ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 5, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ທ່ານຄິດແນວໃດ! ໂພສຈາກທ່ານນາງ ວາລີ ສະຖານະການເງິນຜັນຜວນແບບນີ້ ບໍ່ແມ່ນພາວະປົກກະຕິ

ກຂຄ ລາວ by ກຂຄ ລາວ
ເດືອນມີນາ 23, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນຊ່ວງທີ່ຜ່ານມາເຮົາຈະເຫັນໄດ້ວ່າລາຄາສິນຄ້າຕ່າງໆມີການປັບຕົວສູງຂື້ນໄດ້ຢ່າງຊັດເຈນບໍ່ວ່າເປັນ ລາຄາຄຳ ລາຄານໍ້າມັນ ລາຄາປຸຍ ອຸປະກອນກໍ່ສ້າງ ແລະ ລາຄາສິນຄ້າອື່ນໆ ທັ້ງທີ່ບາງລາຍການລາຄາໃນຕະຫຼາດໂລກຫຼຸດລົງເຊັ່ນ: ລາຄາທອງຄຳໃນວັນໃນວັນທີ່ 8 ມີນາ ລາຄາຕະຫຼາດໂລກຢູ່ທີ່ 2,000 ໂດລາ/ອອນ ໃນມື້ດຽວກັນນັ້ນລາຄາຄຳໃນປະເທດລາວຢູ່ທີ່ 11.8 ລ້ານກີບ/1ບາດ. ແຕ່ລາຄາຄຳວັນທີ່ 23 ມີນາ ໃນຕະຫຼາດໂລກຫຼຸດລົງຢູ່ທີ່ 1,925 ໂດລາ/ອອນ ລາຄາຄຳບ້ານເຮົາກໍ່ຄວນຫຼຸດລົງຕາມ ແຕ່ສະຖານະການບໍ່ເປັນແບບນັ້ນ ລາຄາຄຳພັດຂື້ນຮອດ 13 ລ້ານກີບ/1ບາດ ເຊິ່ງສາເຫດກໍ່ມາຈາກອັດຕາແລກປ່ຽນມີການເຫນັງຕີງຫຼາຍ ໜາຍຄວາມວ່າຕ້ອງໃຊ້ເງິນກີບປະລິມານທີ່ຫຼາຍຂື້ນໃນການຊື້ສິນຄ້າຈາກຕ່າງປະເທດ ຫຼື ເວົ້າໄດ້ວ່າ “ເງິນກີບເຮົາອ່ອນຄ່າລົງ”

1.​ ຫົວໜ່ວຍທຸລະກິດໃນບ້ານເຮົາຍັງບໍ່ທັນເຂັ້ມແຂງ ການຜະລິດຢູ່ບ້ານເຮົາຍັງບໍ່ເຂັ້ມແຂງໂດຍສະເພາະພາກທຸລະກິດ ຈຶ່ງຈຳເປັນຕ້ອງໄດ້ນຳເຂົ້າສິນຄ້າຈາກຕ່າງປະເທດ, ສົ່ງຜົນໃຫ້ຄວາມຕ້ອງການເງິນຕາຕ່າງປະເທດເປັນຈຳນວນຫຼວງຫຼາຍໃນການຊໍາລະສະສາງ ເມື່ອເງີນຕາມີຄວາມຕ້ອງສູງກໍ່ຈະແຂງຄ່າຂື້ນ ສົ່ງຜົນໃຫ້ເງິນກີບອ່ອນຄ່າລົງ ບວກກັບປະເທດເຮົາມີການນຳເຂົ້າຫຼາຍ ບໍ່ສາມາດທ້ອນເງິນຕາເປັນຄັງສຳຮອງໄດ້ເທົ່າທີ່ຄວນ ເຮັດໃຫ້ອຳນາດການຕໍ່ລອງຂອງເງິນກີບຕໍ່ເງິນຕາຕ່າງປະເທດຕໍ່າ ເຖິງແມ້ວ່າໃນຊ່ວງ 2 ປີທີ່ຜ່ານມາປະເທດລາວສາມາດສ້າງເກີນດຸນການຄ້າກໍ່ຈິງ ແຕ່ປະລິມານເງິນຕາບໍ່ເຂົ້າລະບົບທະນາຄານ.

