ໃນວັນທີ 18 ມີນາ 2022 ເຈົ້າຫນ້າທີ່ ປກສ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ຈັບຕົວ ທ້າວ ໂຕບີ່ ອາຍຸ 27 ປີ.

ວ່າງງານ ບ້ານຫນອງປິງ ເມືອງຈັນທະບູລີ ທີ່ກໍເຫດປຸ້ນຊັບ ( ລົດຈັກ ) ໂດຍໃຊ້ງ້າວຟັນ ຜູ້ຍິງທີ່ຂີ່ລົດຈັກ ໄດ້ຮັບບາດເຈັບ.
ເຫດການດັ່ງກ່າວເກີດຂຶ້ນ ໃນຄໍ່າຄືນຂອງວັນທີ 13 ມີນາ 2022 ເວລາ 1:00 ໂມງ ຢູ່ເສັ້ນທາງເຂດບ້ານສະຫວ່າງ ຜູ້ກໍ່ເຫດໄດ້ເອົາງ້າວຟັນເຈົ້າຂອງ ໄດ້ຮັບບາດເຈັບ ( ບໍ່ໄດ້ລົດ )

ຈາກນັ້ນ ກໍເອົາຕົວຫລົບຫນີ ປັດຈຸບັນກຳລັງ ຕິດຕາມຈັບຜູ້ຮ່ວມກໍ່ເຫດອີກຫນຶ່ງຄົນ.

ສາເຫດ ການລົງມື ແມ່ນເພື່ອປຸ້ນເອົາລົດໄປຂາຍ ຊື້ຢາເສບຕິດມາເສບ ກ່ອນຈັບໂຕໄດ້ ເຈົ້າຫນ້າທີ່ໄດ້ຈື່ຫນ້າຈຳຕາ ຜູ້ກໍ່ເຫດ ເຄີຍຖືກຄຸກ 5 ປີ ( 2014-2019 ) ຢູ່ຄ້າຍຄຸມຂັງ ຢູ່ເມືອງຈັນທະບູລີ ໃນຂໍ້ຫາຄ້າຂາຍຢາເສບຕິດ.

Discussion about this post