ຍິນດີນຳເດີ້..!! ສະຫຼະໂສດແລ້ວ ສຸພາວະດີ ພົງສະຫວັນ ເຈົ້າສາວປ້າຍແດງ

ສະລະໂສດເປັນທີ່ຮຽບຮ້ອຍ ສຳລັບ “ສຸພາວະດີ ພົງສະຫວັນ” ພ້ອມສ້າງຄອບຄົວໃໝ່ກັບເຈົ້າບ່າວປ້າຍແດງ ທີ່ມີຊື່ວ່າ “ພອນໄຊ” ຫຼັງຈາກສຶກສາເບິ່ງໃຈກັນພໍສົມຄວນ ໃນທີ່ສຸດທັງ 2 ກໍຕັດສິນໃຈຕົກລົງ ປົງໃຈໃຊ້ຊີວິດຄູ່ຮ່ວມກັນ ເຮັດໃຫ້ມີມື້ງາມຍາມດີເກີດຂຶ້ນ ກໍຄືພິທີສູ່ຂໍ ໃນວັນທີ 22 ມັງກອນ 2022 ທີີ່ຫາກໍຜ່ານມາ.
ງານສູ່ຂໍໄດ້ຈັດຂຶ້ນຕາມຮີດຄອງປະເພນີແບບລຽບງ່າຍແຕ່ອົບອຸ່ນ ທ່າມກາງຄວາມຍິນດີຂອງຄອບຄົວ ພີ່ນ້ອງ ແລະ ເພື່ອນມິດສະຫາຍ ແລະ ມ່ວນກໍຂໍສະແດງຄວາມຍິນດີນໍາເດີ້.

ຂອບໃຈຮູບພາບ: Johnnie Dragster, Phongsavanh Souphavady & Noung Ning

ປັດຈຸບັນ ສຸພາວະດີ ຫຼື ບີ້ ເຮັດທຸລະກິດສ່ວນຕົວຢູ່ທີ່ສະຫວັນນະເຂດ.

Discussion about this post