດ ທ້າວ ສອນ ຈອດລົດແລ່ນຫຼົບໜີ ຈາກນັ້ນເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ໄລ່ນຳຈັບທັນແລ້ວກັກຕົວຜູ້ກ່ຽວພ້ອມດ້ວຍລົດຮຸນໄດຄັນດັ່ງກ່າວມາດຳເນີນຄະດີຕາມລະບຽບກົດໝາຍ.
Discussion about this post