ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 30, ເດືອນມັງກອນ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເປີດໃຈ ແມ່ລ້ຽງລູກແບບໃດໃຫ້ເວົ້າໄດ້ 5 ພາສາ ຈົບ ປ.6 ກໍ່ສາມາດສອບເສັງຕິດມະຫາໄລ

ກຂຄ ລາວ by ກຂຄ ລາວ
ເດືອນກຸມພາ 7, 2022
in ທົ່ວໄປ
0
Home ທົ່ວໄປ

ນ້ອງອິງ ພັດສະລາ ຈັນໂຊກສະຖຽນ ໃນໄວ 15 ປີ ຮຽນຢູ່ໃນລະດັບຊັ້ນປີທີ່ 2 ສາຂາວິສະວະກໍຳຄອມພິວເຕີ ສະຖາບັນເທັກໂນໂລຢີນານາຊາດສິລິນທອນ (SIIT) ມະຫາວິທະຍາໄລທຳມະສາດ ສອບເຂົ້າວິສະວະໄດ້ຕັ້ງແຕ່ອາຍຸ 13 ປີ ລົງແຂ່ງຂັນຄອມພິວເຕີມາຫຼາຍລາຍການ.

ແລະຍັງສາມາດເວົ້າໄດ້ເຖິງ 5 ພາສາ ທັ້ງໄທ ອັງກິດ ຈີນ ເຢຍລະມັນ ແລະ ຝຣັ່ງເສດ ລວມທັງສອບ TOEFL ໄດ້ຄະແນນ 111 ເຕັມ 120 ແລະ ລາວວາງແຜນການການສຶກສາໄວ້ວ່າ ລາວຈະຕ້ອງສຳເລັດການສຶກສາໃນລະດັບປະລິນຍາເອກ ພາຍໃນອາຍຸ 20 ຕົ້ນໆ.

ຕົວແທນເດັກໄທ ຄ້ວາລາງວັນຄອມນານາຊາດ ຜູ້ທີ່ໄດ້ລາງວັນໃຫຍ່ສຸດຂອງການແຂ່ງຂັນອີກດ້ວຍ ຄື ລາງວັນ Grand Winner ເປັນລາງວັນທີ່ໃຫ້ແກ່ຜູ້ແຂ່ງຂັນທີ່ໄດ້ຄະແນນການແຂ່ງຂັນທາງດ້ານ design and engineering ສູງທີ່ສຸດຂອງທຸກລຸ້ນອາຍຸລວມກັນ.

ຕອນນ້ອງອິງຢູ່ ປ.2 ແມ່ຖືກຄູເອີ້ນພົບ ໂດຍຄູໄດ້ແຈ້ງກັບແມ່ວ່າ ນ້ອງອິງມັກຊວນໝູ່ເພື່ອນໃນຫ້ອງລົມກັນ ແມ່ກໍ່ຕຳນິນ້ອງວ່າ ເປັນຫຍັງລູກໄປຊວນໝູ່ເພື່ອນລົມກັນ ເປັນຫຍັງບໍ່ຕັ້ງໃຈຮຽນ ນ້ອງກໍ່ຕອບກັບມາວ່າ ລູກຮູ້ເລື່ອງໝົດແລ້ວແມ່.

ຄວາມສາມາດທີ່ບໍ່ທຳມະດາຂອງນ້ອງອິງ ໄດ້ກ້າວກະໂດດຈາກເກດ 6 ໂຮງຮຽນນານາຊາດຮ່ວມລຶດີ ເພື່ອສອບທຽບເຂົ້າຄະນະວິສະວະກຳສາດຈາກສະຖາບັນເທັກໂນໂລຍີພະຈອມເກົ້າເຈົ້າທະຫານລາດກະບັງ ໄດ້ຕອນອາຍຸ 13 ປີ ກ່ອນຈະຍ້າຍມາສຶກສາທີ່ຄະນະວິສະວະກຳສາດ ສະຖາບັນເທັກໂນໂລຍີນານາຊາດສິລິນທອນ ມະຫາວິທະຍາໄລທຳມະສາດ ຊັ້ນປີທີ່ 2

ເມື່ອນ້ອງອາຍຸ 12 ຢູ່ໃນຊ່ວງໄວທີ່ຈະເຂົ້າ ມ.1 ນ້ອງສາມາດສອບຜ່ານໃນລະດັບຊັ້ນ ມ.6 ໄດ້ ປົກກະຕິເດັກນ້ອຍຈະໃຊ້ເວລາເຖິງ 2 ປີ ໃນການຮຽນຄື ມ.5 – ມ.6 ແຕ່ນ້ອງເຮັດໄດ້ໃນ 1 ເທີມ ແມ່ກໍ່ລອງໄປສະໝັກມະຫາວິທະຍາໄລໃຫ້ລາວເບິ່ງ ໄປຍື່ນທີ່ລາດກະບັງ ຄະນະວິສະວະກຳສາດ ສາຂານະວັດຕະກຳຄອມພິວເຕີ ສາຖາບັນເທັກໂນໂລຍີພະຈອມເກົ້າເຈົ້າທະຫານລາດກະບັງ ກໍ່ໄປຍື່ນຮັບຕົງ ນ້ອງກໍ່ຜ່ານໝົດທຸກຢ່າງ ແລ້ວກໍ່ໄດ້ທຶນ 100 ເປີເຊັນ.

