ນັບແຕ່ຫວຍພັດທະນາລາວ ໄດ້ມີການອອກເລກລາງວັນ 6 ຕົວເລກ 1.000 ກີບໄດ້ຮັບລາງວັນ 400 ລ້ານ ໄດ້ມີກຸ່ມມິດສາຊີບ ຕົວະຍົວະຫຼອກລວງໃຫ້ເຫຍື່ອໂອນເງິນເພື່ອແລກເອົາເລກເດັດ 6 ໂຕເລກ ເຮັດໃຫ້ມີຜູ້ເສຍຫາຍເປັນຈຳນວນຫຼວງຫຼາຍ.
![](https://kkklao.com/wp-content/uploads/2022/04/FB_IMG_1649688423713-1024x632.jpg)
ຫຼ້າສຸດ ໄດ້ມີຜູ້ເສຍຫາຍຫຼາຍຄົນໄດ້ສົ່ງຂໍ້ມູນມາທາງເພຈໜັງສືພິມຄວາມສະຫງົບຂອງພວກເຮົາ ເພື່ອຮ້ອງຮຽນຂໍຄວາມຊ່ວຍເຫຼືອໃນການດຳເນີນຄະດີຕໍ່ກຸ່ມຄົນບໍ່ດີທີ່ແອບອ້າງເປັນພະນັກງານລັດວິສາຫະກິດຫວຍພັດທະນາລາວ ຕົວະໃຫ້ຜູ້ເສຍຫາຍໂອນເງິນເພື່ອແລກກັບເລກ 6 ຕົວເລກທີ່ຈະອອກໃນທຸກງວດ, ເຊິ່ງຜູ້ເສຍຄົນໜຶ່ງໄດ້ຫຼົງເຊື່ອໂອນເງິນໄປໃຫ້ ເສຍຫາຍ 30 ລ້ານກີບ ແລະ ອີກຄົນໜຶ່ງແມ່ນເສຍຫາຍ 16 ລ້ານກີບ ແລະ ຍັງມີຜູ້ເສຍຫາຍອີກຈຳນວນຫຼວງຫຼາຍ.
![](https://kkklao.com/wp-content/uploads/2022/04/FB_IMG_1649688431375-691x1024.jpg)
ຕໍ່ກັບເຫດການດັ່ງກ່າວ,ກ່ອນໜ້ານີ້ ລັດວິສາຫະກິດຫວຍພັດທະນາລາວ ກໍໄດ້ອອກແຈ້ງການເຕືອນໄພວ່າ: ປັດຈຸບັນໄດ້ມີກຸ່ມຄົນບໍ່ຫວັງດີ ສ້າງເຟສບຸກປອມ ໂຄສະນາເຜີຍແຜ່ແອບອ້າງເອົາຮູບພາບ, ເຄື່ອງໝາຍການຄ້າ, ກາປະທັບ ຂອງບໍລິສັດລັດວິສາຫະກິດຫວຍພັດທະນາລາວ ໂພສລົງທາງສື່ອອນລາຍ ເຊັ່ນ: Facebook, whatapp, line, massager ແລະ ອື່ນໆ ເພື່ອຈົວະຍົວະຫວັງເອົາເງິນຜູ້ທີ່ຫຼົງເຊື້ອດ້ວຍຮູບການຕົວະວ່າ ສາມາດຮູ້ຜົນອອກເລກລາງວັນ 6 ໂຕເລກ ກ່ອນການອອກຫວຍແຕ່ລະຄັ້ງ
![](https://kkklao.com/wp-content/uploads/2022/04/FB_IMG_1649688425772-565x1024.jpg)
ໂດຍໃຫ້ໂອນເງິນລົງທະບຽນຄ່າບອກຂໍ້ມູນໃນຈຳນວນຫຼາຍລ້ານກີບ ເຊິ່ງເກີດຄວາມເສຍຫາຍຕໍ່ຜູ້ຫຼົງເຊື້ອ ແລະ ກະທົບຕໍ່ພາບພົດ ແລະ ຊື່ສຽງຂອງບໍລິສັດລັດວິສາຫະກິດຫວຍພັດທະນາລາວ. ດັ່ງນັ້ນ ທາງບໍລິສັດ ຈິ່ງຂໍແຈ້ງວ່າ ຕໍ່ການໂຄສະນາດັ່ງກ່າວແມ່ນບໍ່ມີຄວາມຈິງ.
ກ່ອນໜ້ານີ້, ສື່ຂ່າວຫຼາຍສຳນັກງານ ລວມທັງສື ປກສ ຂອງພວກເຮົາ ກໍໄດ້ລົງຂ່າວປະກາດແຈ້ງເຕື່ອນເຖິງພໍ່ແມ່ປະຊາຊົນວ່າຢ່າຫຼົງເຊື້ອກຸ່ມມິດສາຊີບດັ່ງກ່າວໄປແລ້ວຫຼາຍຄັ້ງ ແຕ່ກໍຍັງມີຜູ້ຫຼົງເຊື້ອຢູ່.
![](https://kkklao.com/wp-content/uploads/2022/04/FB_IMG_1649688427519-691x1024.jpg)
ສະນັ້ນ, ຖ້າທ່ານໃດມີຄວາມເສຍຫາຍ ກໍຂໍໃຫ້ນຳຫຼັກຖານເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ກອງບັນຊາການ ປກສ ເມືອງ, ປກສ ແຂວງທີ່ທ່ານອາໃສຢູ່ ແລະ ຂໍຝາກກົດໄລກົດແຊ ຂໍ້ມູນນີ້ເພື່ອຊ່ວຍກັນເຕືອນສະຕິສັງຄົມຢ່າຫຼົງເຊື້ອແບບງ່າຍໆ.
![](https://kkklao.com/wp-content/uploads/2022/04/FB_IMG_1649688429670-988x1024.jpg)
![](https://kkklao.com/wp-content/uploads/2022/04/FB_IMG_1649688433508-571x1024.jpg)
![](https://kkklao.com/wp-content/uploads/2022/04/FB_IMG_1649688435513-565x1024.jpg)
![](https://kkklao.com/wp-content/uploads/2022/04/FB_IMG_1649688437335-561x1024.jpg)
ຂ່າວ: ໜັງສືພິມຄວາມສະຫງົບ
Discussion about this post