ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 4, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຢ່າເລື່ອນຜ່ານ! ໃຫ້ທຸກຄົນອ່ານເພື່ອເປັນຂໍ້ມູນ “ເອື້ອຍອາໂນມາ” ເກືອບຖີ້ມຊີວິດ ຍ້ອນຕິດເຊື້ອໂຄວິດ19 ລົງປອດ

ກຂຄ ລາວ by ກຂຄ ລາວ
ເດືອນເມສາ 1, 2022
in ບົດຄວາມ
0
Home ບົດຄວາມ

ລົບກວນໃຫ້ທຸກຄົນອ່ານເພື່ອເປັນຂໍ້ມູນ26.12.2021 ຄົບຮອບ 1ເດືອນ ທີ່ ອາໂນມາ ເກືອບເສຍຊີວິດ ຍ້ອນຕິດເຊື້ອໂຄວິດ19 ລົງປອດຂໍອະນຸຍາດ ເລົ່າເລື່ອງທີ່ເກີດຂື້ນກັບອາໂນມາ ເພື່ອເປັນຂໍ້ມູນ ແລະ ເປັນອຸທາຫອນ ເປັນຄວາມເຂົ້າໃຈສໍາລັບ ຜູ້ທີ່ຍັງບໍ່ທັນຮູ້ວ່າ ໂຄວິດ19 ອັນຕະລາຍສໍ່າໃດພ້ອມນີ້ກໍຂໍໃຊ້ຫນ້າເຟສບຸກນີ້ ສະແດງຄວາມຂອບໃຈ ຜູ້ທີ່ຊ່ວຍເຫລືອທຸກຢ່າງ ໃຫ້ອາໂນມາ ລອດຈາກຄວາມຕາຍທີ່ມັນຢູ່ໃກ້ອາໂນມາ ພຽງແຕ່ຄືບດຽວຂໍເລົ່າເລີຍ19.11.2021 ເລາ 20:30 ອາໂນມາ ຮູ້ສຶກໄຂ້ແລະໄອ ຈຶ່ງໄດ້ໄປຊື້ເຄື່ອງກວດແບບໄວມາກວດເອງ ຜົນອອກມາເປັນບວກ ກວດສອງເທື່ອນໍາເຄື່ອງກວດມາກວດໃຫ້ທຸກຄົນຢູ່ເຮືອນນໍາກັນອີກ 6ຄົນ ຜົນອອກມາ ທຸກຄົນເປັນລົບ20.11.2021 ຕອນບ່າຍ ເພື່ອຄວາມແນ່ໃຈຈຶ່ງພາກັນໄປກວດຢູ່ໂຮງຫມໍເອກະຊົນແຫ່ງຫນຶ່ງ ຮອດ 22:00 ໂມງ ຫມໍທີ່ຢູ່ໂຮງຫມໍເອກະຊົນ ທີ່ຄອບຄົວອາໂນມາໄປກວດໂຄວິດ ໂທມາແຈ້ງວ່າຕິດໂຄວິດທັງຫມົດອາໂນມາ ຕັດສິນໃຈປິ່ນປົວຢູ່ເຮືອນນໍາກັນທັງຫມົດ7ຄົນ ແລະ ອົງການປົກຄອງບ້ານກໍໄດ້ເຮັດໃບຢັ້ງຢືນໃຫ້ ພ້ອມດ້ວຍການແນະນໍາທຸກຢ່າງ ນອກນັ້ນຄະນະສະເພາະກິດກໍໄດ້ສອບຖາມເກັບກໍາຂໍ້ມູນແລະແນະນໍາ ການເບິ່ງແຍງໂຕເອງ ແລະ ໃຫ້ເບີໂທຕິດຕໍ່ຖ້າມີອາການຮຸນແຮງ22.11.2021 ທຸກຄົນມີອາການ ເປັນຫວັດ ໄຂ້ທໍາມະດາ ນໍ້າມູກຍ້ອຍ ມີອາໂນມາຜູ້ດຽວທີ່ ໄຂ້ຂື້ນສູງ 39-40 ຫນາວສັ່ນ ເຈັບຫົວ ໄອຫລາຍ23.11.2021 ທຸກຄົນ ມີອາການເບົາບາງ ອາໂນມາ ເລີ່ມເຈັບແສບຫນ້າເອິກ ສັນຫລັງ ແລະຍັງໄຂ້ຂື້ນສູງ ອົກຊີໃນເລືອດເລີ່ມຕໍ່າລົງ 89-90-9124.11.2021 ທຸກຄົນດີຂື້ນ ມີແຕ່ອາການຄືຄົນເປັນຫວັດ ມີແຕ່ອາໂນມາ ອາການຫນັກຂື້ນ ທັງຖອກທ້ອງ ຮາກ ໄຂ້ຂື້ນສູງ ໄອຕະຫລອດ ອົກຊີໃນເລືອດຍັງຕໍ່າຄືເກົ່າ ຮອດ 2ໂມງກາງຄືນ ຫນາວສັ່ນ ຮາກແລະໄອ ແລ້ວກໍລົ້ມຢູ່ຫ້ອງນໍ້າ25.11.2021 ໂທຫາ 164 ບອກອາການ ແລະ ໃຫ້ມາຮັບໄປປິ່ນປົວ ເພາະຫມໍທີ່ຕິດຕາມອາການແລະແນະນໍາກໍບອກວ່າ ຢ້ານໂຄວິດລົງປອດຂ້ຽວຕິດຕໍ່ 164( ນ້ອງຊາຍທີ່ເປັນສາມີຂອງຜູ້ປະກາດຂ່າວນໍາກັນ ຕິດຕາມແລະແນະນໍາ)ເວລາ: 12:45 ລົດມາຮັບໄປປິ່ນປົວຢູ່ສູນລ້າງຊ້າງ ໂຮງຫມໍສະຫນາມ ນອນໃສ່ອົກຊີ ກິນຢາ ລໍຖ້າໃຫ້ໂຮງໝໍມີຕຽງຫວ່າງ ເພື່ອເອົາເຂົ້າໄປປິ່ນປົວ26.11.2021 ເວລາ 18:50 ລົດໂຮງໝໍມາຮັບໄປປິ່ນປົວຢູ່ໂຮງໝໍ ສູນກາງ 103ດ້ວຍອາການທີ່ອາດຈະເສຍຊີວິດ ຄວາມຕາຍຢູ່ໃກ້ຄືບດຽວ ຖ້າຊ້າເຖິງຂັ້ນເສຍຊີວິດ ເພາະເລືອດເລີ່ມກ້າມ ໂຄວິດລົງປອດແລ້ວ ແລະ ອົກຊີໃນເລືອດມີແຕ່ 77-7827.11.2021 ຮູ້ເມື່ອດ້ວຍອາການດີຂື້ນ ຍ້ອນໝໍສຸມທຸກຄວາມພະຍາຍາມຊ່ອຍຊີວິດ28.11.2021 ໝໍມາສັກຢາໃຫ້ຕອນເຊົ້າ ແຈ້ງຜົນຈາກການ X-Ray ປອດ ກວດຫົວໃຈ ແລະ ກວດເລືອດ ຜົນອອກມາ ໂຄວິດລົງປອດແລ້ວ 30% ແລະ ຮ່າງກາຍຂາດນໍ້າຄໍາຖາມທີ່ອາໂນມາຖາມຫມໍ ກໍຄື: ຂ້ອຍຈະຕາຍບໍ່? ຂ້ອຍຈະລອດບໍ່? ລູກຂ້ອຍຍັງນ້ອຍ( ນໍ້າຕາໄຫລອອກເອງ )ຈາກເປັນຄົນທີ່ມີຮອຍຍິ້ມ ມີສຽງຫົວມັກເວົ້າຕະຫລົກ ມັກກວນຫມູ່ ມັກເວົ້າເຢີ້ຍຫມູ່ ຮອດຕອນນີ້ ອາໂນມາ ກາຍເປັນຄົນຊຶມເສົ້າ ທັນທີ ໝໍບອກວ່າເປັນຫຍັງ ຈັກຫນ້ອຍກໍດີ ເພາະຮ່າງກາຍອາໂນມາ ຕອບສະຫນອງຢາໄດ້ດີ ອັນນີ້ກໍແມ່ນຄວາມໂຊກດີອັນໜຶ່ງທີ່ຮ່າງກາຍຕອບສະໜອງຢາໄດ້ດີ ຖ້າຮ່າງກາຍບໍ່ຕອບສະຫນອງກໍແມ່ນ ຫມົດບຸນທັນທີ.ຢາສັກລະລາຍເລືອດກ້າມ ສັກໃສ່ຫນ້າທ້ອງມື້ລະ2ເຂັມ ສັກແລ້ວກໍມີອາການຫາຍໃຈສະດວກ ໃສ່ອົກຊີ 7ມື້ ກໍບໍ່ໄດ້ໃສ່ຕື່ມອີກ.ອາການດີຂື້ນເປັນລໍາດັບ ໂຊກດີຫລາຍທີ່ຮອດມືແພດຫມໍໄວແລະໂຮງຫມໍມີຕຽງຫວ່າງ ເພາະສະຖານະການໃນການລະບາດຂອງໂຄວິດ19 ໄລນະນີ້ແມ່ນ ຄົນເຈັບລົ້ນໂຮງຫມໍແທ້ໆ.ຮອດ ວັນທີ 7.12.2021 ເວລາ 20:30 ອາໂນມາ ໄດ້ອອກໂຮງໝໍ ປອດໄພແລ້ວ ສາມາດກັບມາຫາຄອບຄົວໄດ້ ແຕ່ ຍັງຕ້ອງແຍກໂຕຈາກຄົນໃນເຮືອນໃຫ້ຄົບ 7ມື້ນະໂອກາດນີ້ ອາໂນມາ ຂໍສະແດງຄວາມຂອບໃຈຢ່າງສຸດຊື້ງ ມາຍັງຄະນະອໍານວຍການ ແລະ ທີມງານແພດຫມໍ ໂຮງໝໍ ສູນກາງ 103 ທຸກຄົນທີ່ປິ່ນປົວແລະເອົາໃຈໃສ່ເປັນຢ່າງດີ ບໍ່ສະເພາະແຕ່ ອາໂນມາ, ແພດຫມໍທຸກຄົນໄດ້ເອົາໃຈໃສ່ປິ່ນປົວຄົນເຈັບຕິດໂຄວິດ 19 ຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ.ຈາກ:Anoma Bee Rathida

ShareTweetShare
Next Post
ແບບນີ້ແລະທີ່ເຂົາວ່າ ກິນບໍ່ບົກຈົກບໍ່ລົງຂອງແທ້ແຖມ ບໍ່ມີນາຍສັ່ງ ລວຍໄດ້ດ້ວຍຕົນເອງ

ແບບນີ້ແລະທີ່ເຂົາວ່າ ກິນບໍ່ບົກຈົກບໍ່ລົງຂອງແທ້ແຖມ ບໍ່ມີນາຍສັ່ງ ລວຍໄດ້ດ້ວຍຕົນເອງ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...