2.ອັດຕາເງິນເຟີ້ ເຊິ່ງພາວະເງິນເຟີ້ໃນປະຈຸບັນບໍ່ແມ່ນໃນສະເພາະປະເທດລາວ ແຕ່ເກີດຂື້ນທົ່ວໂລກ ບໍ່ວ່າຈະເປັນສະຫະລັດອາເມລິກາທີ່ອັດຕາເງິນເຟີ້ເພີ່ມສູງຂື້ນໃນຮອບ 40 ປີ ປະເທດໄທໃນເດຶອນທີ່ຜ່ານມາອັດຕາເງິນເຟີ້ສູງສຸດໃນຮອບ 13 ປີ ການເພີ່ມຂື້ນເງິນເຟີ້ເຮັດໃຫ້ຕົ້ນທຶນຜູ້ຜະລິດເພີ່ມຂື້ນນຳເຮັດໃຫ້ຫຼາຍບໍລິດສັດປັບລາຄາສິນຄ້າຂື້ນເຊັ່ນ: Tesla, TOYOTA, ຫມີ່ມ່າມ່າ, ລາຄາປຸຍ, ລາຄາອາຫານ ແລະ ລາຄາສິນຄ້າອື່ນໆ ແນ່ນອນມີຜົນະທົບຕໍ່ປະເທດຜູ້ນຳເຂົ້າທີ່ຕ້ອງໃຊ້ເງິນຕາໃນປະລິມານຫຼາຍຂື້ນໃນການນຳສິນຄ້າມາຈຳໜ່າຍໃນບ້ານເຮົາ

3.ການ lockdown ການ lockdown ໃນປະເທດລາວກິນເວລາດົນພໍ່ສົມຄວນເຮັດໃຫ້ພາກຫົວໜ່ວຍທຸລະກິດໄດ້ຮັບຜົນກະທົບບໍ່ສາມາດສ້າງ Productivity ອອກສູ່ລະບົບເສດຖະກິດໄດ້ເຕັມທີ່ ປະກອບກັບປະເທດຈີນຍັງສືບຕໍ່ lockdown ຕໍ່ໄປ ເຊິ່ງຢ່າລືມວ່າຊ່ວງຫຼາຍປີທີ່ຜ່ານມາປະເທດຈີນເປັນປະເທດມາລົງທຶນໃນ ສປປ ລາວຫຼາຍສຸດ ນັ້ນໜາຍຄວາມວ່າເປັນປະເທດທີ່ນຳເງິນຕາມາໜູນວຽນບ້ານເຮົາຫຼາຍສຸດ (ໜາຍເຫດ: ຕັ້ງແຕ່ປະເທດລາວ Lockdown ເປັນຕົ້ນມາ ເງິນກີບລາວອ່ອນຄ່າເກືອບ 30% ຖ້າແອັດບໍ່ຕິດພາລະຫຍັງ ດຽວແອັດຈະມາວິເຄາະວ່າປະເທດລາວຄວນ Lockdown ອີກບໍ່)

4.ພາລະໜີ້ສິນພາກລັດ ເຊິ່ງໃນປີທີ່ຜ່ານມາມີໜີ້ສິນປະເທດລາວມີໜີ້ສິນສາທາລະນະ 72% ຂອງ GDP ໃນນັ້ນໜີ້ສິນຕ່າງປະເທດມີເຖິງ 10,610 ລ້ານໂດລາ ຄິດເປັນ 57% ຂອງ GDP ແນ່ນອນການກູ້ເງິນຕາຕ່າງປະເທດມາ ກໍ່ຕ້ອງມີພັນທະໃນການຊຳລະຄືນຕົ້ນທຶນ ແລະ ອັດຕາດອກເບ້ຍຄືນໃນອານາຄົດ ເຮັດໃຫ້ຖານະເງິນຕາພາຍໃນປະເທດມີໜ່ອຍລົງຕື່ມ

