ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 6, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ທ່ານ​ ສີ​ຈິ້ນ​ຜິງ​ ​ຊີ້ນຳ ສັ່ງ​ໃຫ້​ຄົ້ນຫາແລະຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ​ຈົນ​ສຸດ​ຄວາມ​ສາມ​າດ

ກຂຄ ລາວ by ກຂຄ ລາວ
ເດືອນມີນາ 21, 2022
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ທ່ານ​ສີ​ຈິ້ນ​ຜິງ​ໃຫ້​ຊີ້ນຳ​ຕໍ່​ເຫດ​ການ​ຍົນ​ຕົກ​ຂອງ​ບໍ​ລິ​ສັດ CHINA EASTERN ໂດຍສັ່ງ​ໃຫ້​ຄົ້ນຫາແລະຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ​ຈົນ​ສຸດ​ຄວາມ​ສາມ​າດ ທັງແກ້​ໄຂວຽກ​ງານ​ຕາມພາຍຫຼັງ

ເວ​ລາ 14 ໂມງ 38 ນາ​ທີ​ຂອງວັນ​ທີ 21 ມີ​ນາ​ນີ້, ຖ້ຽວ​ບິນ MU5735 ຂອງ​ບໍ​ລິ​ສັດ CHINA EASTERN ໄດ້ຂາດ​ການ​ຕິດ​ຕໍ່​ກັບ​ພາກພື້ນດິນຢູ່​ເທິງອາກາດຂອງ​ນະ​ຄອນ​ອູ​ໂຈ່ວ​ເຂດກວາງ​ຊີ​ຈີນ ແລະ ຕົກລົງເຂດພູດອຍ ໃນ​ເວ​ລາ​ປະ​ຕິ​ບັດ​ໜ້າ​ທີ່​ການ​ບິນຈາກ​ຄຸນ​ມິງ-ກວາງ​ໂຈ່ວ, ຂ່າວລາຍງານວ່າ, ຢູ່​ເທິງ​ຍົນ​ມີ​ຜູ້​ໂດຍ​ສານ 123 ຄົນ ແລະ ຈຸ​ບິນ 9 ຄົນ.

ພາຍຫຼັງ​ເກີດ​ເຫດ​​ຍົນ​ຕົກ​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ ໄດ້​ໃຫ້​ຄຳ​ຊີ້​ນໍາໃນ​ທັນ​ທີ ໂດຍສັ່ງ​ໃຫ້​​ປະ​ຕິ​ບັດ​ກົນ​ໄກ​ຮັບ​ມື​ສຸກ​ເສີນ​ໃນ​ທັນ​ທີ, ອອກ​ແຮງ​ສຸດ​ຂີດເພື່ອຄົ້ນຫາ ແລະຊ່ວຍເຫຼືອຜູ້ປະສົບເຄາະ ຮ້າຍ ແລະ ແກ້​ໄຂວຽກ​ງານ​​ຕາມພາຍຫຼັງໃຫ້​ເໝາະ​ສົມ ພ້ອມ​ທັງ​ຄົ້ນຄວ້າ​ຫາ​ສາຍ​ເຫດຂອງ​ເຫດການ​ຍົນ​ຕົກ​ເທື່ອນີ້ໂດຍ​ໄວ, ເພີ່ມ​ທະ​ວີ​ການກວດ​ກາໄພອັນຕະລາຍ ທີ່ແຝງຊ້ອນໃນ​ຂົງ​ເຂດ​ການ​ບິນ​ພົນ​ລະ​ເຮືອນ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້​ານ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຢ່າງ​ເດັດ​ຂາດ.

ອີງ​ຕາມ​ຄຳ​ຊີ້ນໍາ​ຂອງ​ທ່ານ​ສີ​ຈິ້​ນ​ຜິງ, ອົງການການ​ບິນ​ພົນ​ລະ​ເຮືອນ ແລະ ກະຊວງ​ບໍລິຫານ​ຈັດການ​ວຽກ​ງານ​ສຸກ​ເສີນ​ຂອງ​ຈີນ​ໄດ້​ສົ່ງ​ໜ່ວຍ​ງານ​ໄປ​ຊີ້​ນຳ​ແລະ​ເຮັດ​ວຽກ​ຢູ່​ກັບ​ທີ່ ພ້ອມ​ທັງ​ຈັດ​ສົ່ງ​ກຳ​ລັງ​ຊ່ວຍ​ເຫຼືອ​ຢູ່​ເຂດກວາ​ງ​ຊີ ແລະ ແຂວງກວາງ​ຕຸ້ງ​ໄປ​ເຂົ້າ​ຮ່ວມ​ການ​ຊ່ວຍ​ເຫຼືອ​ກັບ​ທີ່. ປັດ​ຈຸ​ບັນ, ການກູ້ໄພຢູ່ສະຖານທີ່ເກີດເຫດ, ການ​ແກ້​ໄຂວຽກ​ງານກ່ຽວກັບ​ເຫດ​ການ​ຍົນ​ຕົກ ແລະ ການຄົ້ນຄວ້າ​ຫາ​ສາຍ​ເຫດພວມດຳເນີນຢູ່.

ShareTweetShare
Next Post
ລັດຖະບານກຳລັງເລັ່ງດ່ວນຟື້ນຟູເສດຖະກິດ, ໄພເງິນເຟີ້ ແລະ ລາຄານ້ຳມັນເຊື້ອໄຟທີ່ເພີ່ມຂຶ້ນ

ລັດຖະບານກຳລັງເລັ່ງດ່ວນຟື້ນຟູເສດຖະກິດ, ໄພເງິນເຟີ້ ແລະ ລາຄານ້ຳມັນເຊື້ອໄຟທີ່ເພີ່ມຂຶ້ນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ແຊັດລັບແຊັດຫຼຸດ ຄູບາ Ft. ແມ່ອອກ ຄົນທີ່ເອີ້ນຕົນເອງວ່າ ຢູ່ໃນສິນກິນໃນທຳ

    0 shares
    Share 0 Tweet 0
  • ສຸດທ້າຍກະໄປບໍ່ລອດ ເຈົ້າໜ້າທີ່ຈັບແກ້ງປອມແປງເອກະສານ

    0 shares
    Share 0 Tweet 0
  • ສານຂອງທ່ານນາຍຍົກໃນມື້ເປີດໂຊກຮຽນໃໝ່

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...