ວັນທີ 23 ພະຈິກ 2021 ນີ້, ພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ (ນວ) ໄດ້ຈັດກອງປະຊຸມວາງ ແຜນສັກວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ ນັກຮຽນ ມ1-ມ7 ທົ່ວນະຄອນຫລວງ ທັງພາກລັດ ແລະ ເອກະຊົນ, ໂດຍໄດ້ຕົກລົງເປັນເອກະພາບ ຈັດຕັ້ງ ປະຕິບັດຄື
![](https://kkklao.com/wp-content/uploads/2021/11/7.1-5-1024x576.jpg)
ນັກຮຽນ ມ1-ມ7 ບໍ່ກຳນົດອາຍຸຈະຮອດ 12 ປີ, ໂດຍໃຫ້ ຖືເອົາຊັ້ນຮຽນເປັນຫລັກ, ເຊິ່ງຈະໄດ້ສັກວັກຊີນຊະນິດ ຊີໂນຟາມ (Sinopharm) ຢ່າງດຽວ. ເຂັມທີ 1 ຈະເລີ່ມ ສັກແຕ່ວັນທີ 29 ພະຈິກ ຫາ 5 ທັນວາ 2021, ສ່ວນ ເຂັມທີ 2 ເລີ່ມວັນທີ 20-26 ທັນວາ 2021 ແລະ ສະຖານທີ່ໃຫ້ບໍລິການສັກວັກຊີນແບບເຄື່ອນຍ້າຍແມ່ນ ຈຸດໂຮງຮຽນແຕ່ລະແຫ່ງ, ສ່ວນຈຸດຄົງທີ່ແມ່ນໂຮງໝໍເມືອງ ແຕ່ລະເມືອງໃນນະຄອນຫລວງ, ເລັ່ງໃສ່ກຸ່ມ 18 ປີຂຶ້ນໄປທີ່ຍັງຕົກຄ້າງຈາກບ້ານ ແລະ ກຸ່ມ 12-17 ທີ່ບໍ່ ຢູ່ໃນເປົ້າໝາຍດັ່ງກ່າວ
ຂໍ້ມູນ: ລາວພັດທະນາ
Discussion about this post