5.ມີຫຼາຍສະກຸນເງິນໃຊ້ຈ່າຍໃນສັງຄົມລາວ ປະເທດລາວມີສະກຸນເງິນ ”ກີບ” ເປັນຂອງໂຕເອງກໍ່ຈີງ ແຕ່ກໍ່ປະຕິເສດບໍ່ໄດ້ວ່າໃນລະບົບເສດຖະກິດບ້ານເຮົາມີຫຼາຍສະກຸນເງິນໃນການໃຊ້ຈ່າຍໃນສັງຄົມລາວໂດຍສະເພາະ ໂດລາ, ບາດ ແລະ ນ້ອງໃຫມ່ມາແຮງກໍ່ຄືເງິນຢວນ ສົ່ງຜົນໃຫ້ຄວາມຕ້ອງການຖືເງິນກີບໜ່ອຍລົງ ເຮັດໃຫ້ຄົນຕ້ອງການຖືເງິນຕາຫຼາຍຂື້ນ ແລະ ທີ່ສຳຄັນການໃຊ້ຈ່າຍຫຼາຍສະກຸນເງິນໃນສັງຄົມເຮັດໃຫ້ທະນາຄານກາງບໍ່ສາມາດຄວບຄຸມປະລິມານເງິນໃນເສດຖະກິດໄດ້ຢ່າງມີປະສິດທິພາບ ເພາະບໍ່ຮູ້ເງິນຢູ່ຈຸດໃດແດ່.

6. ການຂື້ນອັດຕາດອກເບ້ຍຂອງທະນາຄານກາງສະຫະລັດ (FED) ອີກປັດໄຈໜື່ງທີ່ຄົງປະຕິເສດບໍ່ໄດ້ ກໍ່ຄືນະໂຍບາຍທະນາຄານກາງສະຫະລັດມີຜົນຕໍ່ທຸກສະກຸນເງິນທົ່ວໂລກ ເນື່ອງທຸກສະກຸນເງິນທົ່ວໂລກຕ້ອງອີງຕາມເງິນໂດລາສະຫະລັດເປັນຫຼັກ ແລະ ໃນອາທິດທີ່ຜ່ານມາ Fed ໄດ້ສົ່ງສັນຍານຂື້ນອັດຕາດອກເບ້ຍນະໂຍບາຍ +0.25% ເພື່ອສະກັດກັ້ນພາວະເງິນເຟີ້ໃນສະຫະລັດ ເຮັດໃຫ້ເງິນໂດລາແຂງຄ່າຂື້ນ ໃນຂະນະດຽວກັນກໍ່ເຮັດໃຫ້ເງິນກີບອ່ອນຄ່າລົງ ເຊິ່ງປີນີ້ນັກວິຊາການຊີ້ວ່າ FED ອາດຂື້ນດອກເບ້ຍນະໂຍບາຍ 5ຫາ10 ຄັ້ງ ດັ່ງນັ້ນຜູ້ທີ່ກຳນົດນະໂຍບາຍຕ້ອງໄດ້ຕິດຕາມປະເດັ່ນນີ້ຢ່າງໃກ້ຊິດ ຖ້າບໍ່ດັ່ງນັ້ນເຮົາອາດໄດ້ເຫັນເງິນ 1 ໂດລາ = 15,000 ກີບ ຫຼື 1 ບາດ = 500 ກີບ ພາຍໃນປີນີ້ແນ່ນອນ.

ລ່າສຸດວັນທີ 23/03/2022 ຈາກໂພສທ່ານ ປອ. ນາງ ວາລີ ເວດສະພົງ ໄດ້ໂພສວ້່າ: ສະຖານະການເງິນຜັນຜວນແບບນີ້ ບໍ່ແມ່ນພາວະປົກກະຕິ ຄາດວ່າມີຜູ້ປັ່ນເງິນ ລະວັງໂຕໄວ້ແດ່ເດີ້ຖ້າບໍ່ຢຸດການກະທຳ

ShareTweetShare
Next Post
ດ່ວນໆ ແຈ້ງການໂຈະການຮຽນ-ການສອນ ແບບເຊິງໜ້າ ປໍ1ຫາປໍ4 ທັງພາກລັດແລະເອກະຊົນ

ດ່ວນໆ ແຈ້ງການໂຈະການຮຽນ-ການສອນ ແບບເຊິງໜ້າ ປໍ1ຫາປໍ4 ທັງພາກລັດແລະເອກະຊົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເຈົ້າໜ້າທີ່ເປິດເຜີຍເຫດການເມຍຫຼວງຈູດເມຍນ້ອຍ

    0 shares
    Share 0 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0
  • ສັບພະຄຸນປົວ: ຕານເຕັ້ນ,ປາດແຜເກີດຈາກນ້ຳຮ້ອນລວກ ຫລື ຖືກສັດ ກັດຕ່ອຍ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...