ວັນທີ 19/9/2020 ທີ່ນະຄອນຫຼວງວຽງຈັນ ຈາກເຟສບຸກທີ່ມີຊື່ວ່າ Noudy Deenoy ໄດ້ໂພສວ່າ “ເຫັນລະນ້ຳຕາຄ່ອຍໆໄຫຼອອກມາ ໃຜທີ່ຢູ່ຈຸດດຽວກັບຂ້ອຍຄືສິເຂົ້າໃຈຄວາມຮູ້ສຶກນີ້. 2 ຄົນນີ້ ມາເຈິກັນຍາມໃດ ຂ້ອຍຕ້ອງນ້ຳຕາໄຫຼຕະຫຼອດ.

ດ້ວຍຄວາມດີໃຈດ້ວຍຄວາມສຸກ ດ້ວຍຄວາມອົບອຸ່ນ. ເຖິງສິບໍ່ແມ່ນພໍ່ແທ້ໆ. ແຕ່ເຂົາກະຮັກກະແພງກັນ ຄືລູກຄືພໍ່ແທ້ໆ. ມັນໂຄດມີຄວາມສຸກ

ຂ້ອຍຢາກໃຫ້ຜູ້ຊາຍທີ່ຄິດສິລົມຜູ້ຍິ່ງມີລູກຕິດໄດ້ເອົາເປັນແບບຢ່າງຄິດສິຮັກແມ່ຕ້ອງຮັກລູກໃສ່ໃຈລູກເຂົານຳບໍ່ວ່າລູກໃຫຍ່ຫຼືນ້ອຍໃຫ້ຄິດວ່າແມ່ລູກໂຕເອງເພາະເຈົ້າໄດ້ເລືອກເຂົາມາເປັນເມຍແລ້ວ”

Cr : Noudy Deenoy

.


.

.

Discussion about this post