ໃນຕອນເຊົ້າ ວັນທີ 8 ເມສາ 2022 ທີ່ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈຳໄຕມາດ 1 ແລະ ຈຸດສຸມໄຕມາດ 2 ປະຈໍາປີ 2022;
ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກ ຂອງ ຫສນຍ ແລະ ປະກາດການຈັດຕັ້ງ ພະນັກງານນໍາພາ-ຄຸ້ມຄອງ ຂອງ ຫສນຍ, ໂດຍການໃຫ້ກຽດເຂົ້າຮ່ວມໂອ້ລົມ ຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ; ມີທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າ ຫສນຍ;

ບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ຜູ້ຕາງໜ້າ ຄະນະຈັດຕັ້ງສູນກາງພັກ; ບັນດາທ່ານ ຄະນະກົມ, ຄະນະຫໍປະຊຸມແຫ່ງຊາດ ພ້ອມດ້ວຍ ພະນັກງານ-ລັດຖະກອນ ທົ່ວ ຫສນຍ ເຂົ້າຮ່ວມ.
ໃນວາລະທໍາອິດ ຂອງກອງປະຊຸມ ແມ່ນໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງຂອງ ຫສນຍ ເລກທີ 546 ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງ ຫສນຍ ເພື່ອກຳນົດຫຼັກການ, ກົນໄກ, ວິທີການ, ລະບອບການພົວພັນ ແລະ ຄວາມຮັບຜິດຊອບ ຕໍ່ໜ້າທີ່ຕົ້ນຕໍຈໍານວນໜຶ່ງ ພາຍໃນ ຫສນຍ ແນໃສ່ເຮັດໃຫ້ການປະຕິບັດພາລະບົດບາດຕົ້ນຕໍຂອງຕົນ ໂດຍສະເພາະການເປັນເສນາທິການດ້ານເນື້ອໃນ, ການປະສານງານ ແລະ ບໍລິການຮັບໃຊ້ໃຫ້ແກ່ລັດຖະບານ, ນາຍົກລັດຖະມົນຕີ ແລະ ບັນດາຮອງນາຍົກລັດຖະມົນຕີ ມີຄວາມວ່ອງໄວ, ໂປ່ງໃສ, ທັນການ, ມີປະສິດທິພາບ ແລະ ປະສິດທິຜົນ.

ຕໍ່ຈາກນັ້ນ, ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງ ຫສນຍ ປະຈຳໄຕມາດ 1 ແລະ ທິດທາງແຜນການໄຕມາດ 2 ຂອງປີ 2022 ເຊິ່ງເຫັນວ່າ ມີຜົນສໍາເລັດໃນຫຼາຍດ້ານ, ຄຽງຄູ່ກັນນັ້ນ ກໍຍັງມີຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຍັງຕ້ອງໄດ້ພ້ອມກັນສືບຕໍ່ປັບປຸງແກ້ໄຂໃຫ້ສຳເລັດ ຕາມແຜນການທີ່ວາງໄວ້.
ຫຼັງຈາກນັ້ນ, ວາລະທີສອງຂອງກອງປະຊຸມ ແມ່ນໄດ້ດຳເນີນພິທີປະກາດການຈັດຕັ້ງ ພະນັກງານນໍາພາ-ຄຸ້ມຄອງຂອງ ຫສນຍ ເພື່ອສືບຕໍ່ປັບປຸງກົງຈັກການຈັດຕັ້ງພາຍໃນ ຫສນຍ ໃຫ້ມີຄວາມເຂັ້ມແຂງ, ຄ່ອງຕົວ, ຮັບປະກັນລັກ ສະນະສືບທອດ, ປ່ຽນແທນ, ແທດເໝາະກັບສະພາບຄວາມເປັນຈິງ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ ກໍຄືການຈັດຕັ້ງປະຕິ ບັດ ພາລະບົດບາດ, ສິດ, ໜ້າທີ່ ຕາມໂຄງປະກອບກົງຈັກການຈັດຕັ້ງ ຫສນຍ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ສູງຂຶ້ນເລື້ອຍໆ.

ໃນພິທີ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ຄື: ແຕ່ງຕັ້ງ ທ່ານ ສົມກຽດ ພະສີ ເປັນຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ທ່ານ ສະຖິດ ເພັດສິງເລືອງ ເປັນຫົວໜ້າກົມປະຊາສຳພັນ; ທ່ານ ຈັນທະພອນ ແກ້ວມາລາວົງ ເປັນຫົວໜ້າກົມບໍລິຫານ,
ພິທີການ ແລະ ການເງິນ; ທ່ານ ຄົມສັນ ໄຊຍະສານ ເປັນຫົວໜ້າກົມນິຕິກຳ; ທ່ານ ວິແກ້ວ ບຸບຜາວັນ ເປັນຫົວໜ້າກົມກວດກາ; ທ່ານ ເຂິງຄຳ ແກ້ວໜູຈັນ ເປັນຫົວໜ້າກົມຄົ້ນຄວ້າ-ສັງລວມ; ທ່ານ ນາງ ບຸນໜັກ ດາລາງາແກ້ວ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ແລະ ທ່ານ ວັນນະລາດ ໃຈຍາວົງ ເປັນຫົວໜ້າກົມເລຂາ; ອະນຸມັດພະນັກງານ ອອກພັກການ ຮັບອຸດໜູນບຳນານ; ຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ແຕ່ງຕັ້ງຜູ້ຊ່ວຍວຽກ ທ່ານລັດຖະມົນຕີ, ຫົວໜ້າ ຫສນຍ.
Discussion about this post