ນ້ອງອິງ ໄດ້ບອກວ່າ ຮຽນຕໍ່ມະຫາວິທະຍາໄລໃນສະຖາບັນເທັກໂນໂລຍີພະຈອມເກົ້າເຈົ້າທະຫານລາດກະບັງ ຄະນະວິສະວະກຳສາດ ເຊິ່ງໃນວັນທີ່ສຳພາດ ກຳມະການ 8 ທ່ານບໍ່ຮູ້ມາກ່ອນວ່າອາຍຸເທົ່າໃດ ແຕ່ພໍກວດລາຍລະອຽດໃນເອກະສານກໍ່ພົບວ່າ ອາຍຸພຽງແຕ່ 13 ປີເຊິ່ງພວກທ່ານກໍ່ຕົກໃຈຫຼາຍ ແລະ ເຂົ້າມາຖາມເຖິງທີ່ມາທີ່ໄປ.

ຫຼັງຈາກນັ້ນບໍ່ດົນ ຂ້ອຍໄດ້ຍ້າຍໄປຢູ່ພະແນກວິສະວະກໍາຄອມພິວເຕີ ສະຖາບັນເທັກໂນໂລຍີນານາຊາດສິຣິນທອນ (SIIT) ປັດຈຸບັນກຳລັງຮຽນຢູ່ປີທີ່ 2 ນອກນີ້ ແມ່ນ້ອຍຍັງໄດ້ເປີດເຜີຍວ່າ ການລ້ຽງລູກຕ້ອງໄດ້ວາງແຜນຢ່າງຮອບຄອບ ຖ້າໃຜຢາກມີລູກແບບນີ້ ມັນບໍ່ຈໍາເປັນຕ້ອງມີ D N A ນີ້ຢູ່ໃນເລືອດ.

ຖ້າເຈົ້າມາບອກວ່າແມ່ຂອງເຈົ້າແມ່ນ ດຣ ລູກກໍ່ສາມາດຮຽນໄດ້ ມັນບໍ່ແມ່ນ ແຕ່ມັນຂຶ້ນກັບພວກເຮົາລ້ຽງເຂົາເຈົ້າແນວໃດ ຖ້າຢາກລ້ຽງເຂົາເຈົ້າໄດ້ແບບນີ້ 1-6 ປີທໍາອິດອຈະເປັນໄລຍະທີ່ສໍາຄັນຂອງການດູແລ ມັນເປັນສິ່ງທີ່ສໍາຄັນຫຼາຍ ຖ້າເຮົາຢາກໄດ້ລູກເຮົາແບບໃດ 6 ປີທຳອິດ ເຮົາກໍ່ລ້ຽງແບບນັ້ນ ຫຼັງຈາກນັ້ນເຮົາບໍ່ຕ້ອງເຮັດຫຍັງເລີຍ ເຂົາຫາກດູແລຕົວເອງ.

ໃນເວລາເກີດ ແມ່ຂອງຂ້ອຍຈະຝຶກພັດທະນາການກ່ອນ ບໍ່ວ່າຈະເປັນກ້າມເນື້ອ ກ້າມໃຫຍ່ ຂອງຫຼິ້ນທີ່ມີຄົນບອກວ່າເໝາະສຳຫຼັບເດັກນ້ອຍ 0-3 ເດືອນ ຫຼື 3-6 ເດືອນ ແມ່ຈະບໍ່ຄ່ອຍເຊື່ອເທົ່າໃດ ແຕ່ຈະມີການເສີມທັກສະການຮຽນຮູ້ທີ່ຂ້າມຂັ້ນຫຼາຍກ່ວາ ເຮັດໃຫ້ຊ່ວງອະນຸບານ ນ້ອງອິງສາມາດເຂົ້າໃຈການຮຽນຮູ້ໃນຫ້ອງຮຽນໄດ້ໝົດແລ້ວ.

ໃນລະຫວ່າງຮຽນອະນຸບານແມ່ກໍ່ເສີມຂອງປະຖົມທຸກສິ່ງທຸກຢ່າງນ້ອງໄດ້ໝົດແລ້ວ ພໍຮຽນຢູ່ຊັ້ນປະຖົມແມ່ກໍ່ເອົາຂອງມັດທະຍົມຕອນຕົ້ນມາຝຶກ ສ່ວນເລື່ອງພາສາຕ່າງປະເທດເຮົາຕ້ອງເບິ່ງລູກວ່າເຂົາມັກຫຼືບໍ່ ເຮົາບໍ່ບັງຄັບ.

ShareTweetShare
Next Post
ເລື່ອງດີດີຕ້ອງແຊຣ໌ ຊາຍໃຈດີ ຊ່ວຍລິງໄວ້ປອດໄພ

ເລື່ອງດີດີຕ້ອງແຊຣ໌ ຊາຍໃຈດີ ຊ່ວຍລິງໄວ້ປອດໄພ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ຊົມເຊີຍ!!! ກະຊວງ ປກສ ລົງວິໄນ ເຈົ້າໜ້າທີ່ 11 ຄົນ ທີ່ເຮັດຜິດລະບຽບ

    0 shares
    Share 0 Tweet 0
  • ຂ່າວດ່ວນ! ແຕ່ງຕັ້ງ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ເປັນຮອງນາຍົກລັດຖະມົນຕີ.

    0 shares
    Share 0 Tweet 0
  • ເຕືອນສັງຄົມ!!! ຢ່າຫຼົງເຊື້ອໂອນເງິນໃຫ້ມີດສາຊີບເພື່ອຫວັງຖືກເລກ 6 ໂຕ

    0 shares
    Share 0 Tweet 0
  • ກອງປະຊູມຄັ້ງປະຖົມມະລຶກສະມາຊິກສະພາແຫ່ງຊາດຊຸດທີ IX (ຈຳນວນ 164 ທ່ານ) ຈະພິຈາລະນາຮັບຮອງເອົາກົງຈັກ ແລະ ບຸກຄະລາກອນ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...