ອີກເລື່ອງໜຶ່ງກ່ຽວກັບຊີວິດຂອງສາວນ້ອຍ ອາຍຸພຽງ 11 ປີ ແຕ່ຫົວໃຈໃຫຍ່ເກີນອາຍຸ ເມື່ອຜູ້ໃຊ້ເຟສບຸ໊ກໜຶ່ງ ໂພສເຖິງສາວຄົນໜຶ່ງທີ່ມີຄວາມກະຕັນຍູຊື່ ເມທິນີ ແສງວົງສາ
ຕ້ອງອອກໂຮງຮຽນ. ມາຂາຍພວງມາໄລແຕ່ເຊົ້າຈົນຮອດກາງຄືນ.

ເພື່ອຫາເງິນໄປປິ່ນປົວພໍ່ ຜູ້ທີ່ນອນຢູ່ກັບບ່ອນຍ້ອນເສັ້ນເລືອດໃນສະໝອງແຕກໃນຕົ້ນປີ 2020

ຜູ້ໃຊ້ເຟສບຸກຄົນດັ່ງກ່າວ ໄດ້ໂພສລົງໃນວັນທີ 11 ມີນາ 2021 ທີ່ຜ່ານມາ, ມີຊາວເນັດໄດ້ພາກັນແຊຣ໌ ແລະ ໂອນເງິນ. ການຊ່ວຍເຫຼືອກັບຄອບຄົວຂອງເດັກຄົນນີ້

ແອດມິນ ຂໍສະເໜີເລື່ອງນີ້ອີກຄັ້ງ ຂໍເປັນກຳລັງໃຈໃຫ້ກັບສາວນ້ອຍທີ່ໜ້າຮັກຄົນນີ້. ລາວເປັນແບບຢ່າງຂອງການສູ້ຂອງຊີວິດ, ຄວາມອົດທົນ, ຄວາມກະຕັນຍູແລະຄວາມຊົມເຊີຍ.
ແລະ ຂໍຂອບໃຈຜູ້ໃຈບຸນ
Discussion about this post