ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 29, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ທາງລົດໄຟ ລາວ-ຈີນ ສຳເລັດຕາມເປົ້າໝາຍ ກຽມພ້ອມເປີດນຳໃຊ້ເປັນທາງການ 3 ທັນວາ ນີ້

jon by jon
ເດືອນພະຈິກ 25, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມາຮອດປັດຈຸບັນ ແມ່ນສຳເລັດ 100% ແລ້ວ ພາຍຫລັງໃຊ້ເວລາ 5 ປີ ໃນການກໍ່ສ້າງ, ໂດຍໄດ້ວາງສີລາລຶກ ໃນວັນທີ 2 ທັນວາ 2015 ແລະ ໄດ້ເລີ່ມລົງມືກໍ່ສ້າງຕົວຈິງ ໃນວັນທີ 25 ທັນວາ 2016 ເປັນຕົ້ນມາ, ມາຮອດກາງ ປີ 2021 ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ສຳເລັດ 100% ແລະ ຈະເປີດນໍາໃຊ້ຢ່າງເປັນທາງການ ໃນວັນທີ 3 ທັນວາ 2021 ທີ່ຈະມາເຖິງນີ້.

ໂຄງການລົດໄຟ ລາວ-ຈີນ ແມ່ນໄດ້ອອກແບບເປັນລົດໄຟມາດຕະຖານຊັ້ນ I ແລະ ປະເພດເສັ້ນທາງດຽວ, ການກຳນົດຄວາມເນີນອອກແບບສູງສຸດຂອງໂຄງການແມ່ນ 1,2% ຢູ່ທົ່ງພຽງ ແລະ 2,4% ຢູ່ເຂດພູສູງ, ແຕ່ຊ່ວງບໍ່ເຕັ້ນ-ວັງວຽງ ເປັນເຂດພູຜາຊັນ ແລະ ຊ່ວງ ວັງວຽງ-ນະຄອນຫລວງວຽງຈັນ ເປັນເຂດທົ່ງພຽງ. ສ່ວນການກຳນົດຄວາມໄວ ສຳລັບການຂົນສົ່ງໂດຍສານ ໃນເຂດພູດອຍ ແມ່ນໄດ້ກຳນົດຄວາມໄວ 160 ກມ/ຊມ, ສຳລັບເຂດທົ່ງພຽງ ແຕ່ວັງວຽງ-ນະຄອນຫລວງວຽງຈັນ ແມ່ນໄດ້ກຳນົດຄວາມໄວສຳຮອງ 200 ກມ/ຊມ ໃນອະນາຄົດ; ການຂົນສົ່ງສິນຄ້າ ແມ່ນໄດ້ກຳນົດຄວາມໄວ 120 ກມ/ຊມ; ລະບົບການຂັບເຄື່ອນຂະບວນລົດໄຟ ແມ່ນນຳໃຊ້ພະລັງໄຟຟ້າ ແລະ ມີຄວາມສາມາດຮອງຮັບນ້ຳໜັກການຂົນສົ່ງເຖິງ 3.000 ໂຕນ ໃນໄລຍະເລີ່ມຕົ້ນ ແລະ ສາມາດເພີ່ມຂຶ້ນເປັນ 4.000 ໂຕນໃນໄລຍະຍາວ.

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີຄວາມຍາວທັງໝົດ 426,5 ກມ; ໃນນັ້ນ, ນັບແຕ່ບໍ່ເຕັນ-ນະຄອນຫລວງວຽງຈັນ ມີຄວາມຍາວ 417 ກມ (ສະຖານີໂດຍສານ ຢູ່ບ້ານໂຄກສະອາດ ເມືອງໄຊທານີ), ຈາກສະຖານນີໂດຍສານວຽງຈັນເໜືອ ຫາ ສະຖານີລົດໄຟວຽງຈັນໃຕ້ ທ່ານາແລ້ງ 9 ກມ.

ການກໍ່ສ້າງເສັ້ນທາງລົດໄຟ, ໄດ້ກໍ່ສ້າງຂົວ ທັງໝົດ 170 ແຫ່ງ, ມີຄວາມຍາວທັງໝົດ 69,20 ກມ, ລວມທັງຂົວຂ້າມແມ່ນໍ້າຂອງ ຢູ່ແຂວງຫລວງພະບາງ 2 ແຫ່ງ, ກໍ່ສ້າງອຸມົງ 75 ແຫ່ງ ມີຄວາມຍາວທັງໝົດ 197,6 ກມ, ໃນນີ້ ອຸມົງທີ່ມີຍາວຫລາຍກວ່າ 7 ກມ, ມີ 7 ແຫ່ງ ແລະ ອຸມົງທີ່ມີຄວາມຍາວກວ່າໝູ່ ແມ່ນ 9,50 ກມ.

ສຳລັບການຄຸ້ມຄອງການບໍລິການຂົນສົ່ງທາງລົດໄຟ ນັບແຕ່ດ່ານບໍ່ເຕັນ ຮອດສະຖານີນະ ຄອນຫລວງວຽງຈັນ ມີສະຖານີລົດໄຟ ທັງໝົດ 33 ສະຖານີ, ໃນໄລຍະທຳອິດ ຈະເປີດນຳໃຊ້ 21 ສະຖານີ, ອີກ 12 ສະຖານີ ຈະເປີດນໍາໃຊ້ໄລຍະຕໍ່ໄປ. ໃນຈຳນວນ 33 ສະຖານີນີ້, ມີສະຖານີຂົນສົ່ງໂດຍສານ ແລະ ສິນຄ້າ ລວມຢູ່ນໍາກັນ 11 ສະຖານີ ຄື: ສະຖານີບໍ່ເຕັນ, ນາເຕີຍ, ນາໝໍ້, ເມືອງໄຊ, ເມືອງງາ, ຫລວງພະບາງ, ກາສີ, ວັງວຽງ, ໂພນໂຮງ, ນະຄອນຫລວງວຽງຈັນ ແລະ ສະຖານີຂົ່ນສົ່ງສິນຄ້າສະເພາະ ມີ 1 ແຫ່ງ ຢູ່ນະຄອນຫລວງວຽງຈັນໃຕ້; ມີ ຈຸດສະຫລັບລາງ ແລະ ຈຸດຫລີກ ທັງໝົດ 284 ແຫ່ງ. ການຈັດແຜນແລ່ນລົດ ແລະ ການຄຸ້ມຄອງການແລ່ນລົດໄຟ ສຳລັບການບໍລິການຂົນສົ່ງໂດຍສານ ແມ່ນໃຊ້ເວລາກາງເວັນ, ການບໍລິການສິນຄ້າແມ່ນເວລາກາງຄືນ. ສ່ວນຈຳນວນ ຂະບວນລົດໄຟ ໃນເບື້ອງຕົ້ນ ມີ 18 ຂະບວນ, ໃນນັ້ນ ຂະບວນຂົນສົ່ງໂດຍສານ ມີ 4 ຂະບວນ ແລະ ຂົນສົ່ງສິນຄ້າມີ 14 ຂະບວນ.

ການເປີດນຳໃຊ້ສະຖານີລົດໄຟ ໃນໄລຍະຕົ້ນ ຈະເປີດນຳໃຊ້ 21 ສະຖານີ ເຊິ່ງສາມາດແລ່ນໄດ້ 23 ຖ້ຽວຕໍ່ວັນ, ຖ້າຫາກວ່າໄດ້ເປີດນຳໃຊ້ທັງ 33 ສະຖານີ ສາມາດເພີ່ມຖ້ຽວໄດ້ ເຖິງ 39 ຖ້ຽວຕໍ່ວັນ.

ຂ່າວ-ພາບ: fb ປະເທດລາວ

ShareTweetShare
Next Post
ເຈົ້າໜ້າທີ່!..  ຂະຫຍາຍຜົນກັກຄົນ  ຮ່ວມຂະບວນການລັກຊັບພົນລະເມືອງ

ເຈົ້າໜ້າທີ່!.. ຂະຫຍາຍຜົນກັກຄົນ ຮ່ວມຂະບວນການລັກຊັບພົນລະເມືອງ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຫດລົດຈັກລົ້ມເອງ(ຕຳກຳແພງ) ເສຍຊີວິດຄາທີ່ ໂດຍເປັນພາບທີ່ຫົດຫູ່ໃຈຫຼາຍແຟນສາວສົ່ງຫາທັງທີ່ບໍ່ຮູ້ວ່າໂລກໄດ້ຈາກໂລກນີ້ໄປແລ້ວ.
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ
  • ຮູ້ເທົ່າບໍ່ເຖິງການ ຍອມຮັບຜິດພ້ອມຂໍໂທດແລ້ວ…ຜູ້ຂັບຂີ່ຖ່າຍຄຼິບລົງສື່ອອນລາຍປະຈານເຈົ້າໜ້າທີ່ຈະລາຈອນ ຢູ່ດ່ານເຂດເມືອງທ່າພະບາດ
  • ເຜີຍແຜ່ການຄຸ້ມຄອງດ້ານການເງິນ-ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...