ເລື່ອງລາວຍິງກວ່າລະຄອນ (ຄຸນນະທຳໃນເຟສບຸກ)
ຄຳເລົ່າຈາກເຈົ້າຂອງຮ້ານຊາບູແຫ່ງໜື່ງຂອງໄທທີ່ໃຈດີຈົນທຸກຄົນປະທັບໃຈ ,

ເລື່ອງມີຢູ່ວ່າ:
ບໍ່ຄິດວ່າຈະເກີດໃນຊີວິດຈິງເຮົາ
ສອງພໍ່ລູກຈະມາກິນຊາບູທີ່ຮ້ານ ແຕ່ພໍ່ເງິນບໍ່ພໍແລະລູກສ່ວນສູງເກີນລາຄາເດັກ
ພໍ່ເລີຍບອກໃຫ້ລູກນັ່ງກິນ, ແລ້ວພໍ່ຈະໄປນັ່ງຖ້າຫນ້າຮ້ານ ແຕ່ລູກກໍ່ຢາກກິນແຮງ, ເລີຍນັ່ງຕົກລົງກັນດົນປະມານຫນື່ງ
ລູກຍອມຕັດໃຈບໍ່ກິນເພາະຢາກມີພໍ່ກິນນຳ, ແລະທັງສອງເລີຍຈະອອກຮ້ານ

ພໍ່ກຳລັງຈະພາລູກອອກຈາກຮ້ານ ພໍ່ບອກກັບລູກວ່າ ດຽວໄປສະຫລອງວັນເກີດທາງນອກກໍ່ໄດ້ເນາະ
ພໍດີນ້ອງພະນັກງານຮີບແລ່ນມາບອກຂ້ອຍທີ່ເປັນເຈົ້າຂອງຮ້ານ ດ້ວຍຄວາມອິດູສົງສານ

ຂ້ອຍໄດ້ຍິນແນວນັ້ນເລີຍບອກພະນັກງານໃຫ້ສອງພໍ່ລູກມານັ່ງກິນ
ລະຫວ່າງທີ່ນັ່ງກິນເຮົາກໍ່ແອບເບິ່ງຢູ່ເລື້ອຍໆ ພໍ່ກໍ່ປ້ອນລູກຕະຫລອດ, ເປົ່າໃຫ້ລູກ ດູແລຢ່າງດີ ,

ພໍ່ຫນ້າຮັກຫຼາຍ
ແລະເຫັນມື້ນີ້ວັນເກີດນ້ອງ ເລີຍໃຫ້ເດັກໃນຮ້ານໄປຊື້ເຄັກທີ່ເຊເວັນມາໃຫ້ນ້ອງ
ແລະບໍ່ໄດ້ຄິດເງິນຄ່າອາຫານ
ພໍ່ນ້ອງລາວໃຫ້ແລະເວົ້າກັບພະນັກງານວ່າ ຖ້າແມ່ນ້ອງເບວລ່າຢູ່ຄົງດີກວ່ານີ້
ແລ້ວກໍ່ຂອບໃຈເຮົາ,

ທາງເຮົາເລີຍບອກນ້ອງໄປວ່າ ວັນເກີດຂອງພໍ່ຊວນພໍ່ມາອີກເດິ້ ✌️
ພະນັກງານໃນຮ້ານພາກັນໃຫ້ກັນທົ່ວຫນ້າເລີຍ
ເຫັນສອງພໍ່ລູກອອກຈາກຮ້ານໄປຢ່າງມີຄວາມສຸກ ເຮົາເອງກໍ່ໂຄດມີຄວາມສຸກເຊັ່ນກັນ❤️



Cr: Panumas B siroitong
Discussion about this post