ຂໍຢ່າຟ້າວເບີ່ງແລ້ວເລື່ອນຜ່ານ….ຊ່ວຍເມດຕາກະຣຸນາ ສົງສານຊ່ວຍສົງເຄາະຊ່ວຍຄ່າຫິບຄ່າເມມໂລງ ເພື່ອຈັດງານສົບນຳນ້ອງຊາຍຄົນນີ້ຜູ້ອາພັບອີກແຮງນຳຄອບຄົວຜູ້ທຸກຍາກຄັ້ງ ນີ້ດ້ວຍເທີດ

ຜູ້ເສຍຊີວິດຊື່ທ້າວ ທັນ ພອນຈັນ ອາຍຸ38ປີ ອາຊີບກຳມະກອນ ປະຈຸບັນຢູ່ບ້ານນາລຽນ ເມືອງນາຊາຍທອງ ອາການເສຍຊີວິດແມ່ນເປັນໂລກປະຈຳໂຕ (ປອດອັກເສບ)
ນີ້ຜູ້ກ່ຽວທັ້ງສອງແມ່ນເປັນຄົນອົບພະຍົກມາແຕ່ງແຂວງຫົວພັນ ເມື່ອພໍ່ແມ່ກະບໍ່ຢູ່ແລ້ວເອື້ອຍນ້ອງຕ່າງຄົນຕ່າງໄປມີຊີວີດໃຜລາວທຸກຄົນກໍ່ສູ້ດີ້ນລົນກັນໄປ ..
ແລະຕົນກໍ່ໄດ້ຕັດສີນໃຈເດີນທາງສູ່ວຽງຈັນ ເອົານ້ອງມາຢູ່ນຳ ເພື່ອດູແລປະຄອງກັນໄປ ທັງສອງອ້າຍນ້ອງຕ່າງຄົນຕ່າງຮັບຈ້າງເປັນກຳກອນໃດ້ເງີນມາເທົ່າໃດ . ກໍ່ເອົາເງີນທີ່ຫາມາໄປສຸມໃສ່ໃນການຊື້ຢາປີ່ນປົວນ້ອງຊາຍຂອງຕົນ
. .

ຜູ້ກ່ຽວແມ່ນບໍ່ເຄີຍໄດ້ສ້າງຄອບຄົວ ຢູ່ແຕ່ນຳກັນກັບອ້າຍ2ຄົນ ແລະ ໄດ້ຊອກຫາເຮັດວຽກຫາເງີນມາຊື້ຢາຊື້ເຂົ້າມາປະຄອງຊີວິດໂຕເອງມາຕະຫລອດ ແລ້ວໄດ້ມາເປັນປອດເຈັບໜັກໆ ຈື່ງໄດ້ນຳສົ່ງໄປປີ່ນປົວຢູ່ໂຮງໝໍ
ເປັນເວລາ1ເດືອນ ທີ່ນອນໂຮງຫມໍ ນອນດົນໂພດແນ່ ເງີນກະຫົມດ ເງີນຊື້ກີນເຂົ້າກໍ່ບໍ່ມີ ໝໍເລີຍສັ່ງໄຫ້ທັງສອງກັບບ້ານບ້ານເພື່ອເມືອເສຍຊີວີດຢູ່ເຮືອນ ຂອງຕົນ
ເເຕ່ເມື່ອເອົາບ້ານພັດບໍ່ຕາຍແຕ່ຕ້ອງໄດ້ນອນດົມອົກຊີ້ ເພື່ອຍື້ຊີວີດໄປວັນວັນ ຈົນເປັນເດືອນໆ
ຈົນກະທັ້ງມື້ນີ້ລາວກໍ່ໄດ້ສີ້ນລົມຫາຍໃຈ ແຕ່ຜູ້ເປັນອ້າຍກະບໍ່ມີຮອດເງີນ ສີຈັດງານສົບໃຫ້ນ້ອງຊາຍ ເພາະເງີນຫມົດໄອ
ສະນັ້ນຜູ້ອ້າຍຈື່ງເຂົ້າຫາອົງການຈັດຕັ້ງບ້ານເພີນ

ແລະເພີ່ນກໍ່ໄດ້ປຮະສານງາມມາຫາທາງເບື່ອງເຮົາເພື່ອເຂົ້າຊ່ວຍ ເມື່ອເຮົາມາຮອດຈື່ງເຫັນສະພາບຄອບຄົວຄົງມີຄວາມຍຸງຢາກຂັດສົນແລະຕາສົງສານຫລາຍຢ່າງ
ສະນັ້ນ ຈື່ງໄດ້ວານຜູ້ໃຈບຸນມີເມດຕາມະຫາກຸສົນ ທັ“ຫຼາຍຊ່ວຍພວກເຂົາໃນການບໍລິຈາກຜູ້ເລັກຜູ້ຫນ້ອຍ ຜູ້5ຜູ້10ຊ່ວຍເມດຕາພວກເຂົາເອົາບຸນຕໍ່ຊີວີດຕໍ່ບາລະມີ ຂອງພວກທ່ານດ້ວຍເທີດ🙏🙏🙏

… ທ່ານສາມາດສົບທົບຊ່ວຍເຫຼືອ
ຜ່ານຊ່ອງທາງ ບັນຊີສະມາຄົມ ບັນເທົາທຸກ ນະຄອນຫຼວງ
ທີ່:
ເລກບັນຊີ ທະນາຄານການຄ້າ ຕ່າງປະເທດລາວ
THE ASSOCIATION OF ASSISTANCE AND RELIEF VIENTIANE CAPITAL
010120001940404001 ກີບ
ສອບຖາມຂໍ້ມຄນເພີ່ມເຕິມ 54000089

Discussion about this post