ວັນທີ 19 ທັນວາ 2021 ເວລາ 23:15 ໂມງ ເຈົ້າໜ້າທີ່ ກອງພັນປ້ອງກັນເຄື່ອນທີ່ ປກສ ນະຄອນຫລວງວຽງຈັນ, ປກສ ກຸ່ມສວນມອນ ແລະ ການຈັດຕັ້ງບ້ານດົງສະຫວາດ ໄດ້ລົງກວດກາ ຮ້ານອາຫານຕັ້ງຫລັກ;

ເຊິ່ງຕັ້ງຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ຜ່ານການກວດກາພົບເຫັນ ການເປີດໃຫ້ບໍລິການເກີນໂມງເວລາ ພ້ອມທັງໃຫ້ ບໍລິການເຄື່ອງດື່ມທີ່ມີທາດເຫລົ້າ, ເບຍ; ເຊິ່ງເປັນການລະເມີດຕໍ່ຄໍາສັ່ງ, ແຈ້ງການ ທີ່ທາງຄະນະສະເພາະກິດ ນະຄອນຫລວງ ວຽງຈັນ ວາງອອກ ວ່າດ້ວຍການຄວບຄຸມ ແລະ ສະກັດກັ້ນການລະບາດຂອງເຊື້ອພະຍາດ ໂຄວິດ -19.

ພັທ ວິລະບຸດ ໄຊຍະວົງ ຫົວໜ້າຫ້ອງການ ກອງບັນຊາການ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ຮ້ານດັ່ງກ່າວອອກ ຊື່ທ້າວ ສົມເດດ ພຸດທະວົງ ອາຍຸ 30 ປີ ອາຊີບທຸລະກິດ ປະຈຸບັນຢູ່ບ້ານຈັນສະຫວ່າງ ໜ່ວຍ 8 ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ;

ເຊິ່ງຜ່ານການກວດກາຕົວຈິງພົບເຫັນລູກຄ້າຢູ່ພາຍໃນຮ້ານອາຫານຕັ້ງຫລັກປະມານ 150 ຄົນ ໄດ້ມີການດື່ມເຫລົ້າເບຍຢູ່ພາຍໃນຮ້ານ ດັ່ງນັ້ນ ເຈົ້າໜ້າທີ່ຈິ່ງໄດ້ເຮັດບົດບັນທຶກໄວ້ເປັນຫລັກຖານ ແລະ ໄດ້ສັ່ງໃຫ້ປິດບໍລິການຊົ່ວຄາວ.
ຂ່າວ ປກສ ນວ
Discussion